7 ລັກສະນະຂອງບໍລິສັດທີ່ບໍ່ຄວນໄປເຮັດວຽກນຳ ເຮັດແລ້ວບໍ່ມີອະນາຄົດ
July 21, 2020 - 4:24 PM


ຫາກທ່ານກຳລັງຈະວ່າງງານ ຫລື ຕົກງານ ແລະ ຫາວຽກບໍ່ໄດ້ ຫລື ຖ້າທ່ານເຮັດວຽກຢູ່ແລ້ວເລີ່ມຮູ້ສຶກເບື່ອວຽກ ຢາກຫາວຽກໃໝ່ ທ່ານຄວນຈະຕ້ອງຕັດສິນໃຈເລືອກບໍລິສັດທີ່ກຳລັງຈະເຮັດວຽກນຳໃຫ້ດີ ເພາະວ່າການຫາວຽກບໍ່ໄດ້ມີພຽງປັດໄຈໃນເລື່ອງຂອງເງິນ ແລະ ໜ້າທີ່ວຽກງານເທົ່ານັ້ນ, ແຕ່ຍັງມີເລື່ອງທີ່ຕ້ອງຄິດກ່ຽວກັບໂຕບໍລິສັດທີ່ເຮົາຈຳຕ້ອງໄປຮ່ວມງານນຳອີກ ເຊິ່ງກ່ອນທີ່ຈະຍື່ນໃບສະໝັກວຽກ ຫລື ຕອບຕົກລົງເຮັດວຽກກັບບໍລິສັດໃດ ເຖິງວ່າເງິນເດືອນຈະຫລາຍກ່ວາວຽກທີ່ທ່ານເຮັດຢູ່ ຫລື ຕຳແໜ່ງວຽກໜ້າສົນໃຈຫລາຍກໍຕາມ ຂໍເວົ້າເຖິງ 7 ປະເພດບໍລິສັດທີ່ທ່ານບໍ່ຄວນໄປຮ່ວມວຽກນຳ ຫລື ຫາກຮ່ວມງານຢູ່ ດັ່ງນີ້ :
- ບໍລິສັດທີ່ມີຄົນລາອອກຕະຫລອດ : ສັງເກດແນວໃດ ? ມີການລົງປະກາດຮັບສະໝັກງານຕຳແໜ່ງສຳຄັນໆ ຕາມເວັບໄຊຕະຫລອດ ຫລື ບໍລິສັດທີ່ທ່ານເຂົ້າໄປເຮັດວຽກອາທິດທຳອິດມີແຕ່ຄົນເວົ້າວ່າຈະລາອອກ ທັງເວົ້າຫລິ້ນ ແລະ ເວົ້າແທ້. ມັນບໍ່ດີບ່່ອນໃດ ? ປົກກະຕິແລ້ວບໍລິສັດທີ່ດີບໍ່ຄວນມີການເປີດຮັບສະໝັກຕຳແໜ່ງຜູ້ຈັດການ ຫລື ຜູ້ບໍລິຫານລະດັບສູງໃນທຸກໆ 6 ເດືອນ ຖ້າທ່ານເຫັນບໍລິສັດໃດທີ່ມີພຶດຕິກຳດັ່ງກ່າວ ສະແດງວ່າບໍລິສັດນັ້ນກຳລັງຕົກຢູ່ໃນສະຖານະການທີ່ບໍ່ຄ່ອຍຈະດີປານໃດ ເຊິ່ງອາດຈະເປັນໄປໄດ້ 3 ສາເຫດ ຄື : ຜູ້ບໍລິຫານບໍ່ມີຄວາມເປັນຜູ້ນຳທີ່ດີ, ມີວັດທະນະທຳອົງກອນພາຍໃນທີ່ບໍ່ສາມາດດຶງດູດຄົນດີໆໄວ້ໄດ້ ຫລື ເປັນໄປໄດ້ວ່າຜູ້ບໍລິຫານລະດັບສູງມີເປົ້າໝາຍສັ້ນເທົ່າໆກັບໄລຍະເວລາທີ່ພະນັກງານຢູ່ໃນບໍລິສັດ. ຈະເຮັດແນວໃດ ? ບໍລິສັດທີ່ມີແຕ່ຄົນລາອອກມັກບໍ່ເຮັດຕາມຂໍ້ຕົກລົງທີ່ເຄີຍບອກທ່ານໄວ້ ເປັນຕົ້ນວ່າເຂົາສັນຍາວ່າຈະຍົກລະດັບທ່ານໃນໄລຍະເວລາເທົ່ານັ້ນເທົ່ານີ້ປີ ແຕ່ພໍຄົບກຳໜົດເວລາກໍບໍ່ເຮັດຕາມຄຳເວົ້າ.
- ບໍລິສັດທີ່ມີວັດທະນະທຳອົງກອນຂັດແຍ່ງກັນເອງ : ສັງເກດເຫັນໄດ້ແນວໃດ ? ມີຄົນວົງໃນ ຫລື ໝູ່ຂອງໝູ່ທ່ານທີ່ເຮັດວຽກໃນນັ້ນຈົ່ມໃຫ້ຟັງເຖິງບັນຍາກາດການເຮັດວຽກ ຫລື ມີຄົນເວົ້າເຖິງຜົນງານການເຮັດວຽກຕາມກະດານສາທາລະນະຢູ່ເລື້ອຍໆ. ມັນບໍ່ດີບ່ອນໃດ ? ບໍລິສັດແບບນີ້ອາດຈະບໍ່ແມ່ນເຫດຜົນທີ່ເຮັດໃຫ້ທ່ານບໍ່ເລືອກສົ່ງໃບສະໝັກມາຕັ້ງແຕ່ທຳອິດ, ແຕ່ທີ່ຮັບຮອງໄດ້ວ່າມັນຈະສົ່ງຜົນກະທົບຕໍ່ຊີວິດການເຮັດວຽກຂອງທ່ານໃນໄລຍະຍາວ ດີບໍ່ດີຈະເປັນປະສິດທິພາບການເຮັດວຽກຂອງທ່ານ ໄປຈົນເຖິງດ້ານການເງິນຂອງບໍລິສັດ. ຈະເຮັດແນວໃດ ? ຫລີກເວັ້ນໄດ້ກໍຫລີກເວັ້ນ, ພະຍາຍາມຢ່າຕົກລົງປົງໃຈເຮັດສັນຍາກັບບໍລິສັດແບບນີ້ ເພາະທ່ານອາດມີບັນຫາໃນໄລຍະຍາວແນ່ນອນ.
- ບໍລິສັດທີ່ພາຍນອກສຸກໃສ ພາຍໃນເປັນຜົ້ງ : ສັງເກດເຫັນໄດ້ແນວໃດ ? ພາບບັນຍາກາດການເຮັດວຽກສຸດແສນສະບາຍ, ຫ້ອງການສຸດເລີດ ແລະ ໂຄງການໂຄສະນາທີ່ບໍ່ມີໃຜທຽບໄດ້ ແຕ່ເມື່ອເຂົ້າໄປເຮັດວຽກແທ້ຊຳ້ພັດກາຍເປັນຮູບເງົາຄົນລະເລື່ອງ ມີແຕ່ຫ້ອງການຂອງຫົວໜ້າເທົ່ານັ້ນທີ່ສາມາດເອີ້ນວ່າຫ້ອງການໄດ້ ສ່ວນບ່ອນອື່ນຢ່າເອີ້ນວ່າຫ້ອງການເລີຍ ນອກຈາກໄຟຟ້າທີ່ບໍ່ແຈ້ງສະຫວ່າງ ແລະ ຄອມພິວເຕີຕັ້ງແຕ່ສະໄໝເກົ່າແລ້ວ ບໍ່ຕ້ອງເວົ້າເຖິງມຸມພັກເບຣກຂອງພະນັກງານ ຝັນໄປໄດ້ເລີຍ. ມັນບໍ່ດີບ່ອນໃດ ? ກໍປຽບດັ່ງທ່ານເຂົ້າເບິ່ງເວັບໄຊຂອງໂຮງແຮມທີ່ທ່ານບໍ່ໄດ້ມີໂອກາດເຫັນແທ້ໆ ກ່ອນເບິ່ງໃນຮູບງາມຫລາຍ, ແຕ່ເມື່ອເຂົ້າພັກແທ້ໆແລ້ວແຕກຕ່າງກັນໜ້າມືເປັນຫລັງມື ແຕ່ທີ່ໜ້າກັງວົນກ່ວາ ໂຮງແຮມທ່ານຢູ່ພຽງແຕ່ 2 – 3 ຄືນ ແຕ່ບໍລິສັດແບບນັ້ນທ່ານຕ້ອງຢູ່ກັບມັນຢ່າງໜ້ອຍ 40 ຊົ່ວໂມງຕໍ່ອາທິດເປັນຢ່າງໜ້ອຍ ຫາກດົນເຖິງເຄິ່ງປີ ຄິດເບິ່ງຈະເປັນແບບໃດ. ເຮັດແນວໃດ ? ຫາອ່ານຜົນຕອບແທນ ຫລື ຜົນການປະເມີນງານຂອງບໍລິສັດໃຫ້ດີກ່ອນຕັດສິນໃຈເຂົ້າເຮັດວຽກໃນບ່ອນໃດບ່ອນໜຶ່ງ, ແຕ່ທາງທີ່ດີທ່ານຄວນຫາຄົນຮູ້ຈັກທີ່ເຮັດວຽກຢູ່ໃນນັ້ນແລ້ວຖາມເຂົາເບິ່ງແບບເຈາະຈີ້ມ.
- ບໍລິສັດເນັ້ນລົມວຽກ ບໍ່ເນັ້ນເຮັດວຽກ : ສັງເກດໄດ້ແນວໃດ ? ແຕ່ລະມື້ຜູ້ບໍລິຫານມີແຕ່ຄາປະຊຸມ ບໍ່ກະຈາຍວຽກ, ບໍ່ຕັດສິນໃຈຫຍັງຈັກຢ່າງ. ມັນບໍ່ດີບ່ອນໃດ ? ລອງຄິດເຖິງວ່າທ່ານຕ້ອງເຮັດວຽກໃນບໍລິສັດທີ່ມີຜູ້ບໍລິຫານລະດັບສູງ 3 ຄົນນັ່ງປະຊຸມລະດົມຄວາມຄິດກັນເອງຢູ່ໃນຫ້ອງໝົດມື້ໝົດເວັນ, ແຕ່ພໍຈົບມື້ ພວກເຂົາກໍຕ່າງພາກັນແຍກກັບເຮືອນ ແລະ ທ່ານກໍບໍ່ຮູ້ວ່າຕ້ອງເຮັດວຽກ ຫລື ຮ້າຍແຮງໄປກ່ວານັ້ນຄື ພວກເຂົາກັບມາທວງວຽກທ່ານໂດຍທີ່ເຂົາບໍ່ໄດ້ໃຫ້ທ່ານເຮັດຫຍັງໝົດມື້. ເຮັດແນວໃດ ? ລອງຖາມຕົນເອງດ້ວຍຄຳຖາມເຫລົ່ານີ້ ເຊັ່ນ : ມີສະເພາະຄົນໃນເທົ່ານັ້ນແມ່ນບໍ່ທີ່ຈະໄດ້ສົ່ງເສີມ ຫລື ບໍລິສັດກຳລັງຫາຄົນນອກເຂົ້າໄປເຮັດວຽກຕຳແໜ່ງໃຫຍ່ຫລືບໍ່, ເປັນຫຍັງມີຜູ້ບໍລິຫານລະດັບ ຮອງປະທານບໍລິສັດເປັນ 10 ໂດຍທີ່ບໍລິສັດມີພະນັກງານທັງໝົດພຽງແຕ່ 100 ຄົນ ຖ້າທ່ານເກີດຄຳຖາມຂະນະເບິ່ງລາຍລະອຽດບໍລິສັດ ນັ້ນລະແມ່ນສັນຍານທີ່ບອນວ່າບໍລິສັດທີ່ເນັ້ນລົມວຽກ ບໍ່ເນັ້ນເຮັດວຽກ ເຊິ່ງຖ້າທ່ານເລືອກໄດ້ກໍຢ່າເຂົ້າໄປເຮັດວຽກກັບບໍລິສັດແບບນີ້ເລີຍ.
- ບໍລິສັດທີ່ຫລິ້ນບໍ່ຊື່ກັບທ່ານ : ສັງເກດເຫັນໄດ້ແນວໃດ ? ບໍລິສັດທີ່ທ່ານເຮັດວຽກຢູ່ບໍ່ມີການຕັ້ງເປົ້າໝາຍທີ່ຈະແຈ້ງ ຫລື ບໍ່ມີການຂຽນຫຍັງທີ່ເປັນລາຍລັກອັກສອນ ບໍ່ວ່າຈະແມ່ນໜ້າທີ່ຄວາມຮັບຜິດຊອບຂອງທ່ານທີ່ຈະແຈ້ງ ໄປຈົນເຖິງເປົ້າໝາຍໄລຍະຍາວຂອງບໍລິສັດ ຫລື ທ່ານອາດຈະເຫັນຫົວໜ້າຂອງທ່ານເອງທີ່ເມົາແຕ່ສັນຍາວ່າຈະຊຸກຍູ້ທ່ານມື້ນັ້ນວັນນີ້ ລະວັງໄວ້ໃຫ້ດີ. ມັນບໍ່ດີບ່ອນໃດ ? ໃນໂລກປັດຈຸບັນທີ່ທຸກຄົນຖາມຫາຄວາມໂປ່ງໃສ, ເຊື່ອຖືໄດ້ຈາກທຸກອົງກອນບໍລິສັດຕ່າງໆຈຶ່ງພະຍາຍາມນຳສະເໜີຄວາມໂປ່ງໃສໂດຍການນຳສະເໝີໃຫ້ເຫັນວັດທະນະທຳອົງກອນ ເຊັ່ນ : ການເປີດເຜີຍສະຫວັດດີການ ຫລື ໂບນັດຕ່າງໆ ຈົນກາຍມາເປັນຄືຄຳໝັ້ນສັນຍາທີ່ບໍລິສັດພະຍາຍາມສ້າງມາແຂ່ງກັນ ລອງຄິດເບິ່ງວ່າ ຖ້າພະແນກບຸກຄະລາກອນ ມາບອກວ່າຈະຍົກລະດັບທ່ານທ້າຍປີນີ້, ແຕ່ເມື່ອຮອດທ້າຍປີຊຳ້ພັດເຮັດເສີຍຄືກັບບໍ່ມີຫຍັງເກີດຂຶ້ນ ຫລື ຫົວໜ້າຂອງທ່ານບອກວ່າຈະຂຶ້ນເງິນເດືອນໃຫ້ທ້າຍປີ, ແຕ່ເມື່ອຮອດທ້າຍປີຊຳ້ພັດບອກວ່າເອົາໄວ້ກາງປີໜ້າ ນັ້ນລະແມ່ນທີ່ມາຂອງບໍລິສັດທີ່ຫລິ້ນບໍ່ຊື່ກັບທ່ານ. ເຮັດແນວໃດ ? ວາງແຜນວຽກໃໝ່ ແລະ ກຽມໂຕລາອອກເລີຍ ເພາະມັນບໍ່ມີເຫດຜົນທີ່ທ່ານຈະຢູ່ເຮັດວຽກກັບບໍລິສັດທີ່ເອົາແຕ່ສັນຍາ ແລະ ຫລິ້ນບໍ່ຊື່ກັບທ່ານ ຢູ່ໄປຊີວິດທ່ານກໍຄົງບໍ່ກ້າວໜ້າ, ແຕ່ຈະຢູ່ແບບນີ້ໄປເລື້ອຍໆ.
- ບໍລິສັດທີ່ບໍ່ມີການຍົກລະດັບ : ສັງເກດເຫັນໄດ້ແນວໃດ ? ທ່ານຮູ້ສຶກວ່າທ່ານບໍ່ໄດ້ຮຽນຮູ້ຫຍັງເລີຍຈາກວຽກທີ່ເຮັດຢູ່ທຸກມື້, ບໍ່ມີການປະເມີນຜົນການເຮັດວຽກ ຫລື ທ່ານອາດຖືກສັ່ງໃຫ້ເຮັດວຽກໜອກເໜືອຄວາມຮັບຜິດຊອບຕະຫລອດເວລາ ຮຸນແຮງໄປກ່ວານັ້ນ ທ່ານອາດຄິດວ່າເງິນພໍໃຊ້ໄດ້, ໜ້າທີ່ໆໄດ້ຮັບມອບໝາຍມາກໍບໍ່ໄດ້ຂີ້ຮ້າຍ, ແຕ່ເມື່ອຄິດອີກເທື່ອໜຶ່ງຍິ່ງເຮັດວຽກນີ້ໄປເລື້ອຍໆ ທ່ານຊໍ້າພັດບໍ່ໄດ້ຮຽນຮູ້ຫຍັງເພີ່ມຕື່ມເລີຍ ທັງຍັງຮູ້ສຶກວ່າສະຕິປັນຍາຫລຸດໜ້ອຍຖອຍລົງ, ບໍ່ມີການໄປຮຽນຕໍ່ ເຊິ່ງບໍລິສັດແບບນີ້ເໝາະສົມກັບຄົນທີ່ບໍ່ຢາກຮຽນຮູ້ຫຍັງຕືມອີກແລ້ວ, ພໍແລ້ວກັບສິ່ງທີ່ເປັນຢູ່ໃນປະຈຸບັນ, ບໍ່ມີເປົ້າໝາຍຫຍັງໃນອະນາຄົດ, ບໍ່ຢາກເຕີບໃຫຍ່ໄປຫລາຍກ່ວານີ້ ເຊິ່ງແນ່ນອນວ່າບໍ່ມີໃຜຢາກເຮັດວຽກກັບບໍລິສັດແບບນີ້. ຈະເຮັດແນວໃດ ? ເຮັດວຽກໃນບໍລິສັດແບບນີ້ໝາຍເຖິງສັນຍານທີ່ທ່ານຈະຕ້ອງລາອອກ ແລ້ວເຂົ້າສູ່ວັດຖະຈັກການຫາວຽກ – ສະໝັກວຽກພາຍໃນ 12 – 18 ເດືອນແນ່ນອນ ເພາະບໍລິສັດແບບນີ້ໝາຍເຖິງຕົ້ນໄມ້ທີ່ຖືກຕັດ ແລະ ລຽງໄວ້ບໍ່ໃຫ້ເຕີບໃຫຍ່ໄປຫລາຍກ່ວານີ້ ຫລື ເວົ້າອີກຢ່າງໜຶ່ງຄື ບໍ່ຕາຍກໍລ້ຽງບໍ່ໃຫຍ່.
- ບໍລິສັດທີ່ບໍ່ມີອະນາຄົດ : ບໍ່ຮູ້ວ່າຕົນເອງກຳລັງເຮັດຫຍັງ, ສັງເກດເຫັນໄດ້ແນວໃດ ? ບໍລິສັດບໍ່ມີແຜນຫຍັງເລີຍບໍ່ວ່າໄລຍະສັ້ນ – ໄລຍະຍາວ, ບໍ່ວ່າທ່ານຈະໄປຖາມໃຜໃນບໍລິສັດກໍບໍ່ມີໃຜຮູ້ ແມ່ນແຕ່ຫົວໜ້າ, ມັນຂີ້ຮ້າຍເທົ່າໃດ ບໍລິສັດທີ່ປຽບດັ່ງເຮືອໄທທານິກທີ່ລອຍໄປໃນມະຫາສະໝຸດອັນກ້ວາງໃຫຍ່ ເບິ່ງແລ້ວບໍ່ມີອະນາຄົດແບບນີ້ ກໍປຽບດັ່ງບໍລິສັດທີ່ພ້ອມຈະຈົມລົງໃນທຸກເມື່ອ, ທ່ານອາດຈະບໍ່ຮູ້ສຶກຫຍັງເມື່ອເຂົ້າໄປເລີ່ມເຮັດວຽກໃນໄລຍະທຳອິດ, ອາດຈະເບິ່ງວ່າເປັນຄວາມທ້າທາຍ, ເປັນຄວາມປ່ຽນແປງຂອງບໍລິສັດທີ່ເກີດຂຶ້ນ, ປຽບດັ່ງຊີວິດຕ້ອງໝູນໄວຕະຫລອດເວລາ, ແຕ່ເມື່ອເຮັດວຽກໄປແລ້ວທ່ານຈະຮູ້ສຶກວ່າທຸກຢ່າງມັນໝຸ່ນ, ທຸກຢ່າງຖືກຄິດ ແລະ ເຮັດມື້ຕໍ່ມື້ ບໍ່ມີການວາງແຜນໄວ້ກ່ອນ, ລະວັງໂຕໄວ້ ບາງເທື່ອອາດມີສັນຍານເຊັ່ນ : ເດືອນນີ້ພວກເຮົາຂໍບໍ່ຈ່າຍເງິນເດືອນ ຕາມມາກໍເປັນໄດ້. ຈະເຮັດແນວໃດ ? ບໍ່ວ່າພາບລັກຂອງບໍລິສັດຈະດີປານໃດໃນສື່ຕ່າງໆ, ແຕ່ຖ້າບໍລິສັດບໍ່ຮູ້ວ່າຕົນເອງກຳລັງເຮັດຫຍັງ ? ເຮັດໄປເພື່ອຫຍັງ ? ສະແດງວ່າບໍລິສັດຂອງທ່ານບໍ່ມີແຜນກົນລະຍຸດ. ສິ່ງທີ່ທ່ານເຮັດໄດ້ແມ່ນຊ່ວຍບໍລິສັດຂອງທ່ານວາງແຜນ ຫລື ລາອອກໄປເຮັດວຽກຢູ່ບໍລິສັດອື່ນຈະດີກ່ວາ. ໃຜທີ່ຮູ້ສຶກວ່າກຳລັງເຮັດວຽກຢູ່ໃນບໍລິສັດແບບນີ້ ລອງຄິດທົບທວນຫາວຽກໃໝ່ສຳຮອງກ່ອນຈະຮູ້ສຶກໝົດພະລະກຳລັງໃນການເຮັດວຽກ ເຊິ່ງອາການນີ້ຈະສົ່ງຜົນຫລາຍຢ່າງຕໍ່ຊີວິດການເຮັດວຽກຂອງທ່ານ.