6 ເດືອນຕົ້ນປີນີ້ຕົວເລກການຊຳລະສະສາງຜ່ານລະບົບທະນາຄານມີທ່າອ່ຽງເພີ່ມຂຶ້ນ
ທ່ານ ສຸລິສັກ ທຳນຸວົງ ຫົວໜ້າກົມຄຸ້ມຄອງລະບົບຊຳລະສະສາງ ທະນະຄານແຫ່ງ ສປປ ລາວ ໃຫ້ສຳພາດຕໍ່ໜັງສືພິມ ລາວພັດທະນາ ວ່າ: ຜ່ານການເກັບກໍາຂໍ້ມູນ ແລະ ສຶກສາສະພາບຕົວຈິງພາຍຫລັງເລີ່ມຫັນສູ່ທັນສະໄໝທາງດ້ານການຊໍາລະ ແລະ ການໃຫ້ບໍລິການທີ່ນັບມື້ຫລາກຫລາຍ, ເຮັດໃຫ້ມວນຊົນຫັນມາໃຊ້ການບໍລິການຊໍາລະຜ່ານລະບົບທະນາຄານຫລາຍຂຶ້ນ ແລະ ມີຄວາມໝັ້ນໃຈໃນການຊົມໃຊ້ການຊໍາລະຜ່ານລະບົບທະນາຄານໃນລະດັບດີພໍສົມຄວນ.
ຍ້ອນປະເພດການຊໍາລະທີ່ຫລາກຫລາຍສາມາດອໍານວຍຄວາມສະດວກ ແລະ ປະຢັດເວລາ ໃຫ້ແກ່ຜູ້ໃຊ້ບໍລິການເປັນຕົ້ນ: ການຊໍາລະພັນທະຕ່າງໆໃຫ້ ແກລັດຖະບານ, ຊໍາລະຄ່າໄຟຟ້າ ແລະ ນໍ້າປະປາ, ເຊິ່ງປີ 2019 ຜ່ານມາມີຜູ້ໃຊ້ບໍລິການຊໍາລະດິຈິຕອນ (Internet ແລະ Mobile Banking) ທັງໝົດ 510.000 ກວ່າບັນຊີ ກວມເອົາ 16,05% ຂອງບັນຊີເງິນຝາກສະກຸນເງິນກີບ, ເຊິ່ງ ປັດໄຈຕົ້ນຕໍທີອັດຕາສ່ວນດັ່ງກ່າວຍັງກວມເອົາໜ້ອຍແມ່ນເນື່ອງຈາກລະບົບນິເວດ ການຊໍາລະຍັງບໍ່ທັນສົມບູນເຊັ່ນ: ຮ້ານຄ້າທີ່ຮັບຊໍາລະຍັງມີຈໍາກັດ, ອັດຕາການເຂົ້າເຖິງການບໍລິການທາງການເງິນ ແລະ ການນໍາໃຊ້ເຄື່ອງມືສືສານສ່ວນຫລາຍຍັງຢູ່ແຕ່ໃນຕົວເມືອງໃຫຍ່ ເຮັດໃຫ້ຈໍານວນຜູ້ຊົມໃຊ້ຕົວຈິງຍັງຈໍາກັດ.
ເຖິງຢ່າງໃດກໍດີ, ໃນໄລຍະການລະບາດຂອງພະຍາດໂຄວິດ-19 ເປັນໂອກາດແກ່ລະບົບຊຳລະສະສາງຜ່ານລະບົບນີ້, ຜູ້ໃຊ້ບໍລິການຫັນມາໃຊ້ຫລາຍຂຶ້ນໃນການສັ່ງອາຫານ ແລະ ສິນຄ້າຜ່ານແອັບພິເຄຊັນ ພ້ອມທັງມີການຊຳລະເງິນຢູ່ນຳ, ຄາດວ່າຕົວເລກ 6 ເດືອນຕົ້ນປີ 2020 ນີ້ ມີທ່າອ່ຽງເພີ່ມຂຶ້ນຢ່າງໄວວາ.