3 ກຸ່ມວິໄຈເຜີຍຂ່າວດີພັດທະນາວັກແຊງໂຄວິດ-19 ຂະນະທີ່ມະຫາວິທະຍາໄລອອກຟອດໂຊຜົນທົດລອງ ຊີ້ວັກແຊງກະຕຸ້ນພູມຄຸ້ມກັນໄດ້
ວັນທີ 20 ກໍລະກົດ, 3 ກຸ່ມວິໄຈຈາກສະຫະຣາຊະອານາຈັກ, ຈີນ ແລະ ອາເມລິກາ ຕ່າງເຜີຍແຜ່ຜົນທົດລອງວັກແຊງຕ້ານໂຄວິດ-19 ຂັ້ນຕົ້ນໃນຄົນ ພົບສັນຍານບວກທີ່ວັກແຊງສາມາດກະຕຸ້ນການຕອບສະໜອງຂອງລະບົບພູມຄຸ້ມກັນ ແລະ ໃຊ້ງານໄດ້ຢ່າງປອດໄພ.
ຜົນທົດລອງທຳອິດຈາກທີມວິໄຈມະຫາວິທະຍາໄລອອກຟອດຂອງສະຫະຣາຊະອານາຈັກ ທີ່ຮ່ວມມືກັບບໍລິສັດຢາ AstraZeneca ພັດທະນາວັກແຊງຊື່ວ່າ AZD1222 ພົບສັນຍານບວກທີ່ສຳຄັນ ໃນການທົດລອງຂັ້ນຕົ້ນ ໄລຍະທີ 1/2.
ຂໍ້ມູນການທົດລອງທີ່ເຜີຍແຜ່ໃນວາລະສານການແພດ The Lancet ລະບຸວ່າມີການສັກວັກແຊງໃຫ້ກຸ່ມຕົວຢ່າງຈຳນວນ 1.077 ຄົນ ອາຍຸ 18-55 ປີ ທີ່ບໍ່ມີປະຫວັດຕິດເຊື້ອໂຄວິດ-19 ເຊິ່ງພົບວ່າວັກແຊງນັ້ນມີຄວາມປອດໄພ ແລະ ສາມາດກະຕຸ້ນການຕອບສະໜອງຂອງລະບົບພູມຄຸ້ມກັນໃນຮ່າງກາຍຂອງກຸ່ມຕົວຢ່າງໄດ້ດີເກືອບທຸກຄົນ ແລະ ນຳໄປສູ່ການສ້າງພູມຄຸ້ມກັນທີ່ສຳຄັນຄືແອນຕິບໍດີ້ (Antibody) ຫລື ສານພູມຕ້ານທານ ແລະ ທີເຊລ (T-Cell) ຫລື ຈຸລັງເມັດເລືອດຂາວຊະນິດໜຶ່ງທີ່ຊ່ວຍກຳຈັດສິ່ງແປກປອມໃນຮ່າງກາຍ ເຮັດໃຫ້ສາມາດຕ້ານທານເຊື້ອໄວຣັສໂຄໂຣນາ 2019 (SARS-CoV-2) ທີ່ກໍ່ໃຫ້ເກີດພະຍາດໂຄວິດ-19 ໄດ້.
ຈາກການທົດລອງພົບວ່າລະດັບການຕອບສະໜອງຂອງທີເຊລຈະເພີ່ມສູງສຸດຫລັງສັກວັກແຊງໃນໄລຍະເວລາປະມານ 14 ວັນ, ສ່ວນແອນຕິບໍດີ້ຈະມີການຕອບສະໜອງສູງສຸດຫລັງສັກວັກແຊງໄປແລ້ວປະມານ 28 ວັນ ເຊິ່ງໃນການທົດລອງຍັງພົບຜົນຂ້າງຄຽງທີ່ບໍ່ຮຸນແຮງຈາກການສັກວັກແຊງເຊັ່ນ: ເປັນໄຂ້ ແລະ ເຈັບຫົວໃນກຸ່ມຕົວຢ່າງປະມານ 70%.
ອອກຟອດພັດທະນາວັກແຊງ AZD1222 ດ້ວຍເຕັກໂນໂລຊີການດັດແປງພັນທຸກຳໄວຣັສທີ່ເປັນສາເຫດຂອງພະຍາດໄຂ້ຫວັດ ເຊິ່ງພົບໄດ້ທົ່ວໄປໃນລີງຊິມແປນຊີ ໂດຍເຊື້ອໄວຣັສຈະຖືກດັດແປງພັນທຸກຳຂະໜານໃຫຍ່ຈົນເຮັດໃຫ້ບໍ່ສາມາດກໍ່ໃຫ້ເກີດການຕິດເຊື້ອ. ອີກທັງຍັງມີລັກສະນະທາງພັນທຸກຳທີ່ຄືກັບໄວຣັສໂຄໂຣນາ 2019 ແລະ ເມື່ອສັກເຂົ້າສູ່ຮ່າງກາຍແລ້ວຈະເຮັດໃຫ້ລະບົບພູມຄຸ້ມກັນເກີດການຕອບສະໜອງ.
ເຖິງຢ່າງໃດກໍຕາມ, ທີມວິໄຈຂອງອອກຟອດຢືນຢັນວ່າ: ຈຳເປັນຕ້ອງມີການວິໄຈເພີ່ມຕື່ມ ກ່ອນຈະຢືນຢັນວ່າ ວັກແຊງນັ້ນສາມາດຕ້ານທານເຊື້ອໄວຣັສໂຄໂຣນາ 2019 ໄດ້ຢ່າງມີປະສິດທິພາບ ຕະຫລອດຈົນກວດສອບວ່າວັກແຊງນັ້ນສາມາດປົກປ້ອງຮ່າງກາຍຈາກໄວຣັສໄດ້ດົນຊໍ່າໃດ.
ຂະນະທີ່ຕອນນີ້ທີມວິໄຈຂອງອອກຟອດໄດ້ເລີ່ມການທົດລອງໄລຍະທີ 2/3 ເຊິ່ງຈະມີການຂະຫຍາຍການທົດລອງໃນກຸ່ມຕົວຢ່າງຢູ່ສະຫະຣາຊະອານາຈັກເພີ່ມເປັນ 10.000 ຄົນ ແລະ ໄດ້ຂະຫຍາຍການທົດລອງໄປຕ່າງປະເທດນຳອີກ ເນື່ອງຈາກອັດຕາການຕິດເຊື້ອຢູ່ສະຫະຣາຊະອານາຈັກຕອນນີ້ຂ້ອນຂ້າງຕໍ່າ ເຮັດໃຫ້ຍາກຕໍ່ການຢືນຢັນປະສິດທິພາບຂອງວັກແຊງ ໂດຍປັດຈຸບັນໄດ້ເລີ່ມການທົດລອງຢູ່ອາຟຣິກາໃຕ້ ແລະ ເບຣຊິນແລ້ວ ແລະ ຈະເລີ່ມການທົດລອງໃນກຸ່ມຕົວຢ່າງ 30.000 ຄົນຢູ່ອາເມລິກາ ເດືອນສິງຫານີ້.
ທາງດ້ານລັດຖະບານສະຫະຣາຊະອານາຈັກເປີດເຜີຍວ່າ: ໄດ້ເຮັດຂໍ້ຕົກລົງ ແລະ ຈ່າຍເງິນສັ່ງຜະລິດວັກແຊງໂຄວິດ-19 ຈາກ 3 ກຸ່ມວິໄຈ ລວມທັງອອກຟອດແລ້ວ ໂດຍແບ່ງເປັນ: ວັກແຊງ 100 ລ້ານໂດສ ຂອງມະຫາວິທະຍາໄລອອກຟອດ, ວັກແຊງ 30 ລ້ານໂດສ ຂອງບໍລິສັດ BioNtech/Pfizer ແລະ ວັກແຊງ 60 ລ້ານໂດສ ຂອງບໍລິສັດ Valneva.
ເຊິ່ງທາງປະທານຄະນະດ້ານວັກແຊງຂອງສະຫະຣາຊະອານາຈັກເປີດເຜີຍສາເຫດທີ່ຕ້ອງຄົ້ນຫາ ແລະ ສັ່ງຜະລິດວັກແຊງຈາກກຸ່ມວິໄຈທີ່ມີຄວາມກ້າວໜ້າ ເພື່ອໃຫ້ແນໃຈວ່າສະຫະຣາຊະອານາຈັກຈະໄດ້ວັກແຊງຈາກໜຶ່ງໃນກຸ່ມວິໄຈເຫລົ່ານີ້ທີ່ຜ່ານການພິສູດແລ້ວວ່າປອດໄພ ແລະ ມີປະສິດທິພາບ.
ສຳລັບຜົນທົດລອງທີ 2 ເຜີຍແຜ່ອອກມາໃນວັນທີ 20 ກໍລະກົດ ເຊັ່ນກັນຄືຜົນທົດລອງຈາກບໍລິສັດ CanSino Biologics ຜູ້ຜະລິດວັກແຊງຂອງຈີນ ເຊິ່ງທົດລອງໄລຍະທີ 2 ຢູ່ເມືອງອູ່ຮັ່ນ ນັບແຕ່ເດືອນເມສາຜ່ານມາ ໂດຍໃຫ້ວັກແຊງກຸ່ມຕົວຢ່າງ 500 ຄົນ ເຊິ່ງແຕ່ລະຄົນຈະໄດ້ຮັບວັກແຊງໃນປະລິມານທີ່ແຕກຕ່າງກັນ ທັງຫລາຍ, ໜ້ອຍ ແລະ ໄດ້ວັກແຊງປອມ (Placebo).
ຈາກການທົດລອງພົບວ່າວັກແຊງນັ້ນມີຄວາມປອດໄພ ແລະ ໃນກຸ່ມຕົວຢ່າງ 95% ຂອງຜູ້ທີ່ໄດ້ຮັບວັກແຊງປະລິມານຫລາຍ ແລະ 91% ຂອງຜູ້ໄດ້ຮັບວັກແຊງປະລິມານໜ້ອຍ ມີການຕອບສະໜອງຂອງພູມຄຸ້ມກັນຄືແອນຕິບໍດີ້ ແລະ ທີເຊລໃນໄລຍະເວລາ 28 ວັນຫລັງໄດ້ຮັບວັກແຊງ ແຕ່ບໍ່ພົບວ່າຊ່ວຍຢັບຢັ້ງການຕິດເຊື້ອ ແລະ ໃນກຸ່ມທີ່ໄດ້ຮັບວັກແຊງປະລິມານຫລາຍ 9% ມີຜົນຂ້າງຄຽງຂ້ອນຂ້າງຮຸນແຮງ ເຊິ່ງຜົນຂ້າງຄຽງສ່ວນຫລາຍທີ່ພົບຄືມີໄຂ້ສູງ.
ອີກກຸ່ມວິໄຈທີ່ມີຄວາມກ້າວໜ້າໃນຜົນທົດລອງວັກແຊງໂຄວິດ-19 ຄືກຸ່ມວິໄຈພາຍໃຕ້ການຮ່ວມມືຂອງບໍລິສັດ Pfizer ຈາກອາເມລິກາ ແລະ ບໍລິສັດ BioNTech ຈາກເຢຍລະມັນ ເຊິ່ງພັດທະນາວັກແຊງດ້ວຍເຕັກໂນໂລຊີ mRNA ຫລື ການຕັດຕໍ່ສານພັນທຸກຳ.
ຜົນການທົດລອງຂັ້ນຕົ້ນ ໄລຍະທີ 1/2 ທີ່ເຜີຍແຜ່ທາງ medRxiv.org ແຕ່ຍັງບໍ່ຖືກເຜີຍແຜ່ ແລະ ກວດສອບແບບ Peer Review ໃນວາລະສານການແພດ ພົບວ່າມີການສຸ່ມໃຫ້ວັກແຊງກຸ່ມຕົວຢ່າງ 60 ຄົນ ອາຍຸ 18-55 ປີ ໃນປະລິມານທີ່ແຕກຕ່າງກັນ ໂດຍໃນກຸ່ມທີ່ໄດ້ຮັບວັກແຊງໃນປະລິມານໜ້ອຍສາມາດກະຕຸ້ນການຕອບສະໜອງຂອງແອນຕິບໍດີ້ ແລະ ທີເຊລໄດ້ດີ.
ສຳລັບຜົນຂ້າງຄຽງທີ່ເກີດກັບກຸ່ມຕົວຢ່າງ ຫລາຍຄົນມີອາການໃນລະດັບເບົາບາງຈົນເຖິງປານກາງ ເຊິ່ງອາການສ່ວນຫລາຍຈະຄືມີໄຂ້. ຂະນະທີ່ Pfizer ແລະ BioNTech ເປີດເຜີຍວ່າຫລັງຈາກນີ້ຈະມີການຂະຫຍາຍການທົດລອງເຂົ້າສູ່ໄລຍະທີ 3 ແລະ ຂະຫຍາຍການທົດລອງໃນກຸ່ມຕົວຢ່າງທີ່ມີສຸຂະພາບແຂງແຮງເພີ່ມເປັນ 30.000 ຄົນ ເຊິ່ງຈະເລີ່ມຕົ້ນໃນທ້າຍເດືອນນີ້.