ຍົກລະດັບຄວາມຮັບຮູ້ກ່ຽວກັບການຕອບໂຕ້ ຂ່າວປັ່ນປ່ວນໃນສື່ອອນລາຍ
ໃນວັນທີ 21 ກໍລະກົດນີ້, ສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຈັດຊຸດສຳມະນາ ເພື່ອຍົກສູງຄວາມຮັບຮູ້ກ່ຽວກັບການຕອບໂຕ້ ແລະ ຕີຖອຍຂ່າວລວງ, ຂ່າວລື ແລະ ຂ່າວປັ່ນປ່ວນໃນສື່ສັງຄົມອອນລາຍໃຫ້ຄະນະບັນນາທິການ ພ້ອມດ້ວຍສື່ມວນຊົນທຸກຂະແໜງການອ້ອມຂ້າງສູນກາງຂຶ້ນຢູ່ສະຖາບັນສື່ມວນຊົນ ທີ່ນະຄອນຫລວງວຽງຈັນ ໂດຍຈະດຳເນີນໄປເປັນເວລາ 4 ວັນ ເພື່ອແນໃສ່ເຮັດໃຫ້ສື່ມວນຊົນໄດ້ຮັບຮູ້, ເຂົ້າໃຈກ່ຽວກັບກົດໝາຍ ແລະ ລະບຽບການຄຸ້ມຄອງສື່ມວນຊົນ ໂດຍສະເພາະສື່ສັງຄົມອອນລາຍ ແລະ ລະບຽບການຄຸ້ມຄອງການສື່ສານຜ່ານໂທລະສັບມືຖື ແລະ ອິນເຕີເນັດຢ່າງເລິກເຊິ່ງ ທັງເປັນການສ້າງຄວາມເຂັ້ມແຂງໃຫ້ສື່ມວນຊົນໃນການເຜີຍແຜ່ຂໍ້ມູນຂ່າວສານຕ່າງໆໃຫ້ຖືກຕ້ອງ, ສອດຄ່ອງກັບສະພາບຄວາມເປັນຈິງ, ຫລີກລ່ຽງການນຳສະເໜີຂ່າວທີ່ບິດເບືອນກັບຄວາມເປັນຈິງ, ການແກ້ໄຂຂ່າວທີ່ເປັນຂ່າວລວງ, ຂ່າວລື ແລະ ຂ່າວປັ່ນປ່ວນໃນສື່ສັງຄົມອອນລາຍ ແນໃສ່ເຮັດໃຫ້ສັງຄົມໄດ້ຮັບຮູ້ຂໍ້ມູນຂ່າວສານທີ່ມີມູນຄວາມຈິງ ແລະ ສອດຄ່ອງກັບແນວທາງຂອງພັກ, ລັດຖະບານວາງອອກ.
ພ້ອມຍັງໄດ້ຍົກໃຫ້ເຫັນບາງບົດຮຽນໃນການແກ້ໄຂປະກົດການຫຍໍ້ທໍ້ໃນສື່ອອນລາຍ ແລະ ວິທີວິເຄາະຂ່າວຈິງ ແລະ ຂ່າວປອມ; ລະບຽບການລົງໂທດ ແລະ ການດໍາເນີນຄະດີຕໍ່ຜູ້ກະທໍາຜິດໃນການເຜີຍແຜ່ຂໍ້ມູນຂ່າວສານທີ່ບໍ່ມີມູນຄວາມຈິງຜ່ານສື່ສັງຄົມອອນລາຍ ແລະ ອິນເຕີເນັດ.