ສະໝໍລະພູມ 21 ມີນາ ບັ້ນຮົບປະຫວັດສາດທີ່ລືມຍາກ
ໂດຍ:ທິດກໍ່າ
ກໍດັ່ງພວກເຮົາໄດ້ຮັບຮູ້ໃນປະຫວັດສາດມູນເຊື້ອແຫ່ງການຕໍ່ສູ້ບັ້ນຕີຕ້ານທະຫານຝຣັ່ງທີ່ໄດ້ເຂົ້າມາບຸກລຸກຮຸກຮານປະເທດເຮົາຢູ່ເມືອງທ່າແຂກໃນວັນທີ 21 ມີນາ 1946 ເຊິ່ງບັນຊາສູ້ຮົບໂດຍກົງຈາກທ່ານ ປະທານ ສຸພານຸວົງ ເປັນເຫດການປະຫວັດສາດໜຶ່ງທີ່ຄົນຮຸ້ນນີ້ລືມໄດ້ຍາກ ໂດຍສະເພາະແມ່ນຊາວເມືອງທ່າແຂກ. ອັນສາເຫດກໍຍ້ອນວ່າເປັນສະໜາມຮົບທີ່ຕໍ່ສູ້ກັນຢ່າງດຸເດືອດຂ້ຽວຂາດ, ເອົາເປັນເອົາຕາຍ ແລກດ້ວຍຄວາມຫ້ຽມໂຫດປ່າເຖື່ອນຂອງສັດຕູ ແລະ ດ້ວຍຄວາມເສຍສະຫລະເລືອດເນື້ອເພື່ອຊາດ ເພື່ອແຜ່ນດິນຂອງເຫລົ່າທະຫານແນວລາວອິດສະຫລະ.
ເລື່ອງຂອງເລື່ອງມັນກໍມີຢູ່ວ່າ, ໃນຊ່ວງສົງຄາມໂລກຄັ້ງທີສອງ ປີ 1945 ພວກຟາຊິດຍີ່ປຸ່ນໄດ້ຫລັ່ງໄຫລເຂົ້າມາປະເທດລາວເຮົາ ເພື່ອຍຶດເອົາເປັນຫົວເມືອງຂຶ້ນ, ແຕ່ເຂົ້າມາບໍ່ພໍເທົ່າໃດເດືອນກໍຖືກພັນທະມິດປາບປາມໃຫ້ພວກເຂົາປະລາໄຊລົງຢ່າງເຈັບແສບ. ຫລັງຈາກນັ້ນຕໍ່ມາ ເຫັນວ່າຍີ່ປຸ່ນໄດ້ເສຍໄຊໄປແລ້ວ, ພັກກອມມູນິດອິນດູຈີນ ໂດຍສະເພາະແມ່ນຄະນະພັກແຄວ້ນລາວ ກໍຄືແນວລາວອິດສະຫລະໄດ້ນຳພາປະກາດເອກະລາດໃນວັນທີ 12 ຕຸລາ 1945. ແຕ່ວ່າພາຍຫລັງປະກາດເອກະລາດບໍ່ພໍຮອດປີ ພວກຝຣັ່ງກໍກັບຄືນມາຮຸກຮານປະເທດເຮົາຄືນອີກເປັນເທື່ອທີສອງ. ຝຣັ່ງເຂົ້າມາຄັ້ງທີສອງ ພວກເຂົາໄດ້ຍຶດເອົາປະເທດກຳປູເຈຍ, ຫວຽດນາມ ແລ້ວກໍເຂົ້າມາຍຶດເອົາປະເທດລາວ ໂດຍຕີຂຶ້ນມາທາງພາກໃຕ້, ຍຶດເອົາສະຫວັນນະເຂດໄດ້ແລ້ວ, ພວກເຂົາກໍສືບຕໍ່ຂຶ້ນມາບຸກໂຈມຕີເອົາເມືອງທ່າແຂກ ໂດຍມີປະທານ ສຸພານຸວົງ ໄດ້ນຳພາທະຫານແນວລາວອິດສະຫລະຜະເຊີນໜ້າກັບສັດຕູຢ່າງແຂງແຮງ ແລະ ເຂັ້ມແຂງທີ່ສຸດ. ມີຜູ້ສຳຄັນອີກທ່ານໜຶ່ງກໍແມ່ນທ່ານ ສິງກະໂປ ສີໂຄດຈຸນລະມະນີ ໄດ້ຄຽງບ່າຄຽງໄຫລ່ກັບທ່ານ ປະທານ ສຸພານຸວົງ ພ້ອມດ້ວຍກອງທະຫານແນວລາວອິດສະຫລະ ຕໍ່ສູ້ຕ້ານຢັນດ້ວຍຄວາມເດັດດ່ຽວທໍລະຫົດອົດທົນ ກ່ອນຈະແຕກໜີຜ່າຍຍ້ອນເຫລັກຫລາຍກວ່າຖ່ານ.
ກຳລັງຂອງຝ່າຍສັດຕູມີກອງທະຫານຫລວງເຖິງ 2 ກອງພັນ, ມີລົດເກາະ 2 ຄັນ, ມີປືນໃຫຍ່ຫລາຍກະບອກ ພ້ອມຍົນສະປິດຟາຍ 4 ລຳ, ເຕ 26, ເຕ 28 ຊ່ວຍໜູນຂຶ້ນມາຕາມສາຍທາງເລກທີ 13 ໃຕ້. ຕາມການຄາດຄະເນຂອງກຳລັງທະຫານສັດຕູຈະໃຊ້ເວລາພຽງ 30 ນາທີໃຫ້ສາມາດຍຶດເອົາຕົວເມືອງທ່າແຂກ, ແຕ່ໃນທາງກົງກັນຂ້າມ ມັນບໍ່ເປັນຄືດັ່ງທີ່ເຂົາຄິດ ເພາະຢູ່ທ່າແຂກມີທະຫານລາວອິດສະຫລະກຳລັງກຽມພ້ອມສູ້ຮົບຕົບຕີຢ່າງແໜ້ນໜາ. ປະທານ ສຸພານຸວົງ ແລະ ທ່ານ ສິງກະໂປ ພ້ອມດ້ວຍບັນດາທະຫານລາວອິດສະຫລະ ໄດ້ວາງແຜນຂຸດຂຸມຄອງອ້ອມຮອບຕົວເມືອງໄວ້ເຖິງສາມຊັ້ນ, ແຕ່ລະຊັ້ນມີທະຫານກຽມພ້ອມສູ້ຮົບ 1 ກອງຮ້ອຍ ລວມທັງກອງໜູນຕ່າງໆ ທີ່ສະໜັບສະໜູນເຂົ້າຮ່ວມສູ້ຮົບທັງໝົດ 5 ກອງຮ້ອຍ. ພໍຮອດເວລາ 6:00 ໂມງເຊົ້າຂອງວັນທີ 21 ມີນາ 1946 ພວກທະຫານຈັກກະພັດຝຣັ່ງກໍໄດ້ເລີ່ມເຂົ້າບຸກໂຈມຕີຢ່າງຂະໜານໃຫຍ່. ພວກເຂົາທັງຫວ່ານໃບປິວປະກາດໃຫ້ທະຫານລາວອິດສະຫລະ ແລະ ປະຊາຊົນຊາວເມືອງທ່າແຂກຍອມຈຳນົນໂດຍດີ, ແຕ່ຍ້ອນຄວາມຮັກຊາດ ແລະ ຄຽດແຄ້ນສັດຕູບໍ່ມີໃຜຍອມຈຳນົນພວກເຂົາກໍເພີ່ມທະວີການບຸກໂຈມຕີຢ່າງຂະໜານໃຫຍ່. ສ່ວນກຳລັງຂອງທະຫານແນວລາວອິດສະຫລະກໍບໍ່ໄດ້ທໍ້ຖອຍຍອມຈຳນົນງ່າຍ, ຕັ້ງວົງແຫວນຕີແບບຈັ້ງທ່າຢ່າງດຸເດືອດ. ຈາກນັ້ນ ພວກສັດຕູກໍຍິ່ງເພີ່ມທະວີໃຊ້ທັງປືນໃຫຍ່, ໃຊ້ທັງຍົນຕີຂະໜາບ, ຍິງປືນໃຫຍ່, ໃຊ້ຍົນຖິ້ມລະເບີດໃສ່ກາງຕົວເມືອງທ່າແຂກ ເປັນຕົ້ນຢູ່ຕະຫລາດ, ບ່ອນຊຸມຊົນໜາແໜ້ນ ເຮັດໃຫ້ປະຊາຊົນທັງຜູ້ຍິງ, ຜູ້ຊາຍ, ເຖົ້າແກ່ ແລະ ເດັກນ້ອຍຕາຍເກື່ອນກອງເດຍລະດາດໄປທົ່ວເມືອງ. ຈາກນັ້ນກໍຍິ່ງເຮັດໃຫ້ກຳລັງທະຫານຂອງຝ່າຍເຮົາຄຽດແຄ້ນເດັດດ່ຽວສູ້ຮົບຕີຕ້ານປະຈັນບານຢ່າງເອົາເປັນເອົາຕາຍແລກດ້ວຍຊີວິດເປັນເດີມພັນ. ການສູ້ຮົບກັນໄດ້ດຳເນີນໄປຈົນຮອດ 12:00 ໂມງທ່ຽງ ເຫັນວ່າສັດຕູມີກຳລັງເໜືອກວ່າ ແລະ ເພື່ອຮັກສາຈຳນວນພົນທະຫານ ແລະ ຊີວິດອິນຊີຂອງປະຊາຊົນຊາວເມືອງທ່າແຂກບໍ່ໃຫ້ສູນເສຍຢ່າງຫລວງຫລາຍ, ທາງຝ່າຍກຳລັງທະຫານອິດສະຫລະຈຶ່ງໄດ້ລ່າຖອຍໜີປັນປີກກັນໄປເຂົ້າປ່າເພື່ອເຕົ້າໂຮມກຳລັງສູ້ຮົບໃນບັ້ນຕໍ່ໄປ. ສ່ວນປະທານ ສຸພານຸວົງ ແລະ ທ່ານ ສິງກະໂປ ໄດ້ວາງແຜນຫລົບໜີຂ້າມຂອງໄປຝັ່ງໄທ ແຂວງນະຄອນພະນົມ ໄດ້ຢ່າງຫວຸດຫວິດ. ໃນຂະນະທີ່ກຳລັງຂີ່ເຮືອຈັກຂ້າມຂອງ ຍົນຂອງສັດຕູໄດ້ຕາມລ່າໄລ່ຍິງ ຈົນເຮັດໃຫ້ກະສຸນປືນທີ່ຍິງລົງຈາກຍົນຖືກກະດູກຂ້າງຂອງປະທານ ສຸພານຸວົງ ຫັກ ແລະ ຖືກບາດເຈັບສາຫັດສົມຄວນ, ແຕ່ກໍໂຊກດີຍ້ອນມີທະຫານໃກ້ຊິດຂອງເພິ່ນໄດ້ເອົາຕົວບັງຫ່າກະສຸນ ເພື່ອປ້ອງກັນເອົາຊີວິດຂອງເພິ່ນໄວ້ໄດ້. ສ່ວນທະຫານຜູ້ຍອມເສຍສະຫລະແມ່ນຖືກກະສຸນປືນທີ່ເຖລົງມາຈາກຍົນຈົນຕາຍຄາເຮືອ.
ນີ້ຄືເຫດການ ແລະ ຄວາມແຄ້ນໃນປະຫວັດສາດຂອງປະຊາຊົນຊາວເມືອງທ່າແຂກ ກໍຄືປະຊາຊົນລາວ ຈາກມື້ນັ້ນມາຮອດມື້ນີ້ຈົນກາຍເປັນປະຫວັດສາດທີ່ລືມໄດ້ຍາກ ເພາະເປັນບັ້ນຮົບໜຶ່ງທີ່ລຸງປະທານ ສຸພານຸວົງ ບັນຊາການສູ້ຮົບໂດຍກົງ. ໂອກາດວັນເກີດຄົບຮອບ 111 ປີ (13/7/1909-13/7/2020) ຂອງລຸງປະທານ ສຸພານຸວົງ ພວກເຮົາປວງຊົນລາວທັງຊາດນ້ອມຈາລຶກບຸນຄຸນຢ່າງສຸດຊຶ້ງ !.