ຫວຽດນາມສັ່ງຫ້າມຄ້າຂາຍສັດປ່າ ຕົ້ນເຫດໂຄວິດ-19
ຫວຽດນາມສັ່ງຫ້າມນຳເຂົ້າສັດປ່າ ບໍ່ວ່າຈະຍັງມີຊີວິດ ຫລື ຕາຍແລ້ວ ພ້ອມໃຫ້ຄຳໝັ້ນວ່າຈະກວາດລ້າງຕະຫລາດຂາຍສັດປ່າຜິດກົດໝາຍທົ່ວປະເທດ.
ເວັບໄຊຂອງລັດຖະບານຫວຽດນາມໄດ້ປະກາດຄຳສັ່ງດັ່ງກ່າວ ໂດຍມີໃຈຄວາມສຳຄັນວ່າ: ນາຍົກລັດຖະມົນຕີຫວຽດນາມມີຄຳສັ່ງໃຫ້ຍົກເລີກການນຳເຂົ້າສັດປ່າ ບໍ່ວ່າຈະຍັງມີຊີວິດ ຫລື ຕາຍແລ້ວ ລວມທັງໄຂ່, ຊິ້ນສ່ວນ ຫລື ຜະລິດຕະພັນຈາກສັດປ່າ. ປະຊາຊົນຫວຽດນາມທຸກຄົນ ໂດຍສະເພາະເຈົ້າໜ້າທີ່ຂອງລັດ ຫ້າມເຂົ້າໄປກ່ຽວຂ້ອງກັບການລ່າ, ການຊື້, ການຂາຍ ແລະ ການຂົນສົ່ງສັດປ່າຜິດກົດໝາຍ. ທັງນີ້ ຜູ້ນຳຫວຽດນາມໄດ້ລົງນາມໃນຄຳສັ່ງດັ່ງກ່າວໂດຍກົງ ຫລັງການຄ້າຂາຍສັດປ່າຕົກເປັນບັນຫາຮ້ອນທົ່ວໂລກ ເນື່ອງຈາກເປັນຕົ້ນຕໍການລະບາດຂອງພະຍາດຕິດເຊື້ອໄວຣັສໂຄໂຣນາ 2019 ຫລື ໂຄວິດ-19 ທີ່ເກີດຂຶ້ນຢູ່ຈີນ. ຖືເປັນໄຊຊະນະຄັ້ງສຳຄັນຂອງກຸ່ມນັກອະນຸລັກທີ່ເຄີຍກ່າວຫາທາງການຫວຽດນາມວ່າ: ເຮັດເປັນເອົາຫູໄປນາເອົາຕາໄປໄຮ່ຕໍ່ການຄ້າຂາຍສັດປ່າໃກ້ສູນພັນຢູ່ພາຍໃນ ແລະ ນອກປະເທດ.
ທ່ານ ສະເຕີເວນ ແກສເຕີ ປະທານມູນນິທິຟຣີແລນ ອົງກອນສາກົນເພື່ອຢຸດຢັ້ງການລັກລອບຄ້າຂາຍສັດ ແລະ ມະນຸດ ໄດ້ກ່າວຍ້ອງຍໍຫວຽດນາມທີ່ເນັ້ນໜັກວ່າ: ພະຍາດໂຄວິດ-19 ແລະ ພະຍາດລະບາດອື່ນໆ ມີການເຊື່ອມໂຍງກັບການຄ້າຂາຍສັດປ່າ ທີ່ຈຳເປັນຕ້ອງມີຄຳສັ່ງຫ້າມ ເພາະເປັນໄພຕໍ່ຄວາມໝັ້ນຄົງດ້ານສາທາລະນະສຸກຂອງໂລກ.
ກ່ອນໜ້ານີ້ ປະເທດທີ່ຂຶ້ນຊື່ວ່າເປັນຕະຫລາດຄ້າຂາຍສັດປ່າຜິດກົດໝາຍລາຍໃຫຍ່ຂອງໂລກ ຄືຈີນ ກໍໄດ້ອອກກົດໝາຍຫ້າມຄ້າຂາຍສັດປ່າເຊັ່ນກັນ. ເຖິງຢ່າງໃດກໍດີ, ຫວຽດນາມໄດ້ອອກກົດທີ່ຄວບຄຸມໄປເຖິງການປາບປາມການຄ້າຂາຍສັດປ່າຜ່ານລະບົບອອນລາຍ ແລະ ກຳນົດຂໍ້ຫ້າມການຄ້າສັດປ່າແບບຖາວອນ.










