ກອງທັບ ພ້ອມແລ້ວຈະລົງປະເດີມສະໜາມນັດທຳອິດກັບ ວຽງຈັນ ຢູໄນເຕັດໃນລາຍການບານເຕະ ຄອມມານໂດ ລາວລີກ 2
ປັດຈຸບັນ ທັບນັກເຕະສະໂມສອນກະຊວງປ້ອງກັນປະເທດ ຫຼື ກອງທັບ ເອັບຊີ ມີຄວາມພ້ອມແລ້ວ 100% ເປັນຕົ້ນແມ່ນດ້ານແບບແຜນການຫຼິ້ນ, ພະລະກຳລັງ ແລະ ເຕັກນິກຕ່າງໆ ໃນການເຂົ້າຮ່ວມແຂ່ງຂັນເຕະບານ ຄອມມານໂດ ລາວລີກ 2 ປະຈຳປີ 2020 ໂດຍນັດທຳອິດຈະລົງປະເດີມສະໜາມພົບກັບ ສະໂມສອນ ວຽງຈັນ ຢູໄນເຕັດ ໃນວັນທີ 25 ກໍລະກົດນີ້.
ທ່ານ ວຽງສະຫວັນ ໄຊຍະບູນ ຫົວໜ້າຄູຝຶກ ກອງທັບ ເອັບຊີ ໃຫ້ສຳພາດຮູ້ວ່າ: ສຳລັບ ສະໂມສອນ ກອງທັບ ເອັບຊີ ຂອງພວກເຮົາແມ່ນໄດ້ເລີ່ມທຳການຝຶກຊ້ອມມາຕັ້ງແຕ່ຕົ້ນເດືອນມິຖຸນາ 2020 ແລະ ເຫັນວ່າໃນປີນີ້ ກອງທັບແມ່ນມີຄວາມພ້ອມຫຼາຍກວ່າປີຜ່ານມາ ຍ້ອນຄະນະພັກຂັ້ນເທິງໄດ້ເອົາໃຈໃສ່ຊີ້ນຳນຳພາຢ່າງໃກ້ຊິດຕິດແທດ ແລະ ເອື້ອອຳນວຍຄວາມສະດວກໃຫ້ຫຼາຍດ້ານໃນການຝຶກຊ້ອມ ໂດຍສະເພາະເດີ່ນຝຶກຊ້ອມ, ອຸປະກອນການຝຶກຊ້ອມ ແລະ ໄດ້ສຸມໃສ່ດ້ານງົບປະມານຕ່າງໆໃນການກະກຽມຄວາມພ້ອມ
ສ່ວນເປົ້າໝາຍການເຂົ້າຮ່ວມໃນລາຍການນີ້ພວກເຮົາຕັ້ງເປົ້າໄວ້ແມ່ນຢາກຂຶ້ນລາວລີກ 1 ແລະ ຕິດ 1 ໃນ 3 ຊຶ່ງຜ່ານມາພວກເຮົາກໍໄດ້ເຂົ້າຮ່ວມລາວລີກ 1 ມາແລ້ວ. ມາຮອດປະຈຸບັນນີ້ພວກເຮົາພ້ອມແລ້ວທີ່ຈະປະເດີມສະໜາມນັດທຳອິດຂອງລະດູການ ພົບກັບ ສະໂມສອນ ວຽງຈັນ ຢູໄນເຕັດ ໃນວັນທີ 25 ກໍລະກົດ 2020 ເວລາ 16:00 ໂມງ ທີ່ສະໜາມກິລາຫຍ້າທຽມ ສະຫະພັນບານເຕະແຫ່ງຊາດລາວ (ສະໜາມ2) ບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.
ທີ່ມາ: Laos Army Football cub 2020