ທຣຳ ເຊັນຄຳສັ່ງປະທານາທິບໍດີ ຢຸດສະຖານະພາບພິເສດຮົງກົງ ຕອບໂຕ້ຈີນຜ່ານກົດໝາຍຄວາມໝັ້ນຄົງ


ປະທານາທິບໍດີ ໂດນັລ ທຣຳ ຂອງອາເມລິກາ ລົງນາມໃນຄຳສັ່ງພິເສດຢຸດສະຖານະພາບພິເສດຂອງຮົງກົງພາຍໃຕ້ກົດໝາຍຂອງອາເມລິກາ ເພື່ອຕອບໂຕ້ກໍລະນີທີ່ຈີນບັງຄັບໃຊ້ກົດໝາຍຄວາມໝັ້ນຄົງແຫ່ງຊາດຢູ່ຮົງກົງ ເຊິ່ງວໍຊິງຕັນເບິ່ງວ່າ: ລິດຮອນສິດເສລີພາບ ແລະ ທຳລາຍອຳນາດການປົກຄອງຕົນເອງຂອງຮົງກົງ.
ທ່ານ ທຣຳ ເປີດເຜີຍໃນລະຫວ່າງການຖະແຫລງຂ່າວຢູ່ທຳນຽບຂາວວ່າ: ຄຳສັ່ງພິເສດຂອງປະທານາທິບໍດີນີ້ຈະມີຜົນໃຫ້ຍົກເລີກສິດທິພິເສດທາງເສດຖະກິດທີ່ຮົງກົງເຄີຍໄດ້ຮັບຈາກອາເມລິກາຕະຫລອດໄລຍະຫລາຍປີຜ່ານມາ. ນອກຈາກນີ້ ອາເມລິກາຈະໂຈະການສົ່ງອອກເຕັກໂນໂລຊີທີ່ມີຄວາມອ່ອນໄຫວໄປຮົງກົງນຳອີກ. ຂະນະທີ່ຂໍ້ມູນຈາກເອກະສານທຳນຽບຂາວລະບຸວ່າ: ລັດຖະບານຈະຖອນສິດທິພິເສດສຳລັບຜູ້ທີ່ຖືໜັງສືເດີນທາງ ຫລື ພາສປອດຮົງກົງນຳເຊັ່ນກັນ.
ນອກຈາກຄຳສັ່ງປະທານາທິບໍດີແລ້ວ, ທ່ານ ທຣຳ ຍັງລົງນາມອະນຸມັດຮ່າງກົດໝາຍທີ່ຜ່ານຄວາມເຫັນພ້ອມຈາກສະພາຄອງເກຣດກ່ອນໜ້ານີ້ ໂດຍຈະລົງໂທດທະນາຄານໃດກໍຕາມທີ່ເຮັດທຸລະກຳກັບເຈົ້າໜ້າທີ່ຈີນທີ່ມີສ່ວນກ່ຽວຂ້ອງກັບການນຳເອົາກົດໝາຍຄວາມໝັ້ນຄົງແຫ່ງຊາດໄປບັງຄັບໃຊ້.
ເຖິງຢ່າງໃດກໍຕາມ, ໃນກອງປະຊຸມສະພາຂອງຈີນໃນເດືອນຜ່ານມາ, ນາຍົກລັດຖະມົນຕີ ຫລີເຄີ້ສຽງ ເນັ້ນວ່າ: ກົດໝາຍດັ່ງກ່າວເປັນສິ່ງຈຳເປັນສຳລັບຈີນ ແລະ ຕ້ອງເລັ່ງຊຸກຍູ້ໂດຍໄວ ເນື່ອງຈາກເຫດປະທ້ວງຢູ່ຮົງກົງປີ 2019 ໄດ້ລຸກລາມໄປສູ່ການໃຊ້ຄວາມຮຸນແຮງ ເຊິ່ງກະທົບກະເທືອນຕໍ່ຄວາມໝັ້ນຄົງ ແລະ ອະທິປະໄຕຂອງຈີນ.