ມາຮູ້ຈັກກັນການຄຸ້ມຄອງສື່ອອນລາຍຂອງບາງປະເທດໃຫ່ຍໃນໂລກ
July 23, 2020 - 3:14 PM


- ສປ ຈີນ: ອອກກົດໝາຍຈຳກັດພົນລະເມືອງໃນການເຂົ້ານຳໃຊ້ສື່ສັງຄົມອອນລາຍຕາເວັນຕົກເຊັ່ນ: WhatsApp, Google ແລະTwitter ແລະ ສົ່ງເສີມໃຫ້ນຳໃຊ້ສື່ສັງຄົມອອນລາຍທີ່ສ້າງຂື້ນເອງຢູ່ພາຍໃນປະເທດເຊັ່ນ: WeChat, weibo ແລະ Baidu.
- ສະຫະພັນລັດເຊຍ: ອອກກົດໝາຍໃຫ້ຜູ້ບໍລິການທາງດ້ານສື່ສັງຄົມອອນລາຍຕ້ອງມີການຈັດເກັບຂໍ້ມູນທຸກຢ່າງກ່ຽວກັບປະເທດໄວ້ໃນເຊີເວີ ພາຍໃນປະເທດເທົ່ານັ້ນ ແລະ ລັດເຊຍກໍກຳລັງພິຈາລະນາກົດໝາຍ 2 ສະບັບເພື່ອກຳນົດພື້ນທີ່ການໃຫ້ບໍລິການສື່ສັງຄົມອອນລາຍ ແລະ ໃຫ້ລົບເນື້ອໃນທີ່ບໍ່ເໝາະສົມ.
- ເຢຍລະມັນ: ອອກກົດໝາຍໃຫ້ລົບຂໍ້ມູນຜ່ານສື່ສັງຄົມອອນລາຍທີ່ຜິດກົດໝາຍພາຍໃນ 24 ຊົ່ວໂມງ, ຖ່າບໍ່ລົບຈະຖືກປັບໃໝ.
ຂໍ້ມູນຈາກ: ກະຊວງ ຄົມມະນາຄົມ ແລະ ການສື່ສານ