ມີຜູ້ເສຍຊີວິດເພີ່ມອີກ 1 ຄົນ ຈາກການຕິດເຊື້ອໄຂ້ຍຸງລາຍ


ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ວ່າ: ພຽງວັນທີ 26 ກໍລະກົດນີ້ ທົ່ວປະເທດມີຜູ້ຕິດເຊື້ອໄຂ້ຍຸງລາຍເພີ່ມ 29 ກໍລະນີ ແລະ ມີຜູ້ເສຍຊີວິດຕື່ມອີກ 1 ຄົນ. ໝາຍວ່ານັບແຕ່ວັນທີ 1 ມັງກອນ ຫາ 26 ກໍລະກົດນີ້ ທົ່ວປະເທດມີຜູ້ຕິດເຊື້ອພະຍາດດັ່ງກ່າວທັງໝົດ 3.799 ຄົນ, ໃນນັ້ນ ແຂວງທີ່ມີການລາຍງານຫລາຍກວ່າໝູ່ແມ່ນ ນະຄອນຫລວງວຽງຈັນມີເຖິງ 821 ຄົນ, ຖັດລົງມາແມ່ນ ແຂວງວຽງຈັນ 421 ກໍລະນີ, ບໍລິຄຳໄຊ 475 ກໍລະນີ ແລະ ແຂວງອັດຕະປື 364 ກໍລະນີ. ສ່ວນຈຳນວນຜູ້ເສຍຊີວິດທັງໝົດ 9 ຄົນ ສະເພາະຢູ່ນະຄອນຫລວງວຽງຈັນມີ 4 ຄົນ, ບໍລິຄຳໄຊ 2 ຄົນ, ຄຳມ່ວນ, ໄຊຍະບູລີ ແລະ ຊຽງຂວາງ ແຂວງລະ 1 ຄົນ.
ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ຕໍ່ສະພາບການດັ່ງກ່າວ, ພວກເຮົາຕ້ອງເອົາໃຈໃສ່ປະຕິບັດຄຳຂວັນທີ່ວ່າ: “ບໍ່ມີໜອນນ້ຳຍຸງລາຍ ກໍບໍ່ມີຍຸງລາຍ ແລະ ບໍ່ມີໄຂ້ເລືອດອອກ” ໂດຍສະເພາະແມ່ນຕ້ອງປະຕິບັດຫລັກການ 5ປ ຢ່າງເຄັ່ງຂັດໃຫ້ເປັນປະຈຳ ຈຶ່ງສາມາດທຳລາຍແຫລ່ງເພາະພັນຂອງຍຸງລາຍໄດ້ເຊັ່ນ: ປິດຝາພາຊະນະທີ່ເກັບນ້ຳໃນເຮືອນ ແລະ ນອກເຮືອນ ເພື່ອບໍ່ໃຫ້ຍຸງລາຍມາໄຂ່ໃສ່, ປ່ຽນນ້ຳໃນພາຊະນະເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້, ຖ້ານຮອງຈອກນ້ຳ, ປ່ອຍປາຫາງນົກຍຸງເພື່ອກິນໜອນນ້ຳ, ປັບປຸງການອະນາໄມສິ່ງແວດລ້ອມອ້ອມເຮືອນ ບໍ່ໃຫ້ມີກະໂປະກະປ໋ອງ, ຢາງຕີນລົດເກົ່າທີ່ມີນ້ຳຂັງ ແລະ ປະຕິບັດໃຫ້ເປັນນິໄສປະຈຳທຸກໆອາທິດ. ຖ້າເປັນໄຂ້ໃຫ້ຮີບຮ້ອນໄປພົບແພດໝໍດ່ວນ, ຫາກທຸກຄົນປະຕິບັດໄດ້ຕາມ 5ປ ຢ່າງເຂັ້ມງວດ ກໍຈະສາມາດຫລຸດຜ່ອນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໄຂ້ຍຸງລາຍໃຫ້ຫລຸດລົງໄດ້.