ຫວຽດນາມເຂັ້ມງວດໂຄວິດອີກຄັ້ງ ຫລັງພົບຜູ້ຕິດເຊື້ອໃນປະເທດຄົນທຳອິດຮອບ 100 ວັນ
ຫວຽດນາມກັບມາເຝົ້າລະວັງໂຄວິດລະດັບສູງ ຫລັງພົບຜູ້ຕິດເຊື້ອໂຄໂຣນາໄວຣັສຄົນທຳອິດໃນປະເທດໃນຮອບ 100 ວັນ.
ກະຊວງສາທາລະນະສຸກຫວຽດນາມຖະແຫລງພົບຜູ້ຕິດເຊື້ອໂຄໂຣນາໄວຣັສໃນປະເທດຄົນທຳອິດໃນຮອບ 100 ວັນ ເປັນຜູ້ຊາຍອາຍຸ 57 ປີ ຈາກເມືອງດານັງ ເຊິ່ງເປັນເມືອງທ່ອງທ່ຽວຍອດນິຍົມຂອງຫວຽດນາມ.
ຜູ້ຊາຍຄົນດັ່ງກ່າວເຂົ້າຮັບການປິ່ນປົວຢູ່ໂຮງໝໍດານັງຊີໃນເມືອງດານັງຫລັງມີອາການໄອ ແລະ ເມື່ອຍງ່າຍ ໂດຍການກວດຫາເຊື້ອໂຄໂຣນາໄວຣັສທັງ 3 ຄັ້ງຜົນອອກມາເປັນບວກ.
ໃນເວລາຕໍ່ມາທາງການໄດ້ນຳເອົາສະມາຊິກໃນຄອບຄົວ ແລະ ຜູ້ທີ່ສຳຜັດໃກ້ຊິດກັບຜູ້ຕິດເຊື້ອຄົນນີ້ 103 ຄົນໄປກວດຫາເຊື້ອ ເຊິ່ງຜົນອອກມາເປັນລົບທັງໝົດ, ສ່ວນອີກ 50 ຄົນທີ່ສຳຜັດໃກ້ຊິດກັບຜູ້ຕິດເຊື້ອຢູ່ໂຮງໝໍດານັງຊີຍັງຖືກກັກຕົວເພື່ອເຝົ້າຕິດຕາມອາການ.
ເຖິງຢ່າງໃດກໍດີ, ທາງການຫວຽດນາມບໍ່ໄດ້ລະບຸວ່າຜູ້ຕິດເຊື້ອດັ່ງກ່າວໄດ້ຮັບເຊື້ອໂຄໂຣນາໄວຣັສໄດ້ແນວໃດ, ແຕ່ເຜີຍວ່າຜູ້ຕິດເຊື້ອບໍ່ໄດ້ເດີນທາງອອກຈາກເມືອງດານັງມາເກືອບ 1 ເດືອນແລ້ວ ໂດຍລະຫວ່າງນີ້ລາວເດີນທາງໄປສຸກສາລາ 2 ແຫ່ງ ລວມທັງຮ່ວມງານສັງສັນຂອງຄອບຄົວ ແລະ ງານແຕ່ງດອງ.
ການພົບຜູ້ຕິດເຊື້ອໃນປະເທດອີກຄັ້ງເກີດຂຶ້ນໃນໄລຍະເວລາທີ່ທາງການຫວຽດນາມກຳລັງຈະເປີດປະເທດຮັບຖ້ຽວບິນຈາກຕ່າງປະເທດ ແລະ ການທ່ອງທ່ຽວພາຍໃນປະເທດກຳລັງຟື້ນຕົວ.