ຫວຽດນາມ ລົງທຶນຫຼາຍກ່ວາ 80 ລ້ານໂດລາສະຫະລັດ ຢູ່ທີ່ ແຂວງຊຽງຂວາງ
July 17, 2020 - 1:31 PM
ຂ່າວຈາກໜັງສືພິມ Thoidai ຂອງຫວຽດນາມໃຫ້ຮູ້ເມື່ອວັນທີ 16 ກໍລະກົດນີ້ວ່າ: ໄລຍະປີ 2011-2020, ມີລັດວິສາຫະກິດຂອງຫວຽດນາມ 10 ບໍລິສັດໄດ້ລົງທຶນ ສຳປະທານຫຼາຍໂຄງການຢູ່ທີ່ແຂວງຊຽງຂວາງ, ດ້ວຍມູນຄ່າທັງໝົດ 83.534.109 ໂດລາສະຫະລັດ, ມີທຶນຈົດທະບຽນແລ້ວທັງໝົດ 26.486.205 ໂດລາສະຫະລັດ, ນອກຈາກນັ້ນແຂວງຊຽງຂວາງ ຍັງໄດ້ອອກໃບອະນຸຍາດດຳເນີນທຸລະກິດໃຫ້ແກ່ 17 ຫົວໜ່ວຍລົງທຶນຂອງຫວຽດນາມ, ດ້ວຍຈຳນວນທຶນຈົດທະບຽນທັງໝົດ 18.723.915 ໂດລາສະຫະລັດ. ໃນນັ້ນ, ໂຄງການທີ່ເປັນໜ້າສົນໃຈກໍຄື: ໂຄງການໂຮງຮຽນພອນສະຫວັນແຂວງຊຽງຂວາງ ແລະ ໂຄງການໂຮງໝໍມິດຕະພາບຫວຽດນາມ – ລາວ.
ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ Baothoidai)