ຫລານ ທຣຳ ແນະນຳ ທຣຳ ລາອອກ

ຫລານ ທຣຳ ແນະນຳ ທຣຳ ລາອອກ - 1500 - ຫລານ ທຣຳ ແນະນຳ ທຣຳ ລາອອກ
ຫລານ ທຣຳ ແນະນຳ ທຣຳ ລາອອກ - kitchen vibe - ຫລານ ທຣຳ ແນະນຳ ທຣຳ ລາອອກ

​ແມຣີ ທຣຳ ຜູ້​ເປັນ​ຫລານ​ສາວ​ປະທານາທິບໍດີ ​ໂດ​ນັລ ທຣຳ ​ໃຫ້​ສຳພາດ​ຕໍ່​ສຳນັກ​ຂ່າວ ABC News ​ໃນ​ວັນ​ທີ 14 ກໍລະກົດຜ່ານ​ມາ ​ໂດຍ​ນາງ​ຖື​ເປັນ​ຄົນ​ໃນ​ຕະກູນ​ທຣຳຄົນ​ທຳ​ອິດ​ທີ່​ອອກ​ມາບ​ອກ​ໃຫ້​ຜູ້​ເປັນ​ອາລາ​ອອກ​ຈາກຕຳ​ແໜ່​ງຜູ້ນຳ​ອາ​ເມ​ລິ​ກາ.

​ແມຣີ ກ່າວ​ວ່າ: ​ໄລຍະ 4 ​ເດືອນ​ທຳ​ອິດ​ທີ່​ອາ​ຂອງ​ນາງ​ຮັບ​ຕຳ​ແໜ່​ງຢູ່​ທຳນຽບຂາວ, ນາງ​ໄດ້​ພົບ​ກັບ​ຜູ້​ເປັນ​ອາ​ຢູ່​ຫ້ອງ​ເຮັດ​ວຽກ​ຮູບ​ໄຂ່​ໃນ​ທຳນຽບຂາວ ພ້ອມ​ໃຫ້​ກຳລັງ​ໃຈ​ຜູ້​ເປັນ​ອາ​ຂອງ​ນາງ​ວ່າ​: ຢ່າ​ໃຫ້​ບັນດາ​ນັກ​ວິຈານ​ເຮັດ​ໃຫ້​ ອາທຣຳ ຮູ້ສຶກ​ໝົດ​ຫວັງ, ​ແຕ່​ເມື່ອ​ຜູ້​ສຳພາດ​ຖາມ​ວ່າ: ຖ້າມື້ນັ້ນນາງ​ໄດ້​ມີ​ໂອກາດ​ພົບ​ທ່ານ ທຣຳ ອີກ, ນາງ​ຈະ​ແນະນຳ​ໃຫ້​ທ່ານ​ລາ​ອອກ.

ຫລານ ທຣຳ ແນະນຳ ທຣຳ ລາອອກ - Visit Laos Visit SALANA BOUTIQUE HOTEL - ຫລານ ທຣຳ ແນະນຳ ທຣຳ ລາອອກ

​ແມຣີ ກ່າວ​ວ່າ: ​ເມື່ອ​ຄິດ​ຢ້ອນ​ກັບ​ໄປ ຕອນ​ທີ່​ນາງ​ເຂົ້າພົບ​ຜູ້​ເປັນ​ອາ​ຢູ່​ທຳນຽບຂາວ​ສາມ​ຄັ້ງ ​ແລະ ​ໃນ​ທຸກ​ຄັ້ງອາ​ຂອງ​ນາງ​ເມື່ອຍ​ຕໍ່​ສິ່ງ​ທີ່​ກະທຳ​ຫລາຍ.

ນາງ​ຍັງ​​ເວົ້າອີກ​ວ່າ: ທ່ານ ທຣຳ ​ເປັນ​ຄື​ທຸກ​ວັນ​ນີ້​ເພາະ “ບັນຫາ​ພາຍ​ໃນ​ຕະກູນ​ທຣຳ ຈຶ່ງ​ເຮັດ​ໃຫ້​ທ່ານ​ກາຍ​ເປັນ​ຄົນ​ໄຮ້​ຄວາມ​ສາມາດ​ໃນ​ການ​ເປັນ​ປະທານາທິບໍດີ”.

ການ​ໃຫ້​ສຳພາດ​ຂອງ​ນາງ ​ແມຣີ ທຣຳ ມີ​ຂຶ້ນປະມານ​ໜຶ່ງ​ອາທິດ​ຫລັງ​ຈາກ​ນາງ​ໄດ້​​ຂຽນ​ໜັງສືເປີດ​ໂປ່​ງຜູ້​ເປັນ​ອາ ​ແລະ ​ເລື່ອງ​ລາວ​ໃນ​ຄອບ​ຄົວ​ທຣຳ ທີ່​ມີ​ຊື່ວ່າ: “Too Much and Never Enough: How My Family Crested the World’s Most Dangerous Man” ​ໂດຍ​ໃນ​ຫລາຍ​ຕອນ​ຂອງ​ໜັງສື​ກ່າວ​ເຖິງ​ເລື່ອງ​ບໍ່​ດີ​ຂອງ​ທ່ານ ​ໂດ​ນັລ ທຣຳ ​ແລະ ຄົນ​ຕະກູນ​ທຣຳ ​ໃນ​ຫລາຍ​ບັນຫາ​ ​ເຊິ່ງຫລໍ່​ຫລອມ​ໃຫ້​ທ່ານ ​ໂດ​ນັລ ທຣຳ ​ເປັນ​ຄື​ທຸກ​ວັນ​ນີ້.

​ແມຣີ ​ເຄີຍ​ກ່າວ​ວ່າ: ຄືນ​ທີ່​ປະກາດ​ຜົນ​ການ​ເລືອກ​ຕັ້ງຜູ້ນຳ​ອາ​ເມ​ລິ​ກາປີ 2016 ​ເປັນ​ຄືນ​ອັນ​ໜ້າ​ເສົ້າຂອງ​ປະ​ເທດ ​ແລະ ນາງ​ໂພດ​ຂໍ້ຄວາມ​ວ່າ: “ຂ້ອຍ​ຮູ້ສຶກ​ເສົ້າ​ໃຈ​ແທນ​ປະ​ເທດ​ຂອງ​ເຮົາ”. ​ແມຣີ ບອກ​ວ່າ: ອາ​ຂອງ​ນາງ​ເປັນ​ພວກ​ມັກ​ຖືກ​ການ​ອວຍ ​ເພາະ​ຄວາມ​ຈິງ​ແລ້ວ ທ່ານ​ບໍ່​ແມ່ນ​ຄົນ​ດີ​ຂະໜາດນັ້ນ ຈຶ່ງ​ມັກ​ໃຫ້​ຜູ້​ອື່ນ​ຍົກຍ້ອງ​ສັນລະ​ເສີນ​ຕົນ​ເອງ​ຕະຫລອດ​ເວລາ ​ເພື່ອ​ຮັກສາ​ພາບ​ພົດ​ຕົນ​ເອງ​ໄວ້.

ສຳລັບ ​ແມຣີ ທຣຳ ອາຍຸ 55 ປີ ຈົບ​ການ​ສຶກສາ​ປະລິນຍາ​ເອກ​ດ້ານ​ຈິດຕະວິທະຍາ ​ເປັນ​ລູກ​ສາວ​ຂອງ​ທ້າວ ​ເຟຣັດ ທຣຳ ຈູ​ເນຍ ​ເຊິ່ງ​ເປັນ​ອ້າຍ​ກົກ​ຂອງ​ປະທານາທິບໍດີ ​ໂດ​ນັລ ທຣຳ ​ໂດຍ ​ເຟຣັດ ​ເສຍ​ຊີວິດ​ຈາກ​ອາການ​ຫົວ​ໃຈ​ວາຍ​ຈາກ​ການ​ສູບຢາ​ເມື່ອ​ນາງ​ອາຍຸ​ໄດ້ 16 ປີ.

ຫລານ ທຣຳ ແນະນຳ ທຣຳ ລາອອກ - 3 - ຫລານ ທຣຳ ແນະນຳ ທຣຳ ລາອອກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!