ເກີດເຫດໄຟໄໝ້ທໍ່ສົ່ງນ້ຳມັນ ເອຢິບ ບາດເຈັບເກືອບ 20 ຄົນ
July 16, 2020 - 4:20 PM
ຕາມແຫລ່ງຂ່າວ ເອຢິບ, ວັນທີ 15 ກໍລະກົດ, ເຈົ້າໜ້າທ່ີ ເອຢິບ ໃຫ້ຮູ້ວ່າ ເກີດເຫດ ທໍ່ສົ່ງ ນ້ຳມັນ ລະເບີດ ຢ່າງຮຸນແຮງ ຢູ່ເສັ້ນທາງຫລວງ, ນະຄອນຫລວງ ເລີແກ ປະເທດ ເອຢິບ ເຮັດໃຫ້ ໄຟໄໝ້ລົດ ແລະ ປະຊາຊົນ ຢູ່ເທິງຖະໜົນ, ບາດເຈັບເກືອບ 20 ຄົນ, ເຈົ້າໜ້າທ່ີ ໄດ້ນຳສົ່ງໄປ ປິ່ນປົວຢູ່ ໂຮງໝໍ ແລະ ລົດໃຫຍ່ 20 ກວ່າຄັນ ຖືກໄຟໄໝ້. ພາຍຫລັງ ເກີດເຫດ ເຈົ້າໜ້າທີ່ ສັ່ງປິດ ບໍລິເວນໃກ້ຄຽງ ລວມທັງ ບໍ່ໃຫ້ລົດແລ່ນຜ່ານ ເພື່ອປ້ອງກັນ ບໍ່ໃຫ້ເກີດ ໄຟໄໝ້. ປັດຈຸບັນ, ຊອກດານີ ແລະ ບັນດາປະເທດ ເພື່ອນບ້ານ ເຊັ່ນ ອິດສະຣາແອນ ຕ້ອງເພິ່ງພາ ນ້ຳມັນດີບ ທ່ີສົ່ງຜ່ານ ຈາກທໍ່ນ້ຳມັນ ໃນເອຢິບ./.