ອິນທະສອນ ແລະ ສະເຕດ້ຽມ ຊຸກຍູ້ເຄື່ອງກິລາ ສົ່ງເສີມການຍົກລະດັບບຸກຄະລາກອນທີ່ແຂວງອຸດົມໄຊ
ສະໂມສອນ ບານສົ່ງອິນທະສອນ ແລະ ຮ້ານຈຳໜ່າຍເຄື່ອງກິລາຄົບວົງຈອນ ສະເຕດ້ຽມສະປອດ ຕົວແທນຈຳໜ່າຍເຄື່ອງກິລາ ຍີ່ຫໍ້ ເອັບບີທີ ຜູ້ດຽວ ໃນສປປ ລາວ ໄດ້ໃຫ້ການຊຸກຍູ້ເຄື່ອງກິລາ ຈຳນວນ 60 ຜືນ, ໃນນັ້ນ ສະໂມສອນ ອິນທະສອນ 40 ຜືນ ໃຫ້ແກ່ສະຫະພັນບານສົ່ງແຫ່ງຊາດ ເພື່ອກຽມນຳໃຊ້ເຂົ້າໃນການຈັດກອງປະຊຸມຝຶກອົບຮົມຍົກລະດັບກຳມະການຕັດສິນກິລາບານສົ່ງຫາດຊາຍ ແລະ ໃນຮົ່ມ ຂັ້ນພື້ນຖານ ທີ່ແຂວງອຸດົມໄຊ ລະຫວ່າງວັນທີ 26-31 ກໍລະກົດນີ້.
ພິທີມອບ-ຮັບເຄື່ອງນຸ່ງກິລາບານສົ່ງ ໃນຄັ້ງນີ ໄດ້ມີຂຶ້ນ ເມື່ອວັນທີ 21 ກໍລະກົດ ຜ່ານມາ ທີ່ຫ້ອງການສະຫະພັນບານສົ່ງແຫ່ງຊາດ (ຂ້າງສະໜາມກິລາເຈົ້າອານຸວົງ) ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເປັນການກ່າວມອບມີ ທ່ານ ອິນທະສອນ ລັດສະໝີ ປະທານສະໂມສອນ ບານສົ່ງ ອິນທະສອນ ແລະ ທ່ານ ນາງ ຈັນດາວອນ ແສງຈັນ ເຈົ້າຂອງຮ້ານຈຳໜ່າຍເຄື່ອງກິລາຄົບວົງຈອນ ສະເຕດ້ຽມສະປອດ ຕົວແທນຈຳໜ່າຍເຄື່ອງກິລາ ຍີ່ຫໍ້ ເອັບບີທີ ຜູ້ດຽວ ໃນສປປ ລາວ ແລະ ກ່າວຮັບແມ່ນທ່ານ ຈັນສະໝອນ ຜອງຈັນທາ ປະທານສະຫະພັນບານສົ່ງແຫ່ງຊາດລາວ ມີທ່ານ ພັນຕີ ທິບພົງພັດ ມະນິວົງ ຮອງເລຂາທິການສະຫະພັນບານສົ່ງແຫ່ງຊາດ ທັງເປັນກຳມະການຕັດສິນລະດັບສາກົນ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ໂອກາດນີ້, ທ່ານ ຈັນສະໝອນ ຜອງຈັນທາ ກໍໄດ້ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງມາຍັງທັງສອງພາກສ່ວນດັ່ງກ່າວ ທີ່ມີນໍ້າໃຈປະກອບສ່ວນມອບເຄື່ອງນຸ່ງກິລາງາມໆ ຊຸກຍູ້ສົ່ງເສີມການພັດທະນາວົງການກິລາບານສົ່ງລາວ ກໍຄື ພັດນະນາບຸກຄະລາກອນດ້ານກຳມະການຕັດສີນບານສົ່ງໃນຮົ່ມ ແລະ ຫາດຊາຍຂອງແຂວງອຸດົມໄຊ ໃນກອງປະຊຸມຝຶກອົບຮົມກຳມະການຕັດສິນກິລາບານສົ່ງລະດັບຂັ້ນພື້ນຖານ ຈະຈັດຂຶ້ນ ລະຫວ່າງ ວັນທີ 26-31 ກໍລະກົດ 2020 ທີ່ແຂວງອຸດົມໄຊ. ແນວໃດກໍດີ, ເຊື່ອໝັ້ນວ່າການອຸປະຖຳຄັ້ງນີ້ ຈະສາມາດສ້າງຜົນປະໂຫຍດສູງສຸດໃຫ້ແກ່ການສ້າງບຸກຄະລາກອນຂອງແຂວງດັ່ງກ່າວ ແລະ ກໍຍັງເປັນບາດກ້າວສຳຄັນໃນການຮ່ວມມືກັນເປັນຄັ້ງທຳອິດ ເພື່ອຈະສືບຕໍ່ຮັດແໜ້ນສາຍພົວພັນການຊ່ວຍເຫຼືອສົ່ງເສີມກິລາບານສົ່ງຂອງສະໂມສອນ ແລະ ສະຫະພັນບານສົ່ງແຫ່ງຊາດລາວ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຢ່າງກວ້າງຂວາງ.
ທ່ານ ພັນຕີ ທິບພົງພັດ ມະນິວົງ ໃຫ້ສຳພາດວ່າ: ນອກຈາກການຈັດກອງປະຊຸມຝຶກອົບຮົມກຳມະການຕັດສິນກິລາບານສົ່ງໃນຮົ່ມ ແລະ ບານສົ່ງຫາດຊາຍ ທີ່ແຂວງອຸດົມໄຊ ລະຫວ່າງວັນທີ 26-31 ກໍລະກົດ 2020 ເຊິ່ງໃນເດືອນສິງຫານີ້ ທາງສະຫະພັນບານສົ່ງແຫ່ງຊາດລາວ ກໍຍັງມີແຜນຮ່ວມມືກັບ ຄະນະກຳມະການໂອແລມປີກແຫ່ງຊາດລາວ ຫຼື ຄອລ ຈະຈັດກອງປະຊຸມຝຶກອົບຮົມຍົກລະດັບກຳມະການຕັດສິນກິລາບານສົ່ງຫາດຊາຍ ຂັ້ນພື້ນຖານ ທີ່ນະຄອນຫຼວງວຽງຈັນ, ແຂວງສະຫວັນນະເຂດ ແລະ ແຂວງຫຼວງພະບາງ ໂດຍແມ່ນກອງທຶນຂອງ ຄະນະກຳມະການໂອແລມປີກສາກົນ ສ່ວນຄືບໜ້າຈະເປັນແນວໃດນັ້ນ ຈະຂໍລາຍງານໃຫ້ຊາບຕື່ມອີກ.
ໂດຍ: ສົງການ