ອິນເດຍຈະຂາຍຢາປິ່ນປົວໂຄວິດ-19 ເມັດລະ 1 ໂດລາ ຕົ້ນເດືອນສິງຫາ

ອິນເດຍຈະຂາຍຢາປິ່ນປົວໂຄວິດ-19 ເມັດລະ 1 ໂດລາ ຕົ້ນເດືອນສິງຫາ - 272 - ອິນເດຍຈະຂາຍຢາປິ່ນປົວໂຄວິດ-19 ເມັດລະ 1 ໂດລາ ຕົ້ນເດືອນສິງຫາ
ອິນເດຍຈະຂາຍຢາປິ່ນປົວໂຄວິດ-19 ເມັດລະ 1 ໂດລາ ຕົ້ນເດືອນສິງຫາ - kitchen vibe - ອິນເດຍຈະຂາຍຢາປິ່ນປົວໂຄວິດ-19 ເມັດລະ 1 ໂດລາ ຕົ້ນເດືອນສິງຫາ

ບໍລິສັດ​ຢາ​ຍັກ​ໃຫຍ່​ອິນ​ເດຍ ກຽມ​ວາງ​ຂາຍ​ຢາ​ຟາ​ວິ​ພິຣາ​ເວ​ຍ ລາຄາ​ເມັດ​ລະ 1 ​ໂດ​ລາ ຫວັງ​ໃຫ້​ປະຊາຊົນ​ເຂົ້າ​ເຖິງ ​ແລະ ​ໃຊ້​ປິ່ນປົວ​ໂຄ​ວິດ-19 ກໍລະນີ​ສຸກ​ເສີນ ​ໃນຕົ້ນ​ເດືອນ​ສິງຫາ​ນີ້.

ສຳນັກ​ຂ່າວ​ຊິນ​ຮົວລາຍ​ງານ​ວ່າ: ຊິ​ບລາ (Cipla) ບໍລິສັດ​ການ​ຢາ​ສັນຊາດ​ອິນ​ເດຍ ປະກາດ​ວ່າ: ບໍລິສັດ​ໄດ້​ຮັບ​ອະນຸມັດ​ຈາກ​ໜ່ວຍ​ງານ​ຄວບ​ຄຸມ​ຢາ​ຂອງ​ອິນ​ເດຍ (CDGI) ​ໃຫ້​ຈຳໜ່າຍ​ຢາ​ຟາ​ວິ​ພິຣາ​ເວ​ຍ (Favipiravir) ​ພາຍ​​ໃນ​ປະ​ເທດ ພາຍ​ໃຕ້​ຍີ່​ຫໍ້​ຊິ​ເພນ​ຊາ (Ciplenza) ສຳລັບ​ໃຊ້​ປິ່ນປົວ​ຜູ້​ຕິດ​ເຊື້ອ​ໂຄ​ວິດ-19 ​ໃນ​ກໍລະນີ​ສຸກ​ເສີນ.

ອິນເດຍຈະຂາຍຢາປິ່ນປົວໂຄວິດ-19 ເມັດລະ 1 ໂດລາ ຕົ້ນເດືອນສິງຫາ - Visit Laos Visit SALANA BOUTIQUE HOTEL - ອິນເດຍຈະຂາຍຢາປິ່ນປົວໂຄວິດ-19 ເມັດລະ 1 ໂດລາ ຕົ້ນເດືອນສິງຫາ

“ການ​ອະນຸມັດ​ການ​ຜະລິດ ​ແລະ ຈຳໜ່າຍ​ຢາ​ດັ່ງກ່າວ ມີ​ເປົ້າໝາຍ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຮີບ​ດ່ວນ ​ເພື່ອ​ປິ່ນປົວ​ພະຍາດ​ໂຄ​ວິດ-19 ​ໃນ​ກໍລະນີ​ສຸກ​ເສີນ​ຢ່າງ​ມີ​ຂອບ​ເຂດ” ບໍລິສັດ​ຊິບລາ​ລະບຸ​ໃນ​ຖະ​ແຫລ​ງການ.

ຊິ​ບລາ ​ເປີດ​ເຜີຍ​ວ່າ: ຢາ​ຊິ​ເພນ​ຊາ ​ເຊິ່ງ​ໄດ້​ຮັບ​ການ​ພັດທະນາ​ຮ່ວມ​ກັນ​ໂດຍ​ຊິ​ບລາ ​ແລະ ຊີ​ເອສ​ໄອ​ອາ (CSIR) ສະ​ຖາ​ບັນ​ເຕັກ​ໂນ​ໂລ​ຊີ​ເຄມີ​ສັນຊາດ​ອິນ​ເດຍນັ້ນ ຈະ​ເລີ່​ມວາງ​ຈຳໜ່າຍ​ທາງ​ການ​ຄ້າ​ໃນ​ອາທິດ​ທຳ​ອິດ​ຂອງ​ເດືອນ​ສິງຫາ​ນີ້ ​ໂດຍ​ລາຄາ​ຈຳໜ່າຍ​ 1 ​ໂດ​ລາ​ຕໍ່​ເມັດ.

ທັງ​ນີ້ ອິນ​ເດຍລາຍ​ງານ​ການກວດ​ພົບ​ຜູ້​ຕິດ​ເຊື້ອ​ໂຄ​ວິດ-19 ທັງ​ໝົດ 1.287.945 ຄົນ ​ເຊິ່ງລວມທັງ​ຜູ້​ເສຍ​ຊີວິດ 30.601 ຄົນ​ໃນ​ວັນ​ທີ 24 ກໍລະກົດ ​ໂດຍ​ອິນ​ເດຍ​ເປັນ​ປະ​ເທດ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການລະບາດ​ໃຫຍ່​ຂອງ​ໂຄ​ວິດ-19 ຮຸນ​ແຮງ​ທີ່​ສຸດ​ເປັນອັນ​ດັບ 3 ຂອງ​ໂລກ.

ອິນເດຍຈະຂາຍຢາປິ່ນປົວໂຄວິດ-19 ເມັດລະ 1 ໂດລາ ຕົ້ນເດືອນສິງຫາ - 5 - ອິນເດຍຈະຂາຍຢາປິ່ນປົວໂຄວິດ-19 ເມັດລະ 1 ໂດລາ ຕົ້ນເດືອນສິງຫາ
ອິນເດຍຈະຂາຍຢາປິ່ນປົວໂຄວິດ-19 ເມັດລະ 1 ໂດລາ ຕົ້ນເດືອນສິງຫາ - 3 - ອິນເດຍຈະຂາຍຢາປິ່ນປົວໂຄວິດ-19 ເມັດລະ 1 ໂດລາ ຕົ້ນເດືອນສິງຫາ
ອິນເດຍຈະຂາຍຢາປິ່ນປົວໂຄວິດ-19 ເມັດລະ 1 ໂດລາ ຕົ້ນເດືອນສິງຫາ - 4 - ອິນເດຍຈະຂາຍຢາປິ່ນປົວໂຄວິດ-19 ເມັດລະ 1 ໂດລາ ຕົ້ນເດືອນສິງຫາ