ຜູ້ນຳຝ່າຍຄ້ານນິວຊີແລນລາອອກກ່ອນເລືອກຕັ້ງໃຫຍ່ 2 ເດືອນ ຄາດ ນາງ ຈາຊິນດາ ອາເດິນ ນັ່ງຕັ່ງນາຍົກລັດຖະມົນຕີອີກສະໄໝ
ໃນຕົ້ນອາທິດນີ້, ທ່ານ ທອດ ມຸລເລີ ຜູ້ນຳພັກຝ່າຍຄ້ານຂອງນິວຊີແລນ ຄືພັກ National ປະກາດລາອອກຈາກຕຳແໜ່ງກ່ອນໜ້າຈະຈັດການເລືອກຕັ້ງທົ່ວໄປຂຶ້ນ 2 ເດືອນ ແລະ ຫລັງຂຶ້ນຮັບຕຳແໜ່ງຫົວໜ້າພັກໄດ້ພຽງ 53 ວັນເທົ່ານັ້ນ ເນື່ອງຈາກໄດ້ຮັບສຽງວິພາກວິຈານກ່ຽວກັບຂໍ້ມູນສ່ວນຕົວຂອງຜູ້ຕິດເຊື້ອໂຄວິດ-19 ພາຍໃນປະເທດຮົ່ວໄຫລ.
ທ່ານ ມຸລເລີ ສະແດງຄວາມເສຍໃຈຕໍ່ເຫດການທີ່ເກີດຂຶ້ນ ພ້ອມຍິນດີກ້າວລົງຈາກຕຳແໜ່ງຜູ້ນຳພັກ “ສິ່ງທີ່ເກີດຂຶ້ນຊີ້ໃຫ້ເຫັນວ່າ: ຂ້າພະເຈົ້າບໍ່ໄດ້ເປັນບຸກຄົນທີ່ດີທີ່ສຸດທີ່ຈະດຳລົງຕຳແໜ່ງຜູ້ນຳພັກຝ່າຍຄ້ານ ແລະ ຜູ້ນຳພັກ National ຂອງນິວຊີແລນ ສິ່ງທີ່ສຳຄັນກວ່ານັ້ນຄື ພັກ National ຈະຕ້ອງມີຜູ້ນຳພັກທີ່ເໝາະສົມ ແລະ ມີຄວາມສາມາດ ຕຳແໜ່ງນີ້ເພີ່ມພາລະໜ້າທີ່ທີ່ໜັກສຳລັບຂ້າພະເຈົ້າ ແລະ ຄອບຄົວ”.
ພັກມີມະຕິເລືອກທ່ານ ຈູດິ ຄໍລິນ ຂຶ້ນເປັນຜູ້ນຳຄົນໃໝ່ຂອງພັກ National ໂດຍນິວຊີແລນກຽມຈັດການເລືອກຕັ້ງລະດັບປະເທດໃນວັນທີ 19 ກັນຍານີ້, ຄາດນາຍົກລັດຖະມົນຕີ ນາງ ຈາຊິນດາ ອາເດິນ ຜູ້ນຳຈາກພັກ Labour ຍັງມີຄວາມເປັນໄປໄດ້ສູງທີ່ຈະໄດ້ຮັບສຽງສະໜັບສະໜູນໃຫ້ນັ່ງຕັ່ງຜູ້ນຳປະເທດນິວຊີແລນຕໍ່ໄປອີກສະໄໝ ເຫັນໄດ້ຈາກກະແສຄວາມນິຍົມທັງໃນ ແລະ ນອກປະເທດທີ່ຍ້ອງຍໍໃນການຮັບມືຕໍ່ເຫດການຍິງ ແລະ ຮັບມືວິກິດໂຄວິດ-19 ໄດ້ຢ່າງມີປະສິດທິພາບ ຈົນນິວຊີແລນບໍ່ມີການຕິດເຊື້ອພາຍໃນປະເທດມາດົນກວ່າ 73 ວັນແລ້ວ ແລະ ມີຜູ້ເສຍຊີວິດຈາກໂຄວິດ-19 ພຽງ 22 ຄົນເທົ່ານັ້ນເກືອບ 7 ເດືອນຜ່ານມາ.