ຝົນຍັງສືບຕໍ່ຕົກຢູ່ທົ່ວທຸກພາກຂອງລາວ
ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ໃນວັນທີ 21-22 ກໍລະກົດນີ້ ຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນຈະມີກຳລັງອ່ອນຫາປານກາງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ສົມທົບກັບລົມມໍລະສຸມຕາເວັນຕົກສຽງໃຕ້ທີ່ມີກຳລັງແຮງເພີ່ມຂຶ້ນພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະມີຝົນຕົກຟ້າຮ້ອງຟ້າເຫລື້ອມໃນລະດັບຄ່ອຍເປັນບໍລິເວນກວ້າງໃນແຕ່ລະພາກ ແລະ ຕົກປານກາງຫາຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ຈາກນັ້ນວັນທີ 23-27 ກໍລະກົດ ຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນຈະມີກຳລັງປານກາງຫາແຮງ ພ້ອມດຽວກັບລົມມໍລະສຸມຕາເວັນຕົກສຽງໃຕ້ປົກຄຸມ ເຊິ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫລື້ອມໃນລະດັບຄ່ອຍຫາປານກາງ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້.
ສຳລັບສະພາບອາກາດໃນແຕ່ລະພາກມີດັ່ງນີ້: ພາກເໜືອດ້ານຕາເວັນອອກ ໃນວັນທີ 21-22 ກໍລະກົດ ມີເຝື້ອປົກຄຸມເປັນສ່ວນຫລາຍ ແລະ ຍັງຈະມີຝົນຕົກຟ້າຮ້ອງຟ້າເຫລື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງຫາຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ. ຈາກນັ້ນວັນທີ 23-27 ກໍລະກົດ ຝົນຍັງຈະສືບຕໍ່ຕົກເປັນບໍລິເວນກວ້າງຕື່ມອີກ. ອຸນຫະພູມຕໍ່າສຸດ 18-20 ອົງສາ ແລະ ສູງສຸດ 28-32 ອົງສາ. ພາກເໜືອດ້ານຕາເວັນຕົກ ວັນທີ 21-22 ກໍລະກົດ ອາກາດຮ້ອນ ມີເຝື້ອປົກຄຸມເປັນສ່ວນຫລາຍ, ຈະມີຝົນຕົກຟ້າຮ້ອງຟ້າເຫລື້ອມໃນລະດັບຄ່ອຍເປັນບໍລິເວນກວ້າງ ແລະ ຕົກປານກາງຫາຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນເປັນບາງໂອກາດຢູ່ແຂວງຫລວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ. ຈາກນັ້ນວັນທີ 23-27 ກໍລະກົດ ຝົນຍັງຈະສືບຕໍ່ຕົກຢູ່ຕື່ມອີກ. ອຸນຫະພູມຕໍ່າສຸດ 21-24 ອົງສາ ແລະ ສູງສຸດ 33-35 ອົງສາ. ພາກກາງ ໃນວັນທີ 21-22 ກໍລະກົດ ອາກາດຮ້ອນໃນຕອນບ່າຍ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫລື້ອມໃນລະດັບຄ່ອຍເປັນບໍລິເວນກວ້າງ ແລະ ຕົກປານກາງ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນ. ຈາກນັ້ນວັນທີ 23-27 ກໍລະກົດ ຈະມີຝົນຕົກໃນລະດັບຄ່ອຍຢູ່ເປັນບໍລິເວນກວ້າງ ແລະ ຕົກປານກາງຫາຕົກໜັກ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ. ອຸນຫະພູມຕໍ່າສຸດ 23-24 ອົງສາ ແລະ ສູງສຸດ 34-36 ອົງສາ. ສະເພາະແຂວງໄຊສົມບູນ, ເຂດຫລັກ 20, ເມືອງວຽງທອງ ແລະ ເມືອງນາກາຍ ໃນວັນທີ 21-27 ກໍລະກົດ ມີເຝື້ອປົກຄຸມເປັນສ່ວນຫລາຍ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫລື້ອມໃນລະດັບຄ່ອຍຫາຕົກປານກາງ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 17-19 ອົງສາ ແລະ ສູງສຸດ 24-26 ອົງສາ. ພາກໃຕ້ ໃນວັນທີ 21-22 ກໍລະກົດ ອາກາດຍັງຈະຮ້ອນຂຶ້ນໃນຕອນບ່າຍ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫລື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ. ຈາກນັ້ນວັນທີ 23-27 ກໍລະກົດ ຈະມີຝົນຕົກປານກາງ ພ້ອມລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື. ອຸນຫະພູມຕໍ່າສຸດ 24-25 ອົງສາ ແລະ ສູງສຸດ 35-36 ອົງສາ. ສະເພາະເຂດພູພຽງບໍລິເວນ ມີເຝື້ອກປົກຄຸມເປັນສ່ວນຫລາຍ, ຈະມີຝົນຕົກຟ້າຮ້ອງຟ້າເຫລື້ອມໃນລະດັບຄ່ອຍ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 13-15 ອົງສາ ແລະ ສູງສຸດ 25-27 ອົງສາ. ສຳລັບນະຄອນຫລວງວຽງຈັນ ໃນວັນທີ 21-27 ກໍລະກົດ ມີເຝື້ອຂະຫຍາຍຕົວຫລາຍຂຶ້ນໃນຕອນບ່າຍ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫລື້ອມໃນລະດັບຄ່ອຍເປັນບໍລິເວນກວ້າງ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງບໍລິເວນໃນຕອນບ່າຍຫາຕອນກາງຄືນ. ອນຫະພູມຕໍ່າສຸດ 24-26 ອົງສາ ແລະ ສູງສຸດ 33-35 ອົງສາ.