ຫລາຍ​ທ້ອງ​ຖິ່ນຈັດ​ພິທີ​ປ່ອຍ​ປາ​ຄືນ​ສູ່​ທຳ​ມະ​ຊາດ (ເນື່ອງ​ໃນ​ໂອກາດ​ ອະນຸລັກ​ສັດ​ນ້ຳ-​ສັດປ່າ​ແຫ່ງ​ຊາດ)

ຫລາຍ​ທ້ອງ​ຖິ່ນຈັດ​ພິທີ​ປ່ອຍ​ປາ​ຄືນ​ສູ່​ທຳ​ມະ​ຊາດ (ເນື່ອງ​ໃນ​ໂອກາດ​ ອະນຸລັກ​ສັດ​ນ້ຳ-​ສັດປ່າ​ແຫ່ງ​ຊາດ) -                                                                       4                                               7 - ຫລາຍ​ທ້ອງ​ຖິ່ນຈັດ​ພິທີ​ປ່ອຍ​ປາ​ຄືນ​ສູ່​ທຳ​ມະ​ຊາດ (ເນື່ອງ​ໃນ​ໂອກາດ​ ອະນຸລັກ​ສັດ​ນ້ຳ-​ສັດປ່າ​ແຫ່ງ​ຊາດ)
ຫລາຍ​ທ້ອງ​ຖິ່ນຈັດ​ພິທີ​ປ່ອຍ​ປາ​ຄືນ​ສູ່​ທຳ​ມະ​ຊາດ (ເນື່ອງ​ໃນ​ໂອກາດ​ ອະນຸລັກ​ສັດ​ນ້ຳ-​ສັດປ່າ​ແຫ່ງ​ຊາດ) - kitchen vibe - ຫລາຍ​ທ້ອງ​ຖິ່ນຈັດ​ພິທີ​ປ່ອຍ​ປາ​ຄືນ​ສູ່​ທຳ​ມະ​ຊາດ (ເນື່ອງ​ໃນ​ໂອກາດ​ ອະນຸລັກ​ສັດ​ນ້ຳ-​ສັດປ່າ​ແຫ່ງ​ຊາດ)

ເນື່ອງ​ໃນ​ໂອກາດ​ວັນ​ຄ້າຍ​ວັນ​ເກີດ​ທ່ານ ປະທານ​ ສຸພາ​ນຸວົງ, ວັນ​ປ່ອຍ​ປາ ​ແລະ ອະນຸລັກ​ສັດ​ນ້ຳ-​ສັດປ່າ​ແຫ່ງ​ຊາດ ວັນ​ທີ 13 ກໍລະກົດ, ​ຫລາຍ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ​ໄດ້​ຈັດ​ພິທີ​ປ່ອຍ​ປາ​ຄືນ​ສູ່​ທຳ​ມະ​ຊາດ ​ເຊັ່ນ: ແຂວງໄຊຍະບູລີ ມີແຜນຈະປ່ອຍປາທັງໝົດ 7.900.000 ໂຕ ​ໃນ​ນັ້ນມີປາປາກ, ປາໄນ, ປານິນ; ​ເຊິ່ງ​ໄດ້​ປ່ອຍ​ແລ້ວ 13 ຈຸດ, ມີປາທັງໝົດ 230.000 ໂຕຄື​ເ ຢູ່ອ່າງຫ້ວຍແຄ່ນ ມີ 40.000 ໂຕ, ວັງບວດບ້ານໃຫຍ່ 10.000 ໂຕ, ວັງບວດບ້ານນາໄຮ 10.000 ໂຕ, ວັງບວດບ້ານນາຕໍນ້ອຍ 10.000 ໂຕ, ວັງບວດບ້ານວັງຊອຍ 10.000 ໂຕ, ອ່າງນໍ້າຕຽນ 40.000 ໂຕ, ບ້ານປາກທັງ 2.000 ໂຕ, ກອງພັນ 609 ຈໍານວນ 20.000 ໂຕ, ຄຸມຂັງເມືອງ 2.000 ໂຕ, ມສ ຊົນເຜົ່າ 2.000 ໂຕ, ກອງພັນ 202 ຈໍານວນ 2.000 ໂຕ.

(ໜັງສືພິມ ລາວພັດທະນາ)

ຫລາຍ​ທ້ອງ​ຖິ່ນຈັດ​ພິທີ​ປ່ອຍ​ປາ​ຄືນ​ສູ່​ທຳ​ມະ​ຊາດ (ເນື່ອງ​ໃນ​ໂອກາດ​ ອະນຸລັກ​ສັດ​ນ້ຳ-​ສັດປ່າ​ແຫ່ງ​ຊາດ) - Visit Laos Visit SALANA BOUTIQUE HOTEL - ຫລາຍ​ທ້ອງ​ຖິ່ນຈັດ​ພິທີ​ປ່ອຍ​ປາ​ຄືນ​ສູ່​ທຳ​ມະ​ຊາດ (ເນື່ອງ​ໃນ​ໂອກາດ​ ອະນຸລັກ​ສັດ​ນ້ຳ-​ສັດປ່າ​ແຫ່ງ​ຊາດ)

ແຂວງອັດຕະປື ​ໄດ້​ຈັດ​ພິທີປ່ອຍປາລົງ​ສູ່​ອ່າງ ທີ່​ເຂື່ອນ​ໄຟຟ້າ​ນ້ຳ​ກົງ 2 ​ເມືອງ​ພູ​ວົງ ຈຳນວນ 200.000 ​ໂຕ, ມີປາ​ກິນ​ຫຍ້າ, ປາປາກ, ປານິນ ແລະ ປາເຂັງ.

ສ່ວນຫ້ອງການກະສິກຳ-ປ່າໄມ້ ເມືອງລະຄອນເພັງ ​ແຂວງ​ສາລະ​ວັນ ມີແຜນສູ້ຊົນປ່ອຍປາໃຫ້ໄດ້ທັງໝົດ 125.000 ໂຕ, ລົງ​ສູ່ອ່າງເກັບນໍ້າພະບາດບ້ານນາດູ່ເກົ່າ,​ ອ່າງເກັບນໍ້າວັງແຄນຄໍາ ບ້ານລະຄອນສີ, ​ທີກຸດລຳພອງ ບ້ານກຸດລຳພອງ,​ ທີ່ວັງສະຫງວນແກ້ງກົງ, ​ວັງສະຫງວນຫ້ວຍເຊືອກ ບ້ານນາຂັ້ນໃດ,​ ຕົ້ນຕໍ​ແມ່ນ ປາປາກ, ປານວນຈັນ, ປາຈີນ ​ແລະ ປາໃນ.

ເມືອງດາກຈຶງ ​ແຂວງ​ເຊ​ກອງ ​ໄດ້​ປ່ອຍ​ປາທັງໝົດຈຳນວນ 17.429 ໂຕ ຢູ່ອ່າງຫ້ວຍປຣິງ ລວມ​ມີປາປາກ, ປາໄນຄຳ ແລະ ປາກິນຫຍ້າ; ຫ້ອງການກະສິກຳ ແລະ ປ່າໄມ້ເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ປ່ອຍປາລົງ​ສູ່ວັງສະຫງວນເຂດ ບ້ານນາບວບ ເຂດນາໂດນ-ເໝືອງບ່າ ເມືອງທ່າແຂກ ມີ 5.000 ໂຕ ຄື: ປາປາກ ແລະ ປາມະນີກ້ານ.

​ເມືອງ​ແປກ ສົມທົບ​ກັບ​ພະ​ແນ​ກກະສິກຳ ​ແລະ ປ່າ​ໄມ້ ​ແຂວງ​ຊຽງຂວາງ ກໍ​ໄດ້​ຈັດພິທີ​ປ່ອຍ​ປາ​ຄືນ​ສູ່​ທຳ​ມະ​ຊາດ ຢູ່​ອ່າງ​ນ້ຳ​ຫງຳ ຈຸດ​ໃຈກາງ​ເທດສະບານ​ຂອງ​ແຂວງຊຽງຂວາ​ງ​ເກືອບ 20 ພັນ​​ໂຕ, ມີ​ປາ​ນິນ, ປາ​ໄນ, ປາ​ກິນ​ຫຍ້າ.

ແຂວງວຽງຈັນ ​ໄດ້ປ່ອຍປາ ລົງສູ່ແມ່ນ້ຳທໍາມະຊາດ ນໍ້າແຈ້ງ ຈໍານວນ 50.000 ໂຕ, ປະກອບ​ມີປານິນ, ປາໄນ, ປາປາກ, ປາເກັດແລບ ແລະ ປາທຳມະຊາດ ​ແລະ ​ເມືອງ​ນ້ຳ​ບາກ ​ແຂວງ​ຫລວງ​ພະ​ບາງ ​ໄດ້ປ່ອຍປ່າ ລົງສູ່ແມ່ນ້ຳທຳມະຊາດ ທີ່ທ່າວັດ ເຂດວັງສະຫງວນບ້ານລີ່ ຈຳນວນ10.000 ກວ່າໂຕ, ມີປາປາກ, ປາໄນ, ປາອິນເດຍ ແລະ ປາກິນຫຍ້າ; ​ເມືອງໝື່ນ ​ແຂວງ​ວຽງຈັນ ​ໄດ້​ຈັດພິທີປ່ອຍປາຈຳນວນ 18.600 ໂຕ, ​ໃນ​ນີ້​ມີ ປາ​ນິນ 4.000 ໂຕ, ປາກິນຫຍ້າ 4.000 ໂຕ, ປາອິນເດຍ 4.000ໂຕ ແລະ ປາປາກ 2.600 ໂຕ.

​ເມືອງ​ລະ​ມາ​ມ ​ແຂວງ​​ເຊ​ກອງ ປ່ອຍ​ປາ ຈຳນວນ 41 ພັນໂຕ ລົງ​ສູ່ວັງສະ​ຫງວນ​ແຫລ່ງທ່ອງ​ທ່ຽວນ້ຳຕົກ​ແຝກ; ນະຄອນຫລວງພະບາງ ປ່ອຍທັງໝົດ 30.000 ກວ່າໂຕ ລົງ​ສູ່ທ່ານໍ້າຂອງທີ່ບ້ານຊຽງທອງ.

(ໜັງສືພິມ ລາວພັດທະນາ)

ຫລາຍ​ທ້ອງ​ຖິ່ນຈັດ​ພິທີ​ປ່ອຍ​ປາ​ຄືນ​ສູ່​ທຳ​ມະ​ຊາດ (ເນື່ອງ​ໃນ​ໂອກາດ​ ອະນຸລັກ​ສັດ​ນ້ຳ-​ສັດປ່າ​ແຫ່ງ​ຊາດ) - 4 - ຫລາຍ​ທ້ອງ​ຖິ່ນຈັດ​ພິທີ​ປ່ອຍ​ປາ​ຄືນ​ສູ່​ທຳ​ມະ​ຊາດ (ເນື່ອງ​ໃນ​ໂອກາດ​ ອະນຸລັກ​ສັດ​ນ້ຳ-​ສັດປ່າ​ແຫ່ງ​ຊາດ)
ຫລາຍ​ທ້ອງ​ຖິ່ນຈັດ​ພິທີ​ປ່ອຍ​ປາ​ຄືນ​ສູ່​ທຳ​ມະ​ຊາດ (ເນື່ອງ​ໃນ​ໂອກາດ​ ອະນຸລັກ​ສັດ​ນ້ຳ-​ສັດປ່າ​ແຫ່ງ​ຊາດ) - 3 - ຫລາຍ​ທ້ອງ​ຖິ່ນຈັດ​ພິທີ​ປ່ອຍ​ປາ​ຄືນ​ສູ່​ທຳ​ມະ​ຊາດ (ເນື່ອງ​ໃນ​ໂອກາດ​ ອະນຸລັກ​ສັດ​ນ້ຳ-​ສັດປ່າ​ແຫ່ງ​ຊາດ)
ຫລາຍ​ທ້ອງ​ຖິ່ນຈັດ​ພິທີ​ປ່ອຍ​ປາ​ຄືນ​ສູ່​ທຳ​ມະ​ຊາດ (ເນື່ອງ​ໃນ​ໂອກາດ​ ອະນຸລັກ​ສັດ​ນ້ຳ-​ສັດປ່າ​ແຫ່ງ​ຊາດ) - 5 - ຫລາຍ​ທ້ອງ​ຖິ່ນຈັດ​ພິທີ​ປ່ອຍ​ປາ​ຄືນ​ສູ່​ທຳ​ມະ​ຊາດ (ເນື່ອງ​ໃນ​ໂອກາດ​ ອະນຸລັກ​ສັດ​ນ້ຳ-​ສັດປ່າ​ແຫ່ງ​ຊາດ)
  • 1097 Posts
  • 0 Comments
iLike/LPN/20