ອອກມາແລ້ວ..! ຕາຕະລາງການແຂ່ງຂັນບານເຕະ ຄອມມານໂດ ລາວລີກ 2 ລະດູການ 2020..!
ຕາຕະລາງ ການແຂ່ງຂັນຂັນບານເຕະ ຄອມມານໂດ ລາວລີກ 2 ປະຈຳປິ 2020 ເຊິ່ງຈະເປີດສາກຄວາມມັນ 25 ກໍລະກົດທີ່ຈະມາເຖິງນີ້ ໂດຍໃຊ້ 3 ສະຫນາມແຂ່ງຂັນ ຄື: ສະຫນາມກິລາແຫ່ງຊາດຫລັກ 16, ສະຫນາມຫຍ້າທຽມສະຫະພັນບານເຕະແຫ່ງຊາດລາວ ສະຫນາມ 1 ແລະ ສະຫນາມຫຍ້າທຽມ ສະຫະພັນບານເຕະແຫ່ງຊາດລາວ ສະຫນາມ 2 ມີທີມເຂົ້າຮ່ວມທັງຫມົດ 14 ທີມ ໄດ້ແບ່ງກຸ່ມອອກເປັນ 2 ກຸ່ມ, ກຸ່ມລະ 7 ທີມ ມີດັ່ງນີ້:
– ກຸ່ມ ເອ :
1. ວຽງຈັນ ຢູໄນເຕັດ
2. ເຄພີເອັສ ເອັຟຊີ
3. ກອງທັບ ເອັຟຊີ
4. ກາຣູດາ 369 ເອັຟຊີ
5. ເຮັສບີທີ 941 ເອັຟຊີ
6. ແຄນລາວ ຢູໄນເຕັດ
7. ນະຄອນຫລວງ ເອັຟຊີ
ກຸ່ມ ບີ
1. ເມືອງຫາດ ຢູໄນເຕັດ
2. ວິທະຍາໄລ ລາວ – ທ໋ອບ ເອັຟຊີ
3. ວິທະຍາໄລ ເຄວສ ຢູໄນເຕັດ
4. ບີແກນ ຢູໄນເຕັດ
5. ເອັສທີທີ ເອັຟຊີ
6. ທຣີນີຕີ ເອັຟຊີ
7. ເອັສຊີອີ ຢູໄນເຕັດ
ຮູບແບບ ການແຂ່ງຂັນຮອບແບ່ງກຸ່ມແມ່ນແຂ່ງຂັນ ແບບພົບກັນຫມົດ, ທີມທີ່ໄດ້ອັນດັບ 1 – 2 ຂອງທັງ 2 ກຸ່ມ ແມ່ນຈະໄດ້ຜ່ານເຂົ້າສູ່ຮອບຮອງຊະນະເລີດ, ຮອບຮອງຊະນະເລີດ ແມ່ນແຂ່ງຂັນ 2 ນັດໄປ-ກັບ (Championship Format), ສ່ວນການແຂ່ງຂັນຊີງອັນດັບທີ 3 ແລະ ຊີງຊະນະເລີດແມ່ນແຂ່ງຂັນແບບນັດດຽວ.
ທີມຊະນະເລີດຈະ ໄດ້ຮັບຂັນຊະນະເລີດ, ຫລຽນ, ເງິນຈຳນວນ 30.000.000 ກີບ ແລະ ໄດ້ສິດເລື່ອນຊັ້ນເຂົ້າຮ່ວມການແຂ່ງຂັນ ເປບຊີ ລາວລີກ 1 ປະຈຳປີ 2021, ອັນດັບ 2 ໄດ້ຮັບເງິນຈໍານວນ 20.000,000 ກີບ ແລະ ອັນດັບ 3 ຄະແນນ ໄດ້ຮັບເງິນຈໍານວນ 10.000.000 ກີບ.
ສຳລັບແຊ້ມໃນການແຂ່ງຂັນທີ່ຜ່ານມາປີ 2017 ສະໂມສອນ ກອງທັບ ເອັຟຊີ, ປີ 2018 ສະໂມສອນ ປກສ ເອັຟຊີ ( 2 ) ແລະ ປິ 2019 ສະໂມສອນ ປກສ ເອັຟຊີ ( 2 ).