ສາທາເປັນຫ່ວງໂຄວິດ-19 ອາດກັບມາລະບາດຮອບສອງ

ສາທາເປັນຫ່ວງໂຄວິດ-19 ອາດກັບມາລະບາດຮອບສອງ - 148 - ສາທາເປັນຫ່ວງໂຄວິດ-19 ອາດກັບມາລະບາດຮອບສອງ
ສາທາເປັນຫ່ວງໂຄວິດ-19 ອາດກັບມາລະບາດຮອບສອງ - kitchen vibe - ສາທາເປັນຫ່ວງໂຄວິດ-19 ອາດກັບມາລະບາດຮອບສອງ

ສາທາລະນະ​ສຸກ​ເປັນ​ຫ່ວງ ຖ້າ​ພວກ​ເຮົາ​ລະ​ເຫລີງ​ປ້ອງ​ກັນ​ຕົນ​ເອງ ພະຍາດໂຄ​ວິດ-19 ​ອາດ​ກັບ​ມາ​ລະບາດ​ເປັນ​ຮອບ​ສອງ ພາຍຫລັງ​ເຫັນ​ວ່າ​ປະຊາຊົນ​​ຈຳນວນ​ບໍ່ໜ້ອຍ​ປ່ອຍປະ​ລະ​ເລີຍຕໍ່​ມາດ​ຕະການປ້ອງ​ກັນ​ຕົນ​ເອງ​ທີ່​ຄະນະ​ສະ​ເພາະ​ກິດ​ວາງ​ອອກ​ເຊັ່ນ: ການປະຕິບັດ​ຫລັການ​ອະນາ​ໄມ, ການ​ທຳ​ຄວາມ​ສະອາດ​ຂ້​າ​ເຊື້ອ​ພະຍາດຢູ່​ສະຖານ​ທີ່​ບໍລິການ, ເວລາ​​ອອກ​ໄປ​ທີ່​ຊຸມ​ຊົນຍັງ​ບໍ່​ໃສ່​ຜ້າ​ປິດ​ປາກ-​ດັງ, ບໍ່​ຮັກສາ​ໄລຍະ​ຫ່າງ ​ແລະ ອື່ນໆ.

ທ່ານ ນາງ ຣັດສະໝີ ວົງ​ຄຳ​ຊາວ ຮອງ​ຫົວໜ້າກົມ​ຄວບ​ຄຸມພະ​ຍາດຕິ​ດຕໍ່  ກະຊວງ​ສາທາລະນະ​ສຸກ ​ໄດ້​ລາຍ​ງານ​ໃຫ້​ຮູ້​ໃນ​ວັນ​ທີ 14 ກໍລະກົດນີ້ວ່າ: ສປປ ລາວ ບໍ່​ພົບ​ຜູ້​ຕິດ​ເຊື້ອພະຍາດ​ໂຄ​ວິດ-19 ​ເພີ່ມ​ເປັນ 3 ​ເດືອນ​ແລ້ວ ​​​ເຊິ່ງມື້​ວາ​ນນີ້ ​ໄດ້​ເກັບ​ຕົວຢ່າງ​ມາກ​ວດວິ​ເຄາະທັງໝົດ 315 ​ຕົວຢ່າງ, ​ໃນ​ນັ້ນ ມີແຮງ​ງານ​ລາວທີ່​ກັບ​ມາ​ແຕ່​ໄທ 293 ຄົນ ​ແລະ ​ກໍລະນີ​ສົງ​ໄສ 22 ຄົນ ຜົນ​ກວດ​ທັງໝົດ​ແມ່ນບໍ່​ພົບ​ເຊື້ອ. ສັງ​ລວມຜົນ​ການ​ວິ​ເຄາະ ນັບ​ແຕ່​ເດືອນມັງກອນມາ​ເຖິງວັນ​ທີ 13 ກໍລະກົດນີ້ ​ໄດ້​ເກັບ​ຕົວຢ່າງ​ມາກ​ວດທັງໝົດ 20.769 ຄົນ, ​ໃນ​ນັ້ນ ​ກວດ​ພົບ​ເຊື້ອ​ໂຄວິດ-19 ພຽງ​ແຕ່ 19 ຄົນ ​ປັດຈຸ​ບັນ​ແມ່ນ​ປິ່ນປົວ​ຫາຍ​ດີ.

​ສຳລັບການ​ເຝົ້າ​ລະວັງພະຍາດ​ໂຄ​ວິດ-19 ຢູ່​ຈຸດ​ຜ່ານ​ແດນ​ຕ່າງໆ ​​ມາ​ຮອດໃນ​ວັນ​ທີ 13 ກໍ​ລະ​ກົດ ທົ່ວ​ປະ​ເທດ​ມີ​ຜູ້​ເດີນ​ທາງ​ເຂົ້າ​ມາ ສປປ ລາວ ​ທັງໝົດ 1.425 ຄົນ, ​ໃນ​ນັ້ນ ຜ່ານ​ດ່ານ​ລາວ-​ໄທ 686 ຄົນ, ​ໃນ​ນັ້ນ​ເປັນ​ແຮງ​ງານ​ລາວ 84 ຄົນ,​ ຜ່ານດ່ານ​ລາວ-​ຈີນ 19 ຄົນ (​ແຮງ​ງານ​ລາວ 5 ຄົນ), ດ່ານ​ລາວ-​ຫວຽດນາມ 538 ຄົນ, ຜ່ານ​ສະໜາມບິນ​ສາກົນວັດ​ໄຕ 182 ຄົນ (ຄົນ​ຈີນ 159 ຄົນ, ຄົນ​ລາວ 2 ຄົນ ​ແລະ ຄົນ​ຕ່າງປະ​ເທດ 21 ຄົນ) ທັງໝົດ​ແມ່ນ​ໄດ້​​ເກັບ​ຕົວຢ່າງ​ມາກ​ວດຫາ​​ເຊື້ອ​ພະຍາດ​ໂຄ​ວິດ-19 ຈາກ​ນັ້ນ​ນຳ​​ໄປ​ສະຖານ​ທີ່​ຈຳກັດ​ບໍລິ​ເວນຕາມ​ຫລັກການ​ການ​ແພດ​ຢ່າງ​ເຂັ້ມງວດ.

ສາທາເປັນຫ່ວງໂຄວິດ-19 ອາດກັບມາລະບາດຮອບສອງ - 3 - ສາທາເປັນຫ່ວງໂຄວິດ-19 ອາດກັບມາລະບາດຮອບສອງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!