ຫວຽດນາມ ແລະ ສະຫະລັດບໍ່ເວົ້າເລື່ອງເກົ່າພ້ອມກັນກ້າວເດີນສູ່ອະນາຄົດ
July 15, 2020 - 2:40 PM


ບໍ່ແມ່ນເວົ້າໂຍກເກີນໄປ, ຕະຫຼອດ 25 ປີທີ່ຜ່ານມາໄດ້ພິສູດໃຫ້ເຫັນວ່າ ຫວຽດນາມ ແລະ ສະຫະລັດໄດ້ພ້ອມກັນເດີນຕາມເສັ້ນທາງແຫ່ງການພັດທະນາ ຢ່າງສະຫງ່າຜ່າເຜີຍ. ການພັດທະນາຄູ່ຮ່ວມມືລະຫວ່າງສອງປະເທດໄດ້ກາຍເປັນຊິ້ນໂບແດງພິເສດ. ມີຫຼາຍຄົນບໍ່ສຳນຶກອອກໄດ້ວ່າດ້ວຍເຫດໃດສອງປະເທດຈຶ່ງສາມາດຜ່ານຜ່າແຫ່ງຄວາມເຈັບແຄ້ນແໜ້ນໃຈທີ່ເປັນສັດຕູ ແລະ ປໍລະປັກກັນທີ່ບໍ່ມີວັນລືມຈາກສົງຄາມໄດ້ ເພື່ອພ້ອມກັນສ້າງສາຍພົວພັນ ແລະ ພັດທະນາເຕັມກຳລັງຄວາມສາມາດ ແລະ ຮອບດ້ານຄືທຸກວັນນີ້ໄດ້?
(ໜັງສືພິມ ລາວພັດທະນາ)
ຕະຫຼອດໄລຍະເສັ້ນທາງ 25 ປີນັ້ນ, ການພົວພັນຂອງສອງຝ່າຍບໍ່ໄດ້ຢຸດຢັ້ງໃນການພັດທະນາທີ່ເຕັມໄປດ້ວຍຫົວຄິດປະດິດສ້າງ, ເລິກເຊິ່ງໃນທຸກຂົງເຂດວຽກງານ. ການພົວພັນຫວຽດນາມ-ສະຫະລັດ ສົມແລ້ວທີ່ກາຍເປັນຕົວແບບແຫ່ງສາຍພົວພັນສາກົນກກ່ຽວກັບ “ສ້າງສັດຕູເປັນເພື່ອນ”.
ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ baotintuc)
(ໜັງສືພິມ ລາວພັດທະນາ)