ສະຫະຣາຊະອານາຈັກເຜີຍ ເສດຖະກິດຕິດລົບ 19,1% ໃນໄລຍະລັອກດາວ 3 ເດືອນ
ສຳນັກງານສະຖິຕິແຫ່ງຊາດຂອງສະຫະຣາຊະອານາຈັກ (ONS) ເປີດເຜີຍໃນວັນທີ 14 ກໍລະກົດວ່າ: ເສດຖະກິດຂອງສະຫະຣາຊະອານາຈັກຫລຸດລົງ 19,1% ຫລື ປະມານ 1 ໃນ 5 ໃນໄລຍະເດືອນມີນາເຖິງພຶດສະພາຜ່ານມາ ເຊິ່ງເປັນໄລຍະທີ່ລັດຖະບານໃຊ້ມາດຕະການລັອກດາວເພື່ອປ້ອງກັນການລະບາດຂອງໂຄວິດ-19.
ເມື່ອພິຈາລະນາເປັນແຕ່ລະເດືອນ ເຖິງວ່າເສດຖະກິດຂອງສະຫະຣາຊະອານາຈັກຈະຂະຫຍາຍຕົວ 1,8% ໃນເດືອນພຶດສະພາ ແຕ່ບໍ່ອາດທົດແທນການຫລຸດລົງຈຳນວນຫລາຍຂອງລວມຍອດຜະລິດຕະພັນພາຍໃນ (GDP) ໃນລະດັບ 6,9% ໃນເດືອນມີນາ ແລະ 20,4% ໃນເດືອນເມສາ.
ເຖິງຢ່າງໃດກໍຕາມ, ມີສັນຍານການຟື້ນຕົວທີ່ດີຂຶ້ນຫລັງລັດຖະບານເລີ່ມຫລຸດຜ່ອນລັອກດາວ ແລະ ອະນຸຍາດໃຫ້ທຸລະກິດກັບມາດຳເນີນງານໄດ້ອີກ ໂດຍພະນັກງານເລີ່ມກັບເຂົ້າເຮັດວຽກຕາມປົກກະຕິ. ຂະນະທີ່ຂະແໜງການຜະລິດ ແລະ ການສ້າງເຮືອນເລີ່ມຟື້ນຕົວໃນເດືອນພຶດສະພາ.
“ເສດຖະກິດຂອງສະຫະຣາຊະອານາຈັກໃນເດືອນພຶດສະພາຍັງມີຂະໜາດນ້ອຍກວ່າເດືອນກຸມພາປະມານ 1 ໃນ 4 ກ່ອນຈະໄດ້ຮັບຜົນກະທົບຈາກການລະບາດຂອງໂຄວິດ-19” ທ່ານ ໂຈນາທານ ແອດຮາວ ຮອງນັກສະຖິຕິແຫ່ງ ONS ກ່າວ.