ທຣຳ ຍົກເລີກເຫດການເລືອກຕັ້ງທີ່ສຳຄັນ
ສຳນັກຂ່າວ Reuters ອ້າງອີງຄຳເວົ້າຂອງ ທຣຳ ໃນວັນທີ 23 ກໍລະກົດນີ້ວ່າ: “ເວລານີ້ບໍ່ແມ່ນເວລາທີ່ເໝາະສົມທີ່ຈະຈັດກອງປະຊຸມໃຫ່ຍຄືແນວນັ້ນ”.
ກ່ອນໜ້ານັ້ນ, ທຣຳ ໄດ້ຍ້າຍກອງປະຊຸມສ່ວນໜຶ່ງຈາກທາງພາກເໜືອຂອງລັດ Carolina ໄປຍັງ Florida ເທື່ອໜຶ່ງແລ້ວ ຍ້ອນມີກົດຫ້າມໂຮມຊຸມນຸມຫຼາຍຄົນ ເພື່ອປ້ອງກັນບໍ່ໃຫ້ໂຄວິດ ແຜ່ລາມ. ເນື່ອງຈາກວ່າ ຈຳນວນຜູ້ຕິດເຊື້ອຢູ່ລັດ Florida ເພີ່ມສູງຂຶ້ນຢ່າງກະທັນຫັນ ເຮັດໃຫ້ສະມາຊິກພັກ ຣີພັບລີກັນ ຫຼາຍຄົນຖອນຕົວອອກຈາກກອງປະຊຸມ.
ປະທານາທິບໍດີ ສະຫະລັດໃຫ້ຮູ້ອີກວ່າ: ເຂົາໄດ້ສັ່ງໃຫ້ຜູ້ຊ່ວຍວຽກຍົກເລີກເຫດການດັ່ງກ່າວ ເພື່ອປ້ອງກັນປະຊາຊົນ ອາເມລິກາ. ແຕ່ສະມາຊິກພັກ ຣີພັບລີກັນ ຍັງຈະພົບກັນອີກຄັ້ງເຊິ່ງຈະເລີ່ມແຕ່ວັນທີ 24 ສິງຫາ ຢູ່ທີ່ Charlotte ທາງພາກເໜືອຂອງລັດ Carolina ແລະ ເຂົາເອງຈະມີຄຳເຫັນຕໍ່ກອງປະຊຸມ ດ້ວຍຮູບການແບບໃໝ່ ອາດຈະແມ່ນດ້ວຍທາງໄກ ແລະ ເຂົາໄດ້ແຈ້ງໃຫ້ ຜູ້ວ່າການລັດ Florida, Ron DeSantis ຮັບຊາບແຜນການແລ້ວ.
ປັດຈຸບັນລັດ Florida ເປັນລັດທີ່ມີຜູ້ຕິດເຊື້ອໄວຣັດໂຄໂຣນາສາຍພັນໃໝ່ສູງກວ່າໝູ່ໃນສະຫະລັດ, ມີຜູ້ຕິດເຊື້ອ 390.000 ຄົນ, ໃນນັ້ນມີຜູ້ເສຍຊີວິດ 5.600 ຄົນ.
ຂ່າວ: ລູກເມືອງພວນ