ບົດກະວີ ຫອມແຜ່ນດິນລາວ ໄດ້ຮັບລາງວັນຊີໄຣ ປະຈໍາປີ 2019


ພິທີປະກາດຜູ້ໄດ້ຮັບລາງວັນວັນນະກຳສ້າງສັນສຸດຍອດແຫ່ງອາຊຽນ ຫລື ຊີໄຣ (SEA Write) ໄດ້ຈັດຂຶ້ນໃນວັນທີ 24 ກໍລະກົດນີ້ ຢູ່ນະຄອນຫລວງວຽງຈັນ ໂດຍທ່ານ ທອງໃບ ໂພທິສານ ຫົວໜ້າກົມມໍລະດົກ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ທັງເປັນປະທານສະມາຄົມນັກປະພັນລາວ ເຊິ່ງພິທີມອບ-ຮັບລາງວັນນີ້ຈະໄດ້ຈັດຂຶ້ນຢູ່ຣາຊະອານາຈັກໄທ ພາຍຫລັງສະພາບການລະບາດຂອງໂຄວິດ-19 ຢຸດຕິລົງ.
ທ່ານປະທານສະມາຄົມນັກປະພັນລາວ ກ່າວວ່າ: ຜ່ານການຄັດເລືອກຕາມລະບຽບການ ແລະ ເງື່ອນໄຂຂອງຄະນະກໍາມະການຕັດສີນລາງວັນຊີໄຣ SEA Write ແມ່ນໄດ້ເປັນເອກະພາບຮັບຮອງເອົາບົດກະວີທີ່ມີຊື່ວ່າ: “ຫອມແຜ່ນດິນລາວ” ທີ່ຂຽນໂດຍ ພຣະ ໄພວັນ ມາລາວົງ ເປັນບົດກະວີຊະນະເລີດຂອງ ສປປ ລາວ ດ້ວຍຄະແນນ 311 ຄະແນນ (ຖືວ່າເປັນຄະແນນທີ່ສູງກວ່າບົດຂຽນອື່ນໆ) ເພື່ອເຂົ້າຮ່ວມຮັບລາງວັນຊີໄຣ ປະຈໍາປີ 2019 ເຊິ່ງບົດກະວີດັ່ງກ່າວແມ່ນມີຄວາມຍາວ 22 ບາດ ແລະ ໄດ້ຖືກຈັດພິມຢູ່ໃນປຶ້ມໂຮມກະວີທີ່ມີຊື່ວ່າ: “ລະດູການຊີວິດ” ທີ່ໄດ້ຈັດພິມເມື່ອປີ 2019 ໂດຍມີເນື້ອໃນສ່ອງແສງເຖິງຄວາມອຸດົມຮັ່ງມີ ແລະ ສວຍສົດງົດງາມຂອງປະເທດຊາດທີ່ແສນຮັກ ແລະ ຫວງແຫນຂອງປະຊາຊົນລາວບັນດາເຜົ່າ ບໍ່ວ່າຈະເປັນທາງດ້ານທໍາມະຊາດ, ປະຫວັດສາດ ແລະ ວັດທະນະທໍາ-ສັງຄົມ ຊຶ່ງຜູ້ຂຽນໄດ້ບັນຍາຍໃນແງ່ມູມຕ່າງໆໄດ້ຢ່າງໜ້າປະທັບໃຈ ແລະ ມ່ວນຊື່ນອ່ອນຊອນ ເຮັດໃຫ້ຜູ້ອ່ານເກີດອາລົມຈິດເພີດເພີນມີຄວາມພາກພູມໃຈ ແລະ ກະຕຸ້ນຄວາມຮັກຊາດ, ຮັກບ້ານເກີດເມືອງນອນຂອງຕົນ. ບົດກະວີນີ້, ຖືວ່າມີເນື້ອໃນໂດດເດັ່ນ, ເປັນເອກະລັກ, ສ້າງສັນສັງຄົມ, ສ່ອງແສງໃຫ້ເຫັນແນວທາງນະໂຍບາຍອັນຖືກຕ້ອງເປັນທໍາຂອງພັກ-ລັດ, ມີສິນລະປະໃນການປະດິດແຕ່ງສູງ, ມີຄຸນຄ່າທາງວັນນະກໍາ, ຄໍາສັບສໍານວນພາສາເຂົ້າໃຈງ່າຍ ແລະ ກະທັດຮັດອີກດ້ວຍ.
ພຣະ ໄພວັນ ມາລາວົງ ເກີດເມື່ອ ປີ 1990 ທີ່ບ້ານດອນກະເດັນ ເມືອງໂຂງ ແຂວງຈໍາປາສັກ, ປັດຈຸບັນຢູ່ວັດຕົ້ນຕະກຸນສີຊົມຊື່ນ ບ້ານໜອງບົວທອງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ, ຈົບການສຶກສາປະລິນຍາເອກ ສາຂາພຸດທະສາສະໜາ ຈາກມະຫາວິທະຍາໄລຈຸລາລົງກອນຣາຊະວິທະຍາໄລ (ປະເທດໄທ) ໃນປີ 2020. ນອກນີ້, ພຣະ ໄພວັນ ຍັງເປັນສະມາຊິກສະມາຄົມນັກປະພັນລາວ ເມື່ອປີ 2006, ພ້ອມທັງເຄີຍໄດ້ຮັບລາງວັນ ວັນນະກໍາແມ່ນໍ້າຂອງ ຈາກບົດກະວີທີ່ມີຊື່ວ່າ: “ອະລິຍະທໍາລຸ່ມແມ່ນໍ້າຂອງ” ໃນປີ 2015. ນອກຈາກນີ້, ພຣະ ໄພວັນ ຍັງເປັນອາຈານສອນຮັບເຊີນທີ່ຄະນະອັກສອນສາດ ພາກວິຊາພາສາ-ວັດທະນະທໍາລາວ ແລະ ຄະນະສຶກສາສາດ ພາກວິຊາສ້າງຄູພາ ສາລາວ-ວັນນະຄະດີ ມະຫາວິທະຍາໄລແຫ່ງຊາດລາວ ອີກດ້ວຍ.