ສສຊ/ສສຂ ຮຽກຮ້ອງໃຫ້ອົງການໄອຍະການປະຊາຊົນແຂວງ ເພີ່ມທະວີການຕິດຕາມກວດກາການປະຕິບັດກົດໝາຍ ຂອງເຈົ້າໜ້າທີ່ສືບສວນ-ສອບສວນ
ໃນວາລະການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ I ໃນວັນທີ 23 ກໍລະກົດນີ້, ກອງປະຊຸມກໍໄດ້ຮັບຟັງ ແລະ ພິຈາລະນາໃນຫລາຍບັນຫາສຳຄັນ ໃນນີ້ບັນດາສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ໄດ້ສະເໜີໃຫ້ອົງການໄອຍະການປະຊາຊົນແຂວງເພີ່ມທະວີການຕິດຕາມກວດກາການປະຕິບັດກົດໝາຍຂອງເຈົ້າໜ້າທີ່ອົງການສືບສວນ-ສອບສວນ ເຊິ່ງເຫັນວ່າຍັງບໍ່ທັນເຂັ້ມງວດເທົ່າທີ່ຄວນ, ບາງກໍລະນີລະເມີດກົດໝາຍ ເປັນຕົ້ນການກວດຄົ້ນເຄຫາສະຖານ, ການກັກຕົວ, ການຈັບຕົວ, ການກັກຂັງພາງ ແລະ ການປ່ອຍຕົວພາງຜູ້ຖືກຫາ ເຊິ່ງ ສສຊ/ສສຂ ໄດ້ຮຽກຮ້ອງໃຫ້ອົງການດັ່ງກ່າວເພີ່ມທະວີຄວາມເອົາໃຈໃສ່ໃນການຕິດຕາມກວດກາການປະຕິບັດໜ້າທີ່ຂອງອົງການສືບສວນ-ສອບສວນຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນຢ່າງເຂັ້ມງວດ. ພ້ອມນີ້ ກໍເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ, ຍົກລະດັບຄວາມຮູ້ຄວາມສາມາດຂອງພະນັກງານ ຕະຫລອດເຖິງຈັນຍາທຳ-ຈັນຍາບັນຂອງນັກກົດໝາຍໃຫ້ສູງຂຶ້ນກວ່າເກົ່າ.
ທ່ານ ບຸນຖັນ ແສງດາລາ ຮັກສາການຫົວໜ້າອົງການໄອຍະການປະຊາຊົນແຂວງສະຫວັນນະເຂດ ໄດ້ລາຍງານໃຫ້ຮູ້ວ່າ: ໃນຜ່ານມາ, ໄດ້ຄົ້ນຄວ້າພິຈາລະນາອອກຄຳສັ່ງກວດຄົ້ນເຄຫາສະຖານໃຫ້ແກ່ອົງການສືບສວນ-ສອບສວນຈຳນວນ 147 ສະບັບ, ອອກຄຳສັ່ງຈັບຕົວ 26 ສະບັບ, ອອກຄຳສັ່ງກັກຂັງພາງ 1.230 ສະບັບ, ອອກຄຳສັ່ງປ່ອຍຕົວພາງ 30 ສະບັບ, ໄດ້ກວດກາຄືນຄວາມຖືກຕ້ອງສອດຄ່ອງຂອງບັນດາເອກະສານ, ຂໍ້ມູນ, ຫລັກຖານຕ່າງໆທີ່ເຈົ້າໜ້າທີ່ສືບສວນ-ສອບສວນໃຊ້ເປັນບ່ອນອີງໃນການກັກຕົວຜູ້ຖືກຫາ ຫລື ຜູ້ຕ້ອງສົງໄສ ແລະ ພົບເຫັນຫລາຍບັນຫາ ໂດຍສະເພາະການປະກອບເອກະສານ ເພື່ອຂໍຄຳສັ່ງກວດຄົ້ນເຄຫາສະຖານບາງກໍລະນີຍັງບໍ່ທັນຄົບຖ້ວນ, ຊັດເຈນ, ການດຳເນີນການກວດຄົ້ນ ແລະ ລາຍການວັດຖຸສິ່ງຂອງ ແລະ ຂອງກາງບໍ່ຈະແຈ້ງ, ຄົບຖ້ວນ, ການກັກຕົວຜູ້ຖືກສົງໄສ ຫລື ຜູ້ຖືກຫາໃນບາງຄະດີຍັງຂາດຂໍ້ມູນຫລັກຖານທີ່ໜັກແໜ້ນພຽງພໍ, ບາງກໍລະນີບໍ່ແຈ້ງຄອບຄົວ ຫລື ຜູ້ປົກຄອງ, ບໍ່ແຈ້ງຂໍ້ກ່າວຫາ, ບໍ່ແຈ້ງສິດ ແລະ ພັນທະຂອງຜູ້ຖືກຫາ ເຮັດໃຫ້ເກີດມີຫາງສຽງສັງຄົມກ່ຽວກັບການລະເມີດສິດຂອງປະຊາຊົນໂດຍບໍ່ສອດຄ່ອງກົດໝາຍ, ການກັກຂັງພາງຜູ້ຖືກຫາຜ່ານມາ ບາງຄະດີຍັງມີຄວາມຊັກຊ້າໃນການຂໍຄຳສັ່ງຈາກອົງການໄອຍະການ, ບາງຄັ້ງກໍເກີນເວລາທີ່ກົດໝາຍກຳນົດໃຫ້, ການປະຕິບັດຄຳສັ່ງເກີນກຳນົດເວລາ, ການປະຕິບັດເງື່ອນໄຂປ່ອຍຕົວພາງຂອງຜູ້ຖືກຫາ ຫລື ພາກສ່ວນກ່ຽວຂ້ອງຍັງບໍ່ທັນເຂັ້ມງວດເທົ່າທີ່ຄວນ, ຄຳສັ່ງຈັບຕົວທີ່ອອກໂດຍອົງການໄອຍະການບາງຄະດີຍັງບໍ່ໄດ້ຮັບການຈັດຕັ້ງປະຕິບັດ ຫລື ມີການປະຕິບັດຊັກຊ້າ. ຈາກນີ້ ຍັງມີປາກົດການລະເມີດກົດໝາຍຂອງບັນດາພະນັກງານທີ່ມີໜ້າທີ່ຮັບຜິດຊອບໃນການດຳເນີນຄະດີ ໂດຍການສວຍໃຊ້ສິດອຳນາດ, ໜ້າທີ່, ຕຳແໜ່ງ ເພື່ອຊອກຫານປະໂຫຍດກໍມີ.