(New normal) F1 ໃຊ້ຫຸ່ນຍົນມອບລາງວັນໃຫ້ກັບແຊ້ມ ເພື່ອຄວາມປອດໄພ..! (ມີຄິບ)
July 14, 2020 - 2:04 PM
ອີງຕາມການລາຍງານຂອງສຳນັກຂ່າວຕ່າງປະເທດໃຫ້ຮູ້ວ່າ: ການແຂ່ງຂັນລົດສູດໜຶ່ງຊີງແຊ້ມໂລກ ສະໜາມທີ 2 ເມື່ອທ້າຍອາທິດທີ່ຜ່ານມາ ສ້າງຄວາມປະທັບໃຈໃຫ້ກັບຫຼາຍຝ່າຍ ແລະ ຜູ້ຊົມທົ່ວໂລກ ຫຼັງຝ່າຍຈັດການແຂ່ງຂັນນໍາຫຸ່ນຍົນມາໃຊ້ໃນການມອບລາງວັນໃຫ້ກັບແຊ້ມປະຈໍາສະໜາມ
ສໍາລັບ ການແຂ່ງຂັນລົດສູດໜຶ່ງຊີງແຊັມໂລກສະໜາມທີ 2 ລາຍການ ສະໂຕຣຽນ ທີ່ປະເທດອົດສະຕຣາລີ ໄລຍະທາງ 4.318 ກິໂລແມັດ ແລະ ແຂ່ງ 71 ຮອບ ເມື່ອວັນທີ 12 ກໍລະກົດ ທີ່ຜ່ານມາ
ລູອິສ ອອກຈາກຈຸດເລີ່ມອັນດັບທີ 1 ກ່ອນຈະຮັກສາຜູ້ນໍາຈົນເຂົ້າເສັ້ນໄຊດ້ວຍເວລາ 1 ຊົ່ວໂມງ 22 ນາທີ 50,683 ວິນາທີ ໄວກວ່າອັນດັບ 2 ຢ່າງ ວັລເທຣີ ບ໊ອດທາສ ເພື່ອນຮ່ວມທີມ 13,719 ວິນາທີ.
https://twitter.com/i/status/1282580521529335809