ບໍລິສັດ ລາວໂມບາຍມັນນີ ຈໍາກັດຜູ້ດຽວ ແລະ ບໍລິການ M-money ການເງິນດີຈີຕ໋ອນເທິງມືຖື ເປີດໂຕຢ່າງເປັນທາງການແລ້ວ
ບໍລິສັດ ລາວໂມບາຍມັນນີ ຈໍາກັດຜູ້ດຽວ ແລະ ບໍລິການ M-money ການເງິນດີຈີຕ໋ອນເທິງມືຖື ໄດ້ມີພິທີເປີດໂຕຢ່າງເປັນທາງການ, ຂຶ້ນໃນວັນທີ 17 ກໍລະກົດ ທີ່ນະຄອນຫລວງວຽງຈັນ. ໂດຍການເປັນປະທານຂອງ ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີ ກະຊວງໄປສະນີ ໂທລະຄົມມະຄົມ ແລະ ການສື່ສານ, ທ່ານ ທັນສະໃໝ ຊາມຸນຕີ ຜູ້ອໍານວຍການ ບໍລິສັດ ລາວໂມບາຍມັນນີ ຈໍາກັດຜູ້ດຽວ ແລະ ທ່ານ ສຸລິສັກ ທຳນຸວົງ ຫົວໜ້າກົມ ຄຸ້ມຄອງລະບົບຊຳລະສະສາງ ທະນາຄານແຫ່ງ ສປປ ລາວ ພ້ອມດ້ວຍຄູ່ຮ່ວມທຸລະກິດເຂົ້າຮ່ວມ.
ເພື່ອເປັນການເປີດຕົວຢ່າງເປັນທາງການກ່ຽວກັບການບໍລິການແອັບພິເຄ ຊັ່ນ M-money ກະເປົາເງິນເທິງມືຖື ທີ່ສາມາດໃຊ້ກັບການໃຊ້ຊີວິດປະຈໍາວັນແບບໃໝ່ທີ່ເນັ້ນຄວາມສະດວກສະບາຍໃນການຈ່າຍເງິນໂດຍບໍ່ຕ້ອງພົກເງິນສົດ, M-money ສາມາດຈ່າຍຄ່ານ້ຳ, ຄ່າໄຟຟ້າ, ຄ່າໂທລະສັບ, ຄ່າບິນຕ່າງໆ ແລະ ສາມາດໂອນເງິນໄປທະນາຄານຕ່າງໆໄດ້ພຽງປາຍນີ້ວ ຫລື ຕ້ອງການເອົາເງິນເຂົ້າໃນ M-money ກໍສາມາດເຮັດໄດ້ດ້ວຍວິທີງ່າຍໆທີ່ຈຸດບໍລິການທົ່ວປະເທດ. ເຊິ່ງປະຊາຊົນສາມາດເຂົ້າເຖິງການບໍລິການດັ່ງກ່າວນີ້ໄດ້ຢ່າງສະດວກສະບາຍ ພ້ອມສ້າງສັງຄົມທີ່ບໍ່ນໍາໃຊ້ເງິນສົດໃນທົ່ວປະເທດ, ເສີມສ້າງບໍລິການການເງິນດີຈີຕ້ອນໃຫ້ກາຍເປັນກະເປົາເງິນທີ່ມີຜູ້ຄົນນໍາໃຊ້ຫລາຍເປັນອັນດັບ1 ໃນອະນາຄົດອັນໄກ້ນີ້ໂດຍໃຫ້ທຸກພາກສວ່ນຕ້ອງໄດ້ຮັບຜົນປະໂຫຍດສູງສຸດ.
ບໍລິສັດ ລາວ ໂມບາຍມັນນີ ຈໍາກັດຜູ້ດຽວ ສືບຕໍ່ພັດທະນາວຽກໄປສະນີ ໂທລະຄົມມະນາຄົມ ແລະ ສື່ສານ ໃຫ້ກາຍເປັນອຸດສາຫະກໍາທີ່ທັນສະໄໝເປັນສື່ກາງໃນການເຊື່ອມໂຍງບັນດາຫົວໜ່ວຍທຸລະກິດທັງພາຍໃນ ແລະ ຕ່າງປະ ເທດ ແນໃສ່ເປັນສ່ວນໜຶ່ງສ້າງທ່າແຮງຊຸກຍູ້ຜັນຂະຫຍາຍແນວທາງພັດທະນາເສດຖະກິດດິຈິຕ້ອນຂອງພັກໃນອະນາຄົດຂ້າງຫນ້າໃຫ້ເປັນຮູບປະທໍາ ແລະ ປະສົບຜົນສໍາເລັດເປັນຢ່າງສູງ, ສະພາຂາຫຸ້ນບໍລິສັດໂທລະຄົມມະນາຄົມ ມະຫາຊົນທີ່ລັດຖະບານຖືຫຸ້ນ 51% ແລະ ນັກລົງທຶນຕ່າງປະເທດ 49%ຕົກລົງສ້າງບໍລິສັດ ລາວໂມບາຍ ມັນນີ ຈໍາກັດຜູ້ດຽວ ເພື່ອເຮັດໜ້າທີ່ໃຫ້ບໍລິການການເງິນດິຈິຕອນເທິງມືຖືດ້ວຍເຄື່ອງຫມາຍການຄ້າ M-money ຕາມສະ ໂລແກນທີ່ວ່າ “ໃຫ້ຊີວິດງ່າຍຂື້ນຕາມຍຸກດິຈິຕ້ອນ ດ້ວຍວິໃສທັດ ເປັນຜູ້ນໍາດ້ານການເງິນດິຈິຕອນໃນ ສປປ ລາວ”.
ໃນງານດັ່ງກ່າວ, ຍັງມີການເຊັນສັນຍາຮ່ວມມືກັນກັບບັນດາຫົວໜ່ວຍທຸລະກິດ ຕ່າງເຊັ່ນ: 1/. ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, 2/. ບໍລິສັດ T Plus ດີຈີຕ້ອນຈໍາກັດ, 3/. ບໍລິສັດ ETL ຈໍາກັດ, 4/. ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, 5/. ທະນາຄານອຸດສາບາະກໍາ ແລະ ການຄ້າຈີນ (ICBC) ຈໍາກັດ, 6/. ທະນາຄານພັດທະນາລາວ, 7/. ທະນາຄານສົ່ງເສີມກະສິກໍາ, 8/. ທະນາຄານຮ່ວມພັດທະນາ, 9/. ທະນາຄານຮ່ວມທຸລະກິດລາວຫວຽດ, 10/. ທະນາຄານອິນດູຈີນຈໍາກັດ, 11/. ທະນາຄານເອຊີລີດາ ຈໍາກັດ, 12/. ທະນາຄານມາຣູຮານເຈແປນລາວ, 13/. ບໍລິສັດ NCC ຈໍາກັດຜູ້ດຽວ, 14/. ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ, 15/. ບໍລິສັດ ຮຸ່ງອາລຸນ ໂລຈິດສະຕິກ ຈໍາກັດຜູ້ດຽວ, ແລະ 16/. ທ່ານ ປະສົງ ລັດຕະນະ ປະທານບໍລິສັດ ໂກເທັດດີ້ ຈໍາກັດຜູ້ດຽວ.
ພ້ອມນີ້, ບໍລິສັດ ລາວໂມບາຍມັນນີ ຈໍາກັດຜູ້ດຽວ ໄດ້ໄດ້ວາງແຜນການຂະຫຍາຍການບໍລິການໄວ້ 3 ໄລຍະຄື: ໄລຍະທີ1: ເລີ່ມເດືອນກໍລະກົດເປັນຕົ້ນໄປຈະໄດ້ໃຫ້ບໍລິການໃນເຂດນະຄອນຫລວງວຽງຈັນ; ໄລຍະທີ2: ເລີ່ມທ້າຍເດືອນສິງຫາຈະຂະຫຍາຍການບໍລິການໄປອີກ 10 ແຂວງຫລັກເຊັ່ນ: ບໍ່ແກ້ວ, ອຸດົມໄຊ, ຫລວງນ້ຳທາ, ໄຊຍະບູລີ, ຫລວງພະບາງ, ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ຈໍາປາສັກ ແລະ ຄູ່ຮ່ວມທຸລະກິດຕ່າງ ໄລຍະທີ3: ເລີ່ມຕົ້ນທ້າຍເດືອນກັນຍາ 2020 ຈະໄດ້ຂະຫຍາຍການບໍລິການໄປທົ່ວປະເທດ.
M-money App ສະໝັກງ່າຍພຽງແຕ່ລົງທະບຽນດ້ວຍເບີໂທລະຊັບມືຖື ແລະ ບັດປະຈໍາຕົວ ກໍສາມາດໃຊ້ໄດ້ເລີຍ, M-money ມີຄວາມປອດໄພໃນການເຂົ້າໃຊ້ໂດຍການ Scan ລາຍນິ້ວມື ຫລື ການ Scan ໃບໜ້າຂອງທ່ານເອງ ແລະ ມີຟັງຊັ້ນແຈ້ງເຕືອນທຸກຄັ້ງທີ່ມີການໃຊ້ຈ່າຍ ແລະ ສາມາດດາວໂຫລດ App ໄດ້ແລ້ວມື້ນີ້ ທາງ App Store ແລະ Play Store.