ຍ້ອນຫຍັງປະທານາທິບໍດີ Macron ຝຼັ່ງຈຶ່ງທຸບໂຕະ ຮຽກຮ້ອງໃຫ້ຍົກເລີກກອງປະຊຸມ EU ?
ບັນດາຜູ້ນຳຂອງເອີຣົບ ໄດ້ຖົກຖຽງກັນຢ່າງຮຸນແຮງໃນກອງປະຊຸມພິຈາລະນາງົບຊ່ວຍເຫຼືອຟື້ນຟູເສດຖະກິດຫຼັງໂຄວິດ-19.
ກອງປະຊຸມສຸດຍອດ EU ດຳເນີນມາເປັນວັນທີ 3 ດ້ວຍຄວາມເຄັ່ງຕຶງ, ບັນດາຜູ້ນຳເອີຣົບຍັງບໍ່ທັນຕົກແຕກກັນກ່ຽວກັບງົບຊ່ວຍເຫຼືອເພື່ອພັດທະນາເສດຖະກິດພາຍຫຼັງໂຄວິດ-19.
ສຳນັກຂ່າວ Reuters ໃຫ້ຮູ້ວ່າ: ຂໍ້ຂັດແຍ່ງຕົ້ນຕໍໃນກອງປະຊຸມແມ່ນກ່ຽວກັບງົບຊ່ວຍເຫຼືອ 750 ຕື້ເອີໂຣ ທີ່ໃຫ້ກູ້ຢືມ ແລະ ໃຫ້ການຊ່ວຍເຫຼືອແກ່ບັນດາປະເທດສະມາຊິກທີ່ໄດ້ຮັບຜົນກະທົບໜັກຈາກໂຄວິດ-19 ທີ່ເຮັດໃຫ້ເສດຖະກິດຕົກຕໍ່າ.
ປະທານາທິບໍດີ ຝຼັ່ງ ໃຫ້ທັດສະນະວ່າ: ໃນຈຳນນວນ 750 ຕື້ນັ້ນ ແມ່ນຢາກໃຫ້ເປັນງົບຊ່ວຍເຫຼືອລ້າ 400 ຕື້ ໂດຍບໍ່ໃຫ້ສົ່ງຄືນ.
ໃນຂະນະດຽວກັນ ບັນດາປະເທດເຊັ່ນ: ເນເທີແລນ, ອອສເຕເລຍ ຄັດຄ້ານ ແລະ ໃຫ້ຄຳເຫັນວ່າ: ງົບ 350 ຕື້ນັ້ນມັນສູງຢູ່ແລ້ວ ແລະ ສອງປະເທດນີ້ຍັງຮຽກຮ້ອງໃຫ້ມີເງື່ອນໄຂກູ້ຢືມທີ່ເຄັ່ງຄັດອີກດ້ວຍ.
ສຳນັກຂ່າວ AFP ອ້າງອີງຜູ້ເຫັນເຫດການໃນກອງປະຊຸມວ່າ: ປະທານາທິບໍດີ Macron ຂອງຝຼັ່ງ ເກີດໂມໂຫ ໃຊ້ກຳປັ້ນທຸບໂຕະ ເມື່ອເຫັນນາຍົກລັດຖະມົນຕີ ອອສເຕເລຍ Sebastian Kurz ອອກຈາກຫ້ອງປະຊຸ ໄປລົມໂທລະສັບ. ຜູ້ເຫັນເຫດການໃຫ້ຮູ້ອີກວ່າ: ທ່ານນາຍົກອອສເຕເລຍ Kurz ເກີດຄວາມບໍ່ພໍໃຈໃນເມື່ອເຫັນວ່າຕົນເອງຖືກປະທານາທິບໍດີ Macron ແຕະຕ້ອງກຽດສັກສີຂອງຕົນ.
ພ້ອມດຽວກັນນັ້ນ, ທ່ານ Macron ກໍຕຳນິວິຈານນະໂຍບາຍຂອງນາຍົກລັດຖະມົນຕີ ເນເທີແລນ Mark Rutte ທີ່ສົມທຽບວ່າ ຈະຈົບລົງແບບເສຍຫາຍຄືກັນກັບນາຍົກລັດຖະມົນຕີຂອງອັງກິດ David Cameron ໃນການຕໍ່ສູ້ຖອນຕົວອອກຈາກສະຫະພາບເອີຣົບ.
ປະທານາທິບໍດີຝຼັ່ງ ຖືໄດ້ວ່າເປັນຜູ້ໜຶ່ງທີ່ເອົາຈິງເອົາຈັງໃນການເຈລະຈາ ແລະ ເວົ້າວ່າ: ຍົກເລີກປະຊຸມຍັງດີກວ່າທີ່ຈະຈົບລົງແບບບໍ່ໄດ້ຮັບຜົນຫຍັງ.
ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ thanhnien)