ທຸກມະຕິຮັບຮອງໃນສະພາຢ່າໃຫ້ເປັນໝັນ
ທິດກໍ່າ
ດັ່ງທີ່ຮູ້ກັນແລ້ວວ່າ, ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII ຫາກໍປິດລົງໃນວັນທີ 2 ກໍລະກົດ 2020 ທີ່ຜ່ານມານີ້ເອງ. ກອງປະຊຸມດັ່ງກ່າວໄດ້ໃຊ້ເວລາພຽງ 7 ວັນ ພາຍໃຕ້ການຊີ້ນຳ-ນຳພາຂອງຄະນະປະຈຳສະພາແຫ່ງຊາດ. ກອງປະຊຸມຄັ້ງນີ້ໄດ້ມີມະຕິຮັບຮອງເອົາຫລາຍບັນຫາເຊັ່ນ: ບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ 5 ເດືອນ, ທິດທາງວຽກງານຈຸດສຸມ 6 ເດືອນທ້າຍປີ 2020, ຟັງການຕອບຄຳຖາມ 4 ກະຊວງຄື: ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃນຄວາມຮັບຜິດຊອບຂອງຂະແໜງການຕົນ, ຮັບຮອງເອົາການປັບປຸງບາງມາດຕາຂອງກົດໝາຍຈຳນວນ 5 ສະບັບ ນັບທັງມາດຕະການທາງອອກທີ່ຈະເຮັດໃຫ້ເງິນກີບລາວແຂງຄ່າຄົງຕົວຫລາຍຂຶ້ນ, ຮັບຮອງເອົາບົດລາຍງານຜົນການຕິດຕາມກວດກາຂອງຄະນະປະຈຳສະພາແຫ່ງຊາດກ່ຽວກັບການຄຸ້ມຄອງ, ການສຳຫລວດ ແລະ ການຂຸດຄົ້ນແຮ່ທາດ, ຫີນແຮ່ ແລະ ຫີນຜາ, ບັນຫາເລື່ອງໄຟຟ້າທີ່ຍັງເປັນກະແສສັງຄົມມາຢ່າງຍາວນານ ແລະ ບັນຫາອື່ນໆທີ່ພົວພັນເຖິງຊະຕາກຳຂອງຊາດໃນປັດຈຸບັນ ແລະ ອະນາຄົດ. ນອກຈາກບັນຫາທີ່ກ່າວມານີ້ແລ້ວ ຍັງມີຄຳຊັກຖາມຫລາຍບັນຫາຂອງຜູ້ແທນສະພາແຕ່ລະເຂດເລືອກຕັ້ງ ພ້ອມມີຄຳຕອບຈາກຂະແໜງການທີ່ກ່ຽວຂ້ອງ ນັບທັງການໃຫ້ຄຳເຫັນຕົງປະເດັນຂອງທ່ານນາຍົກລັດຖະມົນຕີຕໍ່ຄຳຊັກຖາມ ແລະ ຄວາມຂັດຂ້ອງສົນໃຈຂອງບັນດາຜູ້ແທນສະພາທີ່ໄດ້ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້.
ແນວໃດກໍຕາມ, ຜ່ານການຕິດຕາມນັບແຕ່ຕົ້ນຈົນຈົບ ຖືວ່າໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII ແມ່ນເຕັມໄປດ້ວຍບັນຍາກາດຟົດຟື້ນ ແລະ ສ້າງສັນ. ບັນຫາທີ່ໂດດເດັ່ນກາຍເປັນປະເດັນສຳຄັນອີກຢ່າງໜຶ່ງກໍແມ່ນເລື່ອງການປັບຄ່າກະແສໄຟຟ້າຄືນໃໝ່ ເພາະຜ່ານມາເຫັນວ່າຂະແໜງການດັ່ງກ່າວຍັງບໍ່ທັນກະຕຸກຊຸກຍູ້ ແລະ ສົ່ງເສີມເສດຖະກິດຂອງປະເທດໄດ້ດີເທົ່າທີ່ຄວນ. ຖືໄດ້ວ່ານັບຈາກນີ້ເປັນຕົ້ນໄປຮອດກອງປະຊຸມອີກຮອບໜ້າ ຫລືວ່າ ໃນທ້າຍປີນີ້ ຫລື ຕົ້ນປີໜ້າຈົນແກ່ຍາວໄປຮອດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຄັ້ງທີ XI ມີແຕ່ຂະແໜງການກ່ຽວຂ້ອງຕ້ອງໄດ້ສຸມໃສ່ບຸກທະລຸນຳເອົາບັນດາມະຕິຕ່າງໆທີ່ໄດ້ຮັບຮອງໃນສະພາໄປຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນເປັນອັນສູງສຸດ. ທັງນີ້ກໍເພື່ອບໍ່ຢາກໃຫ້ບັນດາມະຕິ ແລະ ແຜນງານຕ່າງໆທີ່ໄດ້ຮັບຮອງກາຍເປັນຄຳພີ ແລະ ທິດສະດີຄ້າງຄາຢູ່ນຳໂຕະຕັ່ງ, ຄານຳການເວລາ ແລະ ຂອດລະຫວ່າງກາງໃນການຈັດຕັ້ງປະຕິບັດ. ເວົ້າແຈ້ງກໍຄືບັນຫາທຸກສິ່ງຢ່າງທີ່ໄດ້ຮັບຮອງໄປແລ້ວນັ້ນ ຈະຕ້ອງໄດ້ຖືກລົງມືປະຕິບັດຢ່າງຈິງຈັງທັນເວລາ ທັງມີປະສິດທິຜົນ. ນອກຈາກນັ້ນ ທາງເບື້ອງສະພາແຫ່ງຊາດ ແລະ ສະພາຂັ້ນແຂວງກໍຕ້ອງໄດ້ຮ່ວມກັນເຢີກ ເພື່ອໃຫ້ແຜນພັດທະນາເສດຖະກິດ-ສັງຄົມປີ 2020 ເປັນໄປຕາມຄາດໝາຍທີ່ວາງໄວ້.
ໃນຜ່ານມາ, ບັນຫາການຈັດຕັ້ງຜັນຂະຫຍາຍບັນດາມະຕິຕ່າງໆທີ່ໄດ້ຮັບຮອງຈາກສະພາໄປແລ້ວ ບາງຢ່າງມັນໄປຄາຢູ່ນຳຂອດລະຫວ່າງກາງ ແລະ ຜູ້ເຮັດຕົວຈິງ ນັບທັງການພົວພັນເຊື່ອມໂຍງກັບຂະແໜງການອື່ນໆທີ່ບໍ່ທັນກົມກຽວ ພ້ອມກັນເຢີກ, ທັງມີອັນຂ້ອງໆຄານຳປັດໄຈ, ເງື່ອນໄຂ ແລະ ສະພາບແວດລ້ອມ ຈຶ່ງເຮັດໃຫ້ຫລາຍບັນຫາບໍ່ຖືກຈັດຕັ້ງປະຕິບັດຢ່າງມີຜົນສັກສິດຢູ່ຂັ້ນຮາກຖານ. ບາງທ້ອງຖິ່ນປ່ອຍປະໃຫ້ປະຊາຊົນເຮັດຕາມມີຕາມເກີດ, ສະມາຊິກສະພາຂັ້ນສູນກາງ ແລະ ຂັ້ນແຂວງລົງກວດກາຊຸກຍູ້ບໍ່ທົ່ວເຖິງ ຍ້ອນຄານຳງົບປະມານ, ພະນັກງານກໍ່ສ້າງຮາກຖານກໍສວຍໂອກາດຫາຜົນປະໂຫຍດສ່ວນຕົວ, ຫາວິທີບີບບັງຄັບປັບໄໝປະຊາຊົນເກີນກວ່າເຫດ, ຝືນລະບຽບກົດໝາຍ. ກົງກັນຂ້າມລາຍໄດ້ຈາກການເສຍພັນທະປັບໄໝຕ່າງໆແທນທີ່ຈະເຂົ້າລັດ ສຸດທ້າຍມັນກໍໄປໂຮມຢູ່ໃນຖົງຂອງພະນັກງານກໍ່ສ້າງຮາກຖານ. ຍິ່ງໄປກວ່ານັ້ນ ພະນັກງານກໍ່ສ້າງຮາກຖານຍັງນຳໃຊ້ກົດເຫລັກທີ່ບໍ່ສອດຄ່ອງກັບກົດໝາຍ ບີບບັງຄັບປະຊາຊົນເພື່ອຫາລາຍໄດ້ແທນທີ່ຈະນຳພາເຂົາສ້າງສາພັດທະນາທ້ອງຖິ່ນໃຫ້ສາມາດເພິ່ງຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ກ້າວໄປເຖິງຄວາມຮັ່ງມີເຂັ້ມແຂງ. ນອກຈາກນັ້ນແລ້ວ ແຜນວຽກທີ່ທາງຂັ້ນເທິງ ກໍຄືມະຕິຕ່າງໆຈາກສູນກາງລົງຫາທ້ອງຖິ່ນບໍ່ໄປຮອດໄປເຖິງປະຊາຊົນ, ຕ່າງຄົນຕ່າງເຮັດ, ເຮັດໄປຕາມຄວາມສົມສະຄຶດໃນທ້ອງຖິ່ນໃຜມັນເຊັ່ນ: ຕັດໄມ້ທຳລາຍປ່າ, ຫາລ່າເນື້ອ, ຊອດປາແບບຈິບຫາຍ ແລະ ອື່ນໆ. ສຸດທ້າຍມາ ການເວລາປີເດືອນກໍໝົດ ໄປວຽກອັນເກົ່າຍັງບໍ່ທັນເຕື້ອງພັດມີວຽກໃໝ່ມາທັບຖົມ ຈຶ່ງເຮັດໃຫ້ຄຸນນະພາບ, ປະສິດທິພາບຂອງໜ້າວຽກບໍ່ເປັນໄປຕາມຄາດໝາຍ. ສະຫລຸບແລ້ວ ບາງແຜນວຽກທີ່ຈະພັດທະນາທ້ອງຖິ່ນກໍກາຍເປັນທິດສະດີນ້ຳເຕົ່າເປົ່າ ຍ້ອນຄົນຜູ້ປະຕິບັດນັ້ນເອງ, ຍ້ອນການເວລາ ແລະ ສະພາບແວດລ້ອມມັນກໍເລີຍອືດອາດປານດຶງຂາເຕົ່າ.
ເຖິງຢ່າງໃດກໍດີ, ເມື່ອເວົ້າເຖິງແຜນນະໂຍບາຍ ກໍຄືແຜນວຽກແຕ່ລະມະຕິທີ່ພັກ ແລະ ລັດຖະບານວາງອອກນັ້ນ ເມື່ອອ່ານເບິ່ງແລ້ວມັນປຽບເໝືອນຄຳພີວິເສດ, ຖ້າທຸກຄົນເຮັດໄດ້ແມ່ນຈະພາປະເທດຊາດຈະເລີນຮຸ່ງເຮືອງຢ່າງບໍ່ຕ້ອງສົງໄສ. ແຕ່ມາປຽບທຽບໃສ່ການຈັດຕັ້ງປະຕິບັດແລ້ວມັນຊັກຊ້າເຢີບໆຢາບໆ ຍ້ອນວ່າມີຫລາຍອັນຫລາຍຢ່າງມາກະທົບ. ອັນສຳຄັນແມ່ນມັນຝືນກັບຜົນປະໂຫຍດສ່ວນຕົວ ສຸດທ້າຍມາຫລາຍນະໂຍບາຍທີ່ວາງອອກມັນກໍເລີຍເປັນໝັນ ແກ່ຍາວຢູ່ນຳຄົນຜູ້ປະຕິບັດ ແລະ ໃນຕູ້ເອກະສານ.










