WHO ລະບຸທົ່ວໂລກຕິດໂຄວິດ-19 ເພີ່ມກວ່າ 2,3 ແສນຄົນໃນມື້ດຽວ ຕິດເຊື້ອສະສົມເກີນ 14 ລ້ານຄົນແລ້ວ


ວັນທີ 18 ກໍລະກົດ, ອົງການອະນາໄມໂລກ (WHO) ລາຍງານພົບຜູ້ຕິດໂຄວິດ-19 ເພີ່ມກວ່າ 2,3 ແສນຄົນ (237.743 ຄົນ) ພາຍໃນ 24 ຊົ່ວໂມງ ຊີ້ສະຖານະການການແຜ່ລະບາດຂອງໂຄວິດ-19 ຍັງໜ້າເປັນຫ່ວງ ໂດຍຜູ້ຕິດເຊື້ອໃໝ່ສ່ວນຫລາຍມາຈາກ 4 ປະເທດຫລັກທີ່ພົບຜູ້ຕິດເຊື້ອເພີ່ມລະດັບຫລັກໝື່ນຄົນຕໍ່ມື້ຄື: ອາເມລິກາ, ເບຣຊິນ, ອິນເດຍ ແລະ ອາຟຣິກາໃຕ້.
ການແຜ່ລະບາດກຳລັງກ້າວເຂົ້າສູ່ເດືອນທີ 7 ທົ່ວໂລກມີຜູ້ຕິດເຊື້ອສະສົມເກີນ 14 ລ້ານຄົນແລ້ວ (14.179.014 ຄົນ), ປິ່ນປົວຫາຍຫລາຍກວ່າ 8,4 ລ້ານຄົນ (8.442.455 ຄົນ) ຫລື ຄິດເປັນກວ່າເຄິ່ງໜຶ່ງຂອງຜູ້ຕິດເຊື້ອທັງໝົດ, ເສຍຊີວິດແລ້ວ 598.508 ຄົນ ອັດຕາການເສຍຊີວິດຢູ່ທີ 4,22% ໂດຍພົບຜູ້ຕິດເຊື້ອເພີ່ມເກີນມື້ລະ 1 ແສນຄົນ ຕິດຕໍ່ກັນເຖິງ 52 ມື້ ນັບແຕ່ວັນທີ 27 ພຶດສະພາຜ່ານມາ.
ອາເມລິກາຍັງເປັນປະເທດທີ່ພົບຜູ້ຕິດເຊື້ອສະສົມຫລາຍທີ່ສຸດໃນໂລກ (3.769.276 ຄົນ) ພົບຜູ້ຕິດເຊື້ອເພີ່ມ 74.251 ຄົນໃນມື້ດຽວ, ຮອງລົງມາແມ່ນເບຣຊິນ (2.046.328 ຄົນ) ເພີ່ມ 34.177 ຄົນ, ອິນເດຍ (1.040.457 ຄົນ), ຣັດເຊຍ (759.203 ຄົນ) ແລະ ເປຣູ (345.537 ຄົນ) ພົບຜູ້ຕິດເຊື້ອແລ້ວຢ່າງໜ້ອຍ 181 ຈາກ 193 ປະເທດທົ່ວໂລກ.