ການປົກປ້ອງ ຊັບ ແລະ ສິດຂອງຕົນ
ທ້າວ ກ ໄດ້ຢືມລົດຂອງນາງ ຂ ໄປນຳໃຊ້ໄລ ຍະໜຶ່ງ ເພື່ອແລ່ນວຽກທີ່ຈຳ ເປັນ ແຕ່ພາຍ ຫຼັງສຳ ເລັດວຽກແລ້ວ ທ້າວ ກ ໄດ້ເອົາລົດຄັນດັ່ງ ກ່າວໄປມອບໃຫ້ທ້າວ ຄ ນຳໃຊ້ ໂດຍບອກວ່າເປັນລົດຂອງຕົນ ແລ້ວກໍເອົາເງິນນຳທ້າວ ຄ ຈຳນວນ 8 ແສນກີບ ຫຼັງຈາກນັ້ນບໍ່ຮູ້ວ່າທ້າວ ກ ຫາຍໜ້າໄປທາງໃດ ໃນກໍ ລະ ນີດັ່ງ ກ່າວນີ້ ຖ້ານາງ ຂ ຫາກໄດ້ທວງເອົາລົດຄັນດັ່ງ ກ່າວນັ້ນຈາກທ້າວ ຄ ຊຶ່ງເປັນຜູ້ຄອບຄອງ ຜູ້ ກ່ຽວກໍຕ້ອງໄດ້ສົ່ງລົດນັ້ນຄືນໃຫ້ນາງ ຂ ແຕ່ນາງ ຂ ກໍຕ້ອງໄດ້ທົດແທນເງິນຄືນໃຫ້ແກ່ທ້າວ ຄ
ເນື່ອງຈາກການບໍ່ເຄົາ ລົບສິດຂອງກັນ ແລະ ກັນ ລະ ຫວ່າງຄົນກັບຄົນ ລະ ຫວ່າງເຈົ້າກັບຂ້ອຍ ລະ ຫວ່າງຜູ້ນີ້ກັບຜູ້ອື່ນ ບຸກ ຄົນນີ້ກັບບຸກ ຄົນອື່ນ ກ່ຽວກັບສິດໃນກຳ ມະ ສິດ ຊຶ່ງບາງລາຍກໍເຖິງກັບຖືພ້າຖືມີດເຂົ້າຫາກັນ ບາງລາຍກໍເຖິງຂັ້ນຖືປືນ ຖືສິດ ຖືອຳ ນາດທີ່ມີເພື່ອນາບຂູ່ເຊິ່ງກັນ ແລະ ກັນ ໂດຍທີ່ຍັງບໍ່ທັນຮູ້ວ່າໃຜມີເອ ກະ ສານທີ່ເປັນຫຼັກຖານຢັ້ງ ຢືນ ຫຼື ຍັງບໍ່ທັນມີສານໃດຕັດ ສິນວ່າ ຜູ້ໃດຊະ ນະ ຜູ້ໃດເສຍຄະ ດີ ການເສຍຄະ ດີກໍແມ່ນເສຍສິດໃນກຳ ມະ ສິດ (ໃນກໍ ລະ ນີຫາກແມ່ນກ່ຽວກັບທີ່ດິນ) ຫຼື ເສຍເງິນ ເສຍຄວາມຮູ້ ສຶກ ແມ່ນກະທັ້ງເສຍຮອດຄວາມຮັກຄວາມແພງ (ໃນກໍ ລະ ນີການກູ້ຢືມເງິນ) ນອກ ຈາກນັ້ນ ກໍແມ່ນການເສຍກຽດ ເສຍສັກສີ ເສຍ ຊື່ ເສຍສຽງ ແລະ ເສຍພາບພົດບົດ ບາດ ແຕ່ມັນກໍແມ່ນເລື່ອງທຳມະດາຂອງຄົນ ທີ່ດີ້ນ ຮົນເພື່ອສ້າງຕົນເອງໃຫ້ໂດດເດັ່ນຢູ່ໃນສັງ ຄົມໃນຍຸກໂລ ກາພິວັດນີ້.
ຍ້ອນບັນ ຫາເປັນຄືແນວນີ້ ກົດ ໝາຍໄດ້ອະ ນຸ ຍາດໃຫ້ບຸກ ຄົນສາ ມາດນຳໃຊ້ມາດຕະ ການທາງດ້ານກົດ ໝາຍ ເພື່ອປົກປ້ອງກຳມະ ສິດຂອງຕົນ ໃນເມື່ອບຸກ ຄົນຫາກໄດ້ລະ ເມີດ ການປົກປ້ອງກຳ ມະ ສິດ ໝາຍເຖິງການນຳໃຊ້ມາດຕະ ການຕ່າງໆ ຕາມທີ່ກົດ ໝາຍໄດ້ກຳ ນົດໄວ້ ເພື່ອຟື້ນຟູສິດ ແລະ ຜົນປະ ໂຫຍດຂອງຕົນ ທີ່ຖືກລະ ເມີດນັ້ນຄືນເປັນກຳມະສິດຂອງຕົນ ການປົກປ້ອງກຳ ມະ ສິດ ຈະດຳ ເນີນດ້ວຍການຮ້ອງຟ້ອງເພື່ອທວງເອົາຊັບສິ່ງຂອງຕົນຄືນ.
ກົດ ໝາຍໄດ້ກຳ ນົດວ່າ ໃນເມື່ອສິດກ່ຽວກັບຊັບສິ່ງຂອງ ຂອງເຈົ້າກຳ ມະ ສິດຫາກໄດ້ຖືກລະ ເມີດໂດຍບຸກ ຄົນອື່ນທີ່ພວມຄອບຄອງ ຢ່າງຜິດກົດ ໝາຍຢູ່ນັ້ນ ຜູ້ ກ່ຽວກໍມີສິດຮ້ອງຟ້ອງ ເພື່ອທວງເອົາຊັບສິ່ງຂອງຈາກບຸກ ຄົນນັ້ນຄືນໄດ້ ເວົ້າໃນທີ່ນີ້ໝາຍເຖິງບຸກ ຄົນທີ່ຄອບຄອງຊັບຂອງບຸກ ຄົນອື່ນຢ່າງຜິດກົດ ໝາຍ ໂດຍຄວາມບໍ ລິ ສຸດໃຈ.
ຜູ້ຄອບຄອງຊັບຢ່າງຜິດກົດ ໝາຍ ໂດຍຄວາມບໍ ລິ ສຸດໃຈນັ້ນແມ່ນໃຜ? ແມ່ນຄອບຄອງແນວ ໃດຈຶ່ງບໍລີສຸດໃຈ? ການຄອບຄອງແນວນີ້ ຖ້າເຈົ້າຊັບຫາກໄດ້ທວງຖາມເອົາຄືນຈະວ່າແນວ ໃດ?.
ຜູ້ຄອບຄອງຊັບສິ່ງຂອງຢ່າງຜິດກົດ ໝາຍ ໂດຍຄວາມບໍ ລິ ສຸດໃຈ ແມ່ນບຸກ ຄົນທີ່ບໍ່ຮູ້ ແລະ ບໍ່ອາດຮູ້ໄດ້ວ່າຊັບສິ່ງຂອງທີ່ຕົນຄອບຄອງນັ້ນ ຍັງເປັນກຳ ມະ ສິດຂອງບຸກ ຄົນອື່ນຢູ່ ໃນກໍ ລະ ນີນີ້ ຖ້າ ວ່າເຈົ້າກຳ ມະ ສິດເດີມ ຫາກໄດ້ທວງເອົາຊັບສິ່ງຂອງນັ້ນຄືນ ຜູ້ຄອບຄອງຕ້ອງໄດ້ສົ່ງຄືນໃຫ້ຜູ້ ກ່ຽວ ແຕ່ເຈົ້າກຳ ມະ ສິດເດີມຕ້ອງທົດແທນຕາມມູນຄ່າຊັບສິ່ງຂອງ ໃຫ້ແກ້ຜູ້ຄອບຄອງ ແຕ່ຜູ້ເປັນເຈົ້າກຳ ມະ ສິດເດີມ ກໍມີສິດຮ້ອງຂໍເອົາການໃຊ້ແທນຄ່າເສຍຫາຍ ຈາກຜູ້ທີ່ໄດ້ມອບຊັບສິ່ງຂອງ ໂດຍຕົນເອງບໍ່ມີສິດມອບນັ້ນຄືນ ດັ່ງຕົວຢ່າງຂ້າງເທິງ
ໃນກໍ ລະ ນີທີ່ຜູ້ຄອບຄອງຫາກໄດ້ຮັບຊັບສິ່ງຂອງດ້ວຍການມອບ ຫຼື ການສືບທອດມູນມໍ ລະ ດົກນັ້ນ ຈະບໍ່ມີການທົດແທນມູນຄ່າຂອງຊັບດັ່ງ ກ່າວ ຫຼື ໃຊ້ແທນຄ່າເສຍຫາຍແຕ່ຢ່າງ ໃດ.
ໂດຍ ໄມງັດ Vientiane Mai