ເກີດເຫດໄຟໄໝ້ເຮືອນປະຊາຊົນຢູ່ບ້ານມົກໂຊະ ແຂວງບໍ່ແກ້ວ ເສຍຊີວິດ 1 ຄົນ
July 17, 2020 - 9:48 AM
ຕາມການລາຍງານຂອງອຳນາດການປົກຄອງບ້ານມົກໂຊະ ໃຫ້ຮູ້ວ່າ: ໃນເວລາປະມານ 14 ໂມງ 30 ນາທີ ຂອງວັນ 15 ກໍລະກົດນີ້ ໄດ້ເກີດເຫດໄຟໄໝ້ເຮືອນປະຊາຊົນ ຢູ່ບ້ານມົກໂຊະ ເມືອງຜາອຸດົມ ແຂວງບໍ່ແກ້ວ ຈຳນວນ 1 ຫຼັງ ເຊິ່ງເປັນເຮືອນ 2 ຊັ້ນ ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ ຄືທ້າວ ພວງ ອາຍຸ 35 ປີ ເຊິ່ງເປັນຜູ້ລົງມືກໍ່ເຫດຈູດເຮືອນເອງ ຍ້ອນສະຕິບໍ່ຄ່ອຍດີເປັນບ້າເສຍຈິດ. ຕໍ່ກັບເຫດການດັ່ງກ່າວ ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງຜາອຸດົມ ພ້ອມຫ້ອງການທີ່ກ່ຽວຂ້ອງ ໄດ້ລົງກວດກາຜົນເສຍຫາຍຕົວຈິ່ງ ເພື່ອເກັບກຳຂໍ້ມູນ ແລະ ສືບສວນສອບສວນເພີ່ມເຕີມ ພ້ອມທັງນຳເອົາເຄື່ອງບັນເທົາທຸກ ປະກອບມີເຂົ້າສານ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ສອຍ ເປັນມູນຄ່າ 1.250.000 ກີບ ມອບໃຫ້ຄອບຄົວທີ່ຖືກເຄາະຮ້າຍໃນຄັ້ງນີ້ ເພື່ອເປັນການບັນເທົາໃນເບື້ອງຕົ້ນ.