ກົງສູນໃຫ່ຍຂອງຈີນທີ່ເມືອງ Houston ປະຕິເສດ ຄຳຮຽກຮ້ອງຂອງສະຫະລັດໃຫ້ປິດປະຕູ.
ຜູ້ອຳນວນການກົງສູນໃຫ່ຍຂອງຈີນທີ່ເມືອງ Houston ລັດ ເທັກຊັດ ສະຫະລັດ, ທ່ານ ທາຍວີ ປະຕິເສດຄຳຮຽກຮ້ອງຂອງທາງການສະຫະລັດໃຫ້ປິດປະຕູຫ້ອງການຕ່າງປະເທດຂອງຈີນຢູ່ທີ່ເມືອງ Houston.
ວັນທີ 21 ກໍລະກົດ, ສະຫະລັດໄດ້ຮຽກຮ້ອງໃຫ້ກົງສູນໃຫ່ຍຂອງຈີນທີ່ເມືອງ Houston ປິດປະຕູພາຍໃນ 72 ຊົ່ວໂມງ ແຕ່ທ່ານຜູ້ອຳນວຍການກົງສູນໃຫ່ຍຂອງຈີນໄດ້ປະຕິເສດ. ທ່ານ ທາຍວີ ໃຫ້ຮູ້ວ່າ: ປັກກິງຮຽກຮ້ອງໃຫ້ວໍຊິງຕັນຍົກເລີກຄຳສັ່ງດັ່ງກ່າວ. “ພວກເຮົາຄິດວ່າ ຄຳຮຽກຮ້ອງຂອງຝ່າຍສະຫະລັດນັ້ນບໍ່ສອດຄ່ອງກັບສົນທິສັນຍາກຸງວຽນນາ ກ່ຽວກັບບັນຫາກົງສູນ ແລະ ບໍ່ປະຕິບັດຕາມປະເພນີຂອງສາກົນ ແລະ ຫຼັກການທາງການທູດ, ລະເມີດຕໍ່ສົນທິສັນຍາວຽກງານກົງສູນລະຫວ່າງຈີນ ແລະ ສະຫະລັດ” – ທ່ານ ທາຍກ່າວ.
ຜູ້ຊ່ຽວຊານໃຫ້ຮູ້ວ່າ: ຖ້າຈີນຫາກຍັງຝືນດື້ ບໍ່ປິດປະຕູກົງສູນ ສະຫະລັດ ອາດຈະ ຢຶດໜັງສືຜ່ານແດນຂອງທ່ານ ທາຍວີ ຜູ້ອຳນວຍການໃຫ່ຍຂອງກົງສູນພ້ອມດ້ວຍພະນັກງານໃຕ້ບັງຄັບບັນຊາຂອງເຂົາ ຫຼື ອາດຈະໃຫ້ເຈົ້າໜ້າທີ່ຈັບ ນີລະເທດເຂົາອອກຈາກປະເທດໄປ.
ສະຫະລັດກ່າວວ່າ: ກົງສູນຂອງຈີນທີ່ເມືອງ Houston ແມ່ນເຮືອນຮັງນັກສືບຂອງຈີນ. ແຕ່ທ່ານ ທາຍວີ ໄດ້ປະຕິເສດຄຳກ່າວຫາດັ່ງກ່າວ ແລະ ເວົ້າວ່າ: ກົງສູນຂອງພວກເຂົາເຄື່ອນໄຫວຕາມກົດບັດຂອງສາກົນ ແລະ ບໍ່ຕ່າງຫຍັງກັບການເຄື່ອນໄຫວຂອງປະເທດອື່ນນັບທັງສະຫະລັດນຳ.
ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ vnexpress)