ລັດຖະບານຝຣັ່ງເຫັນພ້ອມຂຶ້ນເງິນເດືອນບຸກຄະລາກອນ ທາງການແພດ ຍົກຍ້ອງບົດບາດຮັບມືໂຄວິດ-19
ລັດຖະບານຝຣັ່ງບັນລຸຂໍ້ຕົກລົງ ເພີ່ມຄ່າຈ້າງບຸກຄະລາກອນທາງການແພດທົ່ວປະເທດຂຶ້ນ ສະເລ່ຍຄົນລະ 183 ເອີໂຣ ຫລື ປະມານ 1.870.000 ກີບ (ຂໍ້ມູນອັດຕາແລກປ່ຽນໃນວັນທີ 14 ກໍລະກົດ) ຕໍ່ເດືອນ.
ຂໍ້ຕົກລົງດັ່ງກ່າວລົງນາມຮັບຮອງໂດຍສະຫະພາບການຄ້າສ່ວນໃຫຍ່ໃນວັນທີ 13 ກໍລະກົດ ຫລັງເຈລະຈາມາດົນກວ່າ 7 ອາທິດ ເຊິ່ງຄາດວ່າຈະໃຊ້ງົບປະມານປະມານ 8.000 ລ້ານເອີໂຣ.
ຂະນະທີ່ນາຍົກລັດຖະມົນຕີ ຊ໋ອງ ກາສເຕັກສ໌ ຍົກຍ້ອງການເພີ່ມຄ່າຈ້າງບຸກຄະລາກອນທາງການແພດ ໂດຍເບິ່ງວ່າເປັນໄລຍະເວລາແຫ່ງປະຫວັດສາດຂອງລະບົບສາທາລະນະສຸກຝຣັ່ງ.
ກຸ່ມບຸກຄະລາກອນທາງການແພດຂອງຝຣັ່ງນັ້ນໄດ້ຮັບການຍົກຍ້ອງຈາກປະຊາຊົນໃຫ້ເປັນຮີໂລ້ ຈາກຄວາມພະຍາຍາມໃນການຕໍ່ສູ້ກັບວິກິດແຜ່ລະບາດຂອງພະຍາດໂຄວິດ-19, ແຕ່ພວກເຂົາຕ້ອງການສິ່ງທີ່ຫລາຍກວ່າການຍອມຮັບ ແລະ ຜ່ານມາໄດ້ມີການປະທ້ວງຮຽກຮ້ອງຂໍຂຶ້ນຄ່າຈ້າງ ແລະ ການສະໜັບສະໜູນງົບປະມານສຳລັບໂຮງໝໍຕ່າງໆມາແລ້ວຫລາຍຄັ້ງ.
ສຳລັບຮູບແບບຂໍ້ຕົກລົງເພີ່ມຄ່າຈ້າງ ຈະຄວບຄຸມເຖິງຄ່າຈ້າງພະຍາບານ, ຜູ້ຊ່ວຍພະຍາບານ ແລະ ພະນັກງານໂຮງໝໍທີ່ບໍ່ແມ່ນເຈົ້າໜ້າທີ່ແພດ ເຊິ່ງງົບປະມານສ່ວນໜຶ່ງປະມານ 450 ລ້ານເອີໂຣ ຈະສຳຮອງໄວ້ສຳລັບການເພີ່ມຄ່າຈ້າງແກ່ແພດທີ່ເຮັດວຽກສະເພາະທາງໃນພາກລັດ.
ຂະນະທີ່ການເຄື່ອນໄຫວໃນການເພີ່ມຄ່າຈ້າງບຸກຄະລາກອນທາງການແພດມີຂຶ້ນກ່ອນຮອດວັນຊາດຝຣັ່ງ 14 ກໍລະກົດ ພຽງ 1 ວັນ ເຊິ່ງໃນງານສະເຫລີມສະຫລອງວັນຊາດຢູ່ຈະຕຸລັດ Place de la Concorde ກາງນະຄອນຫລວງປາຣີສ ຈະມີການຈັດຂະບວນພາເລດຢ່າງຍິ່ງໃຫຍ່ ໂດຍມີພະຍາບານ 1.400 ຄົນ ພ້ອມທັງແພດ ແລະ ພະນັກງານໂຮງໝໍເປັນແຂກຜູ້ມີກຽດທີ່ໄດ້ຮັບເຊີນໃຫ້ຮ່ວມຊົມນຳ.