ສະຫະພາບເອີຮົບຂະຫຍາຍຂວ້ຳບາດຣັດເຊຍຕໍ່ອີກ 1 ປີ

ສະຫະພາບເອີຣົບ (EU) ປະກາດຂະຫຍາຍມາດຕະການຂວ້ຳບາດຣັດເຊຍຕໍ່ໄປອີກ 1 ປີ ເພື່ອລົງໂທດຕໍ່ກໍລະນີທີ່ມົດສະກູຍຶດ ຄອງດິນແດນແຫລມສະໝຸດໄຄຣເມຍຂອງອູແກຣນໃນເດືອນມີນາ 2014.
ສຳນັກຂ່າວ AFP ແລະ AP ລາຍງານຈາກນະຄອນຫລວງບຣຸກແຊນ ປະເທດແບນຊິກ ໃນວັນທີ 19 ມິຖຸນານີ້ວ່າ: ລັດຖະມົນຕີ ຕ່າງປະເທດ 28 ປະເທດສະມາຊິກກຸ່ມສະຫະພາບເອີຣົບ (EU) ກ່າວໃນຖະແຫລງການ ໃນວັນທີ 19 ມິຖຸນານີ້ວ່າ: EU ຍັງຍຶດໝັ້ນ ຕໍ່ການດຳເນີນການຢ່າງເຕັມສ່ວນ ໃນນະໂຍບາຍ “ບໍ່ຍອມຮັບ” ການຍຶດຄອງໄຄຣເມຍ ແລະ ເມືອງເຊວາສໂຕປໍໂດຍບໍ່ຖືກກົດ ໝາຍຂອງຣັດເຊຍ.
ການຂວ້ຳບາດຣັດເຊຍຈະຂະຫຍາຍອອກໄປຈົນຮອດວັນທີ 23 ມິຖຸນາ 2018 ໂດຍຈະມີຜົນບັງຄັບຕໍ່ພົນລະເມືອງ ແລະ ບໍລິສັດ ຕ່າງໆຂອງ EU. ມາດຕະການຕ່າງໆຈະລວມທັງຫ້າມນຳເຂົ້າສິນຄ້າຈາກໄຄຣເມຍ ແລະ ເຊວາສໂຕປໍ, ຢຸດການລົງທຶນຂອງຊາວເອີ ຣົບທັງໝົດ ຫລື ການຊື້ອະສັງຫາລິມະຊັບ ແລະ ຫ້າມເຮືອໂດຍສານແວ່ຈອດຢູ່ໄຄຣເມຍ ແລະ ເຊວາສໂຕປໍ.
ນອກຈາກນີ້ ຍັງຫ້າມສົ່ງອອກສິນຄ້າ ແລະ ເຕັກໂນໂລຊີບາງຊະນິດ ທີ່ສາມາດໃຊ້ສຳລັບການຂົນສົ່ງ, ການສື່ສານໂທລະຄົມມະ ນາຄົມ ຫລື ໃນຂະແໜງພະລັງງານ ໂດຍສະເພາະນ້ຳມັນ, ແກັສ ຫລື ການສຳຫລວດແຮ່ທາດ.