ສະຫະລັດອາເມລິກາ ມອບມຸ້ງຍ້ອມຢາໃຫ້ລາວຕື່ມອີກ 88.000 ດາງເພື່ອປ້ອງກັນພະຍາດມາເລເຣຍ
ໃນວັນທີ 17 ກໍລະກົດນີ້ ທີ່ນະຄອນຫລວງວຽງຈັນ, ທ່ານ ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈໍາລາວ ໄດ້ມອບມຸ້ງຍ້ອມນ້ຳຢາຈໍານວນ 88.000 ດາງ ໃຫ້ແກ່ ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ເພື່ອ ແຈກຢາຍໃຫ້ແກ່ປະຊາຊົນໃນເຂດຫ່າງໄກສອກ ຫຼີກ, ໂດຍສະເພາະແມ່ນບ່ອນທີ່ຍັງພົບຜູ້ຕິດເຊື້ອໄຂ້ມາເລເຣຍສູງ.
(ໜັງສືພິມ ລາວພັດທະນາ)
ທ່ານ ທູດ ປີເຕີ ເຮມ໋ອນ ກ່າວວ່າ: ສະຫະລັດອາເມລິກາ ມີຄວາມພາກພູມໃຈທີ່ໄດ້ສືບຕໍ່ຮ່ວມມືກັບ ສປປ ລາວ ແລະ ຄູ່ຮ່ວມງານທາງດ້ານສາທາລະນະສຸກເພື່ອຊ່ວຍສະໜັບສະໜູນ ສປປ ລາວໃນການລົບລ້າງພະຍາດມາເລເຣຍໃຫ້ໝົດໄປພາຍໃນປີ 2030.
ໃນໄລຍະ 10 ປີທີ່ຜ່ານມາ, ຜູ້ປ່ວຍພະຍາດມາເລເຣຍໃນລາວໄດ້ມີຈຳນວນຫຼຸດລົງຢ່າງຕໍ່ເນື່ອງ, ເນື່ອງຈາກລັດຖະບານກໍໄດ້ເຮັດວຽກຢ່າງຕັ້ງໜ້າໃນການລົບລ້າງພະຍາດນີ້ ເຊິ່ງໄດ້ເຮັດໃຫ້ຈຳນວນກໍລະນີຜູ້ຕິດເຊື້ອຫຼຸດລົງເຖິງ 90% ຫຼຸດລົງຈາກຜູ້ຕິດເຊື້ອ 50.000 ກໍລະນີ ໃນປີ 2014 ມາເປັນ 6.593 ກໍລະນີ ໃນປີ 2018.
ໃນຜ່ານມາ, ໄດ້ໃຫ້ການຊ່ວຍເຫລືອລາວຫລາຍຢ່າງໃນການຮັບມືກັບ ພະຍາດລະບາດຕ່າງໆ ລວມທັງ ໂຄວິດ-19, ມາເລເຣຍ, ພະຍາດຕິດຕໍ່ທາງເພດສຳພັນ ແລະ ອື່ນໆ. ເຊິ່ງໄລ່ມາຮອດປັດຈຸບັນລັດຖະບານອາເມລິກາຍ້ອມມຸ້ງທັງໝົດ 700.000 ດາງ, ຊຸດບົ່ງມະຕິພະຍາດຂັ້ນພື້ນຖານ 470.000 ຊຸດ ແລະ ການປິ່ນປົວມາເລເຣຍ 112.000 ຄັ້ງ.
(ໜັງສືພິມ ລາວພັດທະນາ)