ປະຊາກອນໂລກຈະບໍ່ເພີ່ມຂຶ້ນອີກ ຫຼັງປີ 2021
July 16, 2020 - 11:12 AM
ຂ່າວຈາກ New York Times ໃຫ້ຮູ້ວ່າ, ປີກາຍນີ້ ບັນດານັກວິທະຍາສາດທາງດ້ານປະຊາກອນຂອງອົງການສະຫະປະຊາຊາດໄດ້ມີການຄາດຄະເນປະຊາກອນຂອງໂລກວ່າ ຈະບໍ່ເພີ່ມຂຶ້ນອີກຫຼັງປີ 2100 ເພາະຍ້ອນການເກີດຫຼຸດລົງ ແລະ ຍັງສັນນິຖານອີກວ່າເມື່ອຮອດທ້າຍສັດຕະວັດທີ 21 ປະຊາກອນໃນທົ່ວໂລກສູງສຸດຈະຢູ່ທີ່ 10,9 ຕື້ຄົນ ທຽບໃສ່ 7,8 ຕື້ຄົນໃນປັດຈຸບັນ.
ແຕ່ມີການຄົ້ນຄວ້າສະບັບໜຶ່ງປະກາດອອກໃນວັນທີ 14 ກໍລະກົດນີ້ ໃຫ້ຮູ້ວ່າ: ຢ່າງໜ້ອຍຈະມີປະຊາກອນຂອງ 23 ປະເທດ, ໃນນັ້ນມີ ຍິ່ປຸ່ນ, ໄທ, ອີຕາລີ, ສະເປນ ຈະຫຼຸດລົງເຖິງ 50% ໃນປີ 2100 ແລະ ປະຊາກອນໃນອາຍຸອອກແຮງງານຂອງຈີນ ແລະ ອິນເດຍກໍຈະຫຼຸດລົງຄືກັນກັບການສັນນິຖານ.
ຂ່າວ: ລູກເມືອງພວນ