ເຈລີກ ອະນຸຍາດໃຫ້ແຟນບານເຂົ້າຊົມບໍ່ເກີນ 50% ຂອງຄວາມບັນຈຸສະໜາມ
July 18, 2020 - 11:19 AM

ຕາມການລາຍງານຂອງສຳນັກຂ່າວປະເທດຢີ່ປຸ່ນໄດ້ໃຫ້ຮູ້ວ່າ: ທ່ານ ມິດຊູຣຸ ມູຣາອິ ປະທານຈັດການແຂ່ງຂັນບານເຕະຂອງ ເຈລີກ ໄດ້ອະນຸຍາດໃຫ້ແຟນບານເຂົ້າຊົມຕໍ່ນັດບໍ່ເກີນ 5 ພັນຄົນ ເຊິ່ງກໍມີການປະຕິບັດກົດລະບຽບຄວາມປອດໄພຢ່າງເຄັ່ງຂັດ.
ເຈລີກ ຈະເປີດໃຫ້ແຟນບານສາມາດເຂົ້າເບິ່ງການແຂ່ງຂັນບານເຕະລີກຂອງປະເທດໄດ້ໃນວັນທີ 1 ສິງຫາ 2020 ເປັນຕົ້ນໄປ ເປັນຈໍານວນ 50% ຂອງຄວາມບັນຈຸສະໜາມ ຕາມທີ່ມະຕິຕົກລົງອອກມາກ່ອນໜ້ານີ້.