ຍີ່ປຸ່ນກຽມຍ້າຍຖານຜະລິດຈາກຈີນມາອາຊຽນ


ຍີ່ປຸ່ນເລີ່ມຈ່າຍເງິນໃຫ້ບໍລິສັດຕ່າງໆ ເພື່ອຊ່ວຍເຫລືອໃນການຍ້າຍຖານຜະລິດ ແລະ ຫລຸດການອາໄສໂຮງງານຢູ່ຈີນ.
ສຳນັກຂ່າວບລູມເບິກລາຍງານວ່າ: ລັດຖະບານຍີ່ປຸ່ນຈະເລີ່ມໃຫ້ເງິນອຸດໜູນແກ່ບໍລິສັດບາງແຫ່ງ ເພື່ອລົງທຶນໃນໂຮງງານຢູ່ຍີ່ປຸ່ນ ແລະ ອາຊີຕາເວັນອອກສຽງໃຕ້ ເຊິ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການຫລຸດອາໄສການຜະລິດຢູ່ປະເທດຈີນ.
ກະຊວງເສດຖະກິດການຄ້າ ແລະ ອຸດສາຫະກຳ (METI) ກ່າວໃນທ້າຍອາທິດຜ່ານມາວ່າ: ບໍລິສັດ 57 ແຫ່ງ ລວມທັງຜູ້ຜະລິດຜ້າປິດປາກ-ດັງເຊັ່ນ: Iris Ohyama Inc. ແລະ Sharp Corp ຈະໄດ້ຮັບເງິນອຸດໜູນລວມ 57.400 ລ້ານເຢນ ຈາກລັດຖະບານ ເພື່ອລົງທຶນໃນການຜະລິດຢູ່ຍີ່ປຸ່ນ.
ບໍລິສັດອີກ 30 ແຫ່ງຈະໄດ້ຮັບເງິນສຳລັບການລົງທຶນຢູ່ໄທ, ຫວຽດນາມ, ມຽນມາ ແລະ ປະເທດອື່ນໆ ໃນອາຊີຕາເວັນອອກສຽງໃຕ້ ແຕ່ບໍ່ໄດ້ໃຫ້ລາຍລະອຽດກ່ຽວກັບຈຳນວນເງິນ.
ເຖິງວ່າໃນຖະແຫລງການຂອງ METI ບໍ່ໄດ້ລະບຸຢ່າງຈະແຈ້ງວ່າ: ການຊ່ວຍເຫລືອທາງການເງິນຄືການຊ່ວຍຍ້າຍການຜະລິດອອກຈາກປະເທດຈີນ, ແຕ່ນາຍົກລັດຖະມົນຕີ ຊິນໂຊ ອາເບະ ກ່າວໃນເດືອນມີນາວ່າ: ຍີ່ປຸ່ນຈຳເປັນຕ້ອງເອົາຂະແໜງການຜະລິດກັບບ້ານ ຫລື ກະຈາຍໄປປະເທດອາຊຽນ ແທນທີ່ຈະອາໄສປະເທດດຽວຄືຈີນ.
ໜັງສືພິມນິກເກອິລາຍງານວ່າ: ລັດຖະບານຈະຈ່າຍເງິນລວມ 70.000 ລ້ານເຢນໃນຮອບນີ້ ໂດຍງົບປະມານພູດນີ້ມາຈາກງົບປະມານ 243.500 ລ້ານເຢນ ທີ່ລັດຖະບານຈັດສັນໃນເດືອນເມສາ ເພື່ອຫລຸດການອາໄສຕ່ອງໂສ່ອຸປະທານຂອງຈີນ ໂດຍມີຈຸດປະສົງເພື່ອຊ່ວຍໃຫ້ບໍລິສັດຍ້າຍໂຮງງານກັບບ້ານ ຫລື ໄປປະເທດອື່ນໆ.