ຟຣ້ອງ Football ປະກາດຍົກເລິກການມອບລາງວັນ ບັນລົງດໍ 2020
ຕາມການລາຍງານຂອງສຳນັກຂ່າວຕ່າງປະເທດໃຫ້ຮູ້ວ່າ: ຟຣ້ອງ Football ໄດ້ອອກຖະແຫລງຢ່າງເປັນທາງການແລ້ວວ່າ: ລາງວັນບັນລົງດໍ ໃນປີ 2020 ຈະບໍ່ມີການໂຫວດ ແລະ ມອບລາງວັນດັ່ງກ່າວນີ້ ເນື່ອງຈາກໄດ້່ຮັບຜົນກະທົບການແຜ່ລະບາດຂອງເຊື້ອໄວຣັສໂຄວິດ-19, ຈົນສົ່ງຜົນໃຫ້ ລີກອ໋ອງ ຝຣັ່ງ ລວມໄປເຖີງ ເອເຣດິວິຊິ ຂອງໂຮງລັງ ຢຸດຕິການແຂ່ງຂັນທັນທີ່.
ພ້ອມດຽວກັນນີ້ ປານການ ແຟເຣ່ ບັນນາທິການຂອງ ຟຣ້ອງ Football ໄດ້ກ່າວໃຫ້ຮູ້ຕື່ມອິກວ່າ: ເປັນຄັ້ງທໍາອິດຕັ້ງແຕ່ປີ 1956 ທີ່ລາງວັນບັນລົງດໍ ຢຸດຕິການໂຫວດ ແລະ ມອບລາງວັນ, ເພາະໄດ້ພິຈາລະນາຢ່າງຄົບຖ້ວນແລ້ວວ່າສະພາບການປັດຈຸບັນນີ້ຍັງມີການແຜ່ລະບາດຂອງເຊື້ອໄວຣັສດັ່ງກ່າວຢູ່ ສົ່ງຜົນເຖີງນັກເຕະທີມງານຄະນະຄູຝຶກແຕ່ລະສະໂມສອນໄດ້ຮັບຜົນກະທົບ, ການຕັດສິນໃຈຢຸດຕິການມອບລາງວັນໃນຄັ້ງນີ້ກໍ່ເພື່ອຫຼີກລ້ຽງການປຽບທຽບ ແລະ ຂໍ້ສົງໃສທີ່ຕາມມາ,ເພື່ອປົກປ້ອງຄວາມໜ້າເຊື່ອຖື,ຄວາມຖືກຕ້ອງຕາມກົດຂອງລາງວັນ ໂດຍ ບັນລົງດໍ ຈະກັບມາອິກຄັ້ງໃນປີ 2021. ບັນນາທິການ ຟຣ້ອງ Football ກ່າວ