ຈັບໄດ້ແລ້ວຄົນຮ້າຍດຶງກະເປົາເຂດບ້ານໂນນສະຫວາດ ນະຄອນໄກສອນ ພົມວິຫານ
ໃຊ້ເວລາພຽງ 26 ຊົ່ວໂມງ ເຈົ້າໜ້າທີ່ວິຊາສະເພາະພະແນກຕຳຫລວດນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ສາມາດຈັບຕົວຜູ້ດຶງກະເປົາຂອງພົນລະເມືອງຢູ່ເຂດບ້ານໂນນສະຫວາດ ພາຍຫລັງເຫດເກີດຂຶ້ນໃນຕອນຄໍ່າຂອງວັນທີ 14 ກໍລະກົດຜ່ານມານີ້ ເຊິ່ງຜູ້ຕ້ອງຫາຄືທ້າວ ວິຊຸນ (ຕຸກ) ອາຍຸ 34 ປີ ວ່າງງານ ຢູ່ບ້ານໂນນສະຫວາດ ນະຄອນໄກສອນ ພົມວິຫານ ຜູ້ກ່ຽວໄດ້ຮັບສາລະພາບວ່າ: ໄດ້ລົງມືກໍ່ເຫດດຶງກະເປົາດັ່ງກ່າວແທ້ ໂດຍຮ່ວມກັບທ້າວ ພອນສະຫວັນ (ອ້າຍ) ອາຍຸ 34 ປີ ວ່າງງານ ຢູ່ບ້ານໄຊຍະພູມ ນະຄອນໄກສອນ ພົມວິຫານເຊັ່ນກັນ ເຊິ່ງຕອນນີ້ກຳລັງເອົາຕົວຫລົບໜີ.
ຜູ້ຕ້ອງຫາຍັງໄດ້ຮັບສາລະພາບວ່າ: ເວລາ 19 ໂມງຂອງວັນທີ 7 ກໍລະກົດຜ່ານມາ ທັງສອງຍັງໄດ້ໄປຊີງຊັບຢູ່ຮ້ານປິ່ນງົວໂຊກໄຊ ດ້ວຍຮູບການດຶງກະເປົາໄດ້ເງິນມາ 1.500 ບາດ ແລະ 300.000 ກີບ ທັງສອງກໍໄດ້ແບ່ງກັນໃຊ້ຈ່າຍຫລິ້ນກິນ. ປັດຈຸບັນ ເຈົ້າໜ້າທີ່ພວມເລັ່ງນຳຈັບຕົວຄົນຮ້າຍອີກຜູ້ໜຶ່ງມາດຳເນີນຄະດີໃຫ້ໄດ້ໂດຍໄວ.