ລັດເຊຍເປັນຊາດທຳອິດທີ່ມີການທົດລອງວັກຊີນໂຄວິດ-19ກັບຄົນເປັນທີ່ຮຽບຮ້ອຍແລ້ວ
ແຫຼ່ງຂ່າວຈາກ IndiaTimes, ວັນທີ 13 ກໍລະກົດນີ້ໄດ້ອ້າງອີງຄຳເຫັນຂອງນັກວິທະຍາສາດຄົນໜຶ່ງ Elena Smolyarchuk ຈາກສູນກາງຄົ້ນຄວ້າການແພດພະຍາບານທີ່ມະຫາວິທະຍາໄລ Sechenov ຂອງລັດເຊຍໃຫ້ຮູ້ວ່າ: ການດຳເນີນການທົດລອງວັກຊີນປ້ອງກັນໂຄວິດ-19 ກັບຄົນນັ້ນແມ່ນໄດ້ສຳເລັດລົງເປັນທີ່ຮຽນຮ້ອຍແລ້ວ ແລະ ຜູ້ທີ່ສະໝັກໃນການທົດລອງນັ້ນ ກໍຈະຄ່ອຍທະຍອຍອອກໂຮງໝໍທັງໝົດ.
(ໜັງສືພິມ ລາວພັດທະນາ)
ທ່ານນາງ Elena Smolyarchuk ເປີດເຜີຍວ່າ: “ການຄົ້ນຄວ້າ ແລະ ທົດລອງໄດ້ສຳເລັດເສັດສິ້ນເປັນທີ່ຮຽບຮ້ອຍແລ້ວ ແລະ ສາມາດເວົ້າໄດ້ວ່າ ວັກຊີນມີຄວາມປອດໄພດີ, ຜູ້ທີ່ສະໝັກໃນການທົດລອງກໍຈະໄດ້ອອກໂຮງໝໍທັງໝົດໃນວັນທີ 15 – 20 ກໍລະກົດນີ້”.
ອີງຕາມສຳນັກຂ່າວ IndiaTimes ໃຫ້ຮູ້ວ່າ: ຍັງບໍ່ທັນມີຊາດໃດ ນອກຈາກລັດເຊຍທີ່ມີການທົດລອງວັກຊີນໂຄວິດ-19 ສຳເລັດກັບຄົນ, ແຕ່ບໍ່ໝາຍຄວາມວ່າມີແຕ່ລັດເຊຍປະເທດດຽວທີ່ຊອກຫາຊ່ອງທາງຜະລິດວັກຊີນໃນໂລກນີ້.
ເຖິງຢ່າງໃດກໍຕາມ ແຕ່ບໍ່ທັນຮູ້ຊັດເຈນເທື່ອວ່າປານໃດຈຶ່ງຈະມີການຜະລິດອອກມາ. IndiaTimes ຍັງໃຫ້ຮູ້ອີກວ່າ: ນີ້ແມ່ນໜຶ່ງໃນສອງວັກຊີນ ຕົວຢ່າງທີ່ສູນກາງຄົ້ນຄວ້າວັກຊີນຂອງລັດເຊຍຄົ້ນຄວ້າອອກມາ ແລະ ໄດ້ຮັບໃບອະນຸຍາດໃຫ້ມີການທົດລອງແຕ່ວັນທີ 18 ມີຖຸນາເປັນຕົ້ນມາ.
ການຄົ້ນຄວ້າໄດ້ຕົວຢ່າງວັກຊີນອອກມາໄດ້ຄືແນວນີ້, ມັນໄດ້ກາຍເປັນຂີດໝາຍທີ່ສຳຄັນໃນການຕໍ່ສູ້ກັບພະຍາດໂຄວິດ-19, ຊຶ່ງມັນໄດ້ຂ້າຊີວິດຂອງຄົນໃນໂລກໄປແລ້ວຫຼາຍກວ່າ 5 ແສນຄົນ, ໃນຈຳນວນຜູ້ຕິດເຊື້ອທັງໝົດຫຼາຍກວ່າ 13 ລ້ານຄົນໃນທົ່ວໂລກ ແລະ ສຳລັບຢູ່ລັດເຊຍມີຜູ້ເສຍຊີວິດ 11.600 ຄົນໃນຈຳນວນຜູ້ຕິດເຊື້ອທັງໝົດ 740.000 ກໍລະນີ.
ອົງການອະນາໄມໂລກໃຫ້ຮູ້ວ່າ ປັດຈຸບັນມີເຖິງ 21 ຕົວຢ່າງວັກຊີນໃນທົ່ວໂລກທີ່ກຳລັງດຳເນີນການທົດລອງຢູ່.
ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ cand)
(ໜັງສືພິມ ລາວພັດທະນາ)