ຫລາຍປະເທດກ່າວຫາ ຣັດເຊຍພະຍາຍາມລັກສູດວັກແຊງໂຄວິດ

ຫລາຍປະເທດກ່າວຫາ ຣັດເຊຍພະຍາຍາມລັກສູດວັກແຊງໂຄວິດ - 174 - ຫລາຍປະເທດກ່າວຫາ ຣັດເຊຍພະຍາຍາມລັກສູດວັກແຊງໂຄວິດ
ຫລາຍປະເທດກ່າວຫາ ຣັດເຊຍພະຍາຍາມລັກສູດວັກແຊງໂຄວິດ - kitchen vibe - ຫລາຍປະເທດກ່າວຫາ ຣັດເຊຍພະຍາຍາມລັກສູດວັກແຊງໂຄວິດ

ອາ​ເມ​ລິ​ກາ-ອັງກິດ-ກາ​ນາ​ດາ ກ່າວ​ຫາ ຣັດ​ເຊຍພະຍາຍາມ​ຈາລະ​ກຳ​ການ​ວິ​ໄຈ​ວັກ​ແຊງ​ໂຄ​ວິດ-19.

ລັດຖະບານ​ອັງກິດ​ອອກ​ຖະ​ແຫລ​ງການ​ລະບຸ​ວ່າ: ໜ່ວຍ​ງານ​ດ້ານ​ຄວາມ​ໝັ້ນຄົງ​ຂອງ​ອາ​ເມ​ລິ​ກາ, ອັງກິດ ​ແລະ ກາ​ນາ​ດາ ພົບ​ຫລັກ​ຖານ​ວ່າ ລັດຖະບານ​ເກ​ຣມລິນ​ກຳລັງ​ພະຍາຍາມ​ແຮັກ​ເຈາະ​ລະບົບ ​ເພື່ອ​ຈາລະ​ກຳ​ຂໍ້​ມູນ​ການ​ວິ​ໄຈ​ວັກ​ແຊງ​ປ້ອງ​ກັນ​ພະຍາດ​ໂຄ​ວິດ-19 ​ເຊິ່ງຫລາຍ​ປະ​ເທດ​ກຳລັງ​ເລັ່ງພັດທະນາ​.

ຫລາຍປະເທດກ່າວຫາ ຣັດເຊຍພະຍາຍາມລັກສູດວັກແຊງໂຄວິດ - Visit Laos Visit SALANA BOUTIQUE HOTEL - ຫລາຍປະເທດກ່າວຫາ ຣັດເຊຍພະຍາຍາມລັກສູດວັກແຊງໂຄວິດ

​ໃນ​ຖະ​ແຫລ​ງການ​ລະບຸ​ວ່າ: ໜ່ວຍ​ງານ​ດ້ານ​ຄວາມ​ໝັ້ນຄົງ​ໄຊ​ເບີ​ແຫ່ງ​ຊາດ​ຂອງ​ອັງກິດ ຫລື GCHQ ​ໄດ້​ຮ່ວມ​ມື​ກັບ​ໜ່ວຍ​ງານ​ດ້ານ​ຄວາມ​ໝັ້ນຄົງ​ຂອງ​ອາ​ເມ​ລິ​ກາ ​ແລະ ກາ​ນາ​ດາ ​ເຊິ່ງຕ່າງ​ກໍ​ເປັນ​ສະມາຊິກ​ກຸ່ມ Five Eyes ລະບຸ​ວ່າ: ກຸ່ມ​ນັກ​ຈາລະ​ກຳ​ຂໍ້​ມູນ​ທີ່​ມີ​ຊື່ວ່າ: APT29 ຫລື ມີ​ຊື່​ເອີ້ນ​ວ່າ​ແກ້ງ Cozy Bear ພະຍາຍາມ​ແຮັກ​ເຂົ້າລະບົບ​ສະ​ຖາ​ບັນ​ວິ​ໄຈ​ວັກ​ແຊງ​ໃນ​ຫລາຍ​ແຫ່ງ​ທົ່ວ​ໂລກ ​ໂດຍ​ພົບ​ວ່າ​ກຸ່ມ​ນີ້​ເປັນ​ສ່ວນ​ໜຶ່ງ​ຂອງ​ໜ່ວຍ​ຂ່າວ​ລັບຣັດ​ເຊຍ.

“APT29 ​ເປັນ​ກຸ່ມ​ແຮັກ​ເກີ​ທີ່​ຮູ້ຈັກ​ກັນ​ດີ​ວ່າ​ຕັ້ງ​ເປົ້າຈາລະ​ກຳ​ຂໍ້​ມູນ​ສຳຄັນ​ໃນ​ອົງ​ກອນ​ດ້ານ​ສາທາລະນະ​ສຸກ ​ແລະ ພະລັງງານ​ທົ່ວ​ໂລກ. ດັ່ງນັ້ນ ​ເຮົາ​ຈະ​ສະໜັບສະໜູນ​ໃຫ້​ທຸກ​ຄົນ​ດຳ​ເນີນ​ຕໍ່​ໄພ​ຄຸກ​ຄາມ​ນີ້​ຢ່າງ​ຈິງ​ຈັງ ​ແລະ ບັນ​ເທົາ​ຜົນ​ກະທົບ​ທີ່​ຈະ​ເກີດ​ຂຶ້ນ”. ທ່ານ ​ແອນ ນອຍ​ເບີ​ເກີ ​ເຈົ້າໜ້າ​ທີ່​ຕົວ​ແທນ​ໜ່ວຍ NSA ຂອງ​ອາ​ເມ​ລິ​ກາລະ​ບຸ​ໃນ​ຖະ​ແຫລ​ງຮ່ວມ.

​ເຖິງ​ຢ່າງ​ໃດ​ກໍດີ, ອັງກິດ​ບໍ່​ໄດ້​ເປີດ​ເຜີຍ​ວ່າ​ມີ​ສະ​ຖາ​ບັນ​ວິ​ໄຈ​ໃດ​ແດ່​ທີ່​ຖືກ​ແຮັກ​ຂໍ້​ມູນ ຫລື ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ຄວາມ​ພະຍາຍາມ​ຈາລະ​ກຳ​ຄັ້ງນີ້. ​ແນ່ນອນ​ວ່າ​ເລື່ອງ​ດັ່ງກ່າວ ລັດຖະບານຣັດ​ເຊຍ​ອອກ​ມາ​ປະຕິ​ເສດ​ເຖິງ​ຄຳ​ກ່າວອ້າງ ທັງ​ວ່າ​ໃຫ້​ອັງກິດ ​ແລະ ບັນດາ​ປະ​ເທດ​ທີ່​ຮ່ວມ​ກ່າວ​ຫາຣັດ​ເຊຍ ​ເປີດ​ເຜີຍ​ຫລັກ​ຖານ ​ເພື່ອ​ສະໜັບສະໜູນ​ຂໍ້​ກ່າວ​ຫາ.

ຫລາຍປະເທດກ່າວຫາ ຣັດເຊຍພະຍາຍາມລັກສູດວັກແຊງໂຄວິດ - 3 - ຫລາຍປະເທດກ່າວຫາ ຣັດເຊຍພະຍາຍາມລັກສູດວັກແຊງໂຄວິດ
ຫລາຍປະເທດກ່າວຫາ ຣັດເຊຍພະຍາຍາມລັກສູດວັກແຊງໂຄວິດ - 5 - ຫລາຍປະເທດກ່າວຫາ ຣັດເຊຍພະຍາຍາມລັກສູດວັກແຊງໂຄວິດ
ຫລາຍປະເທດກ່າວຫາ ຣັດເຊຍພະຍາຍາມລັກສູດວັກແຊງໂຄວິດ - 4 - ຫລາຍປະເທດກ່າວຫາ ຣັດເຊຍພະຍາຍາມລັກສູດວັກແຊງໂຄວິດ