ປຶກສາຫາລື ຜ່ານຮ່າງແຜນງານແຫ່ງຊາດ ວ່າດ້ວຍການຕ້ານການຄ້າມະນຸດໄລຍະ III
ເມື່ອທ້າຍອາທິດຜ່ານມາ, ກອງເລຂາຄະນະກໍາມະການ ຕ້ານການຄ້າມະນຸດລະດັບຊາດ ໄດ້ຈັດກອງປະຊຸມປຶກສາຫາລື ຜ່ານຮ່າງແຜນງານແຫ່ງຊາດ ວ່າດ້ວຍການຕ້ານການຄ້າມະນຸດ ໄລຍະ III ແຕ່ປີ 2021-2025, ໂດຍເນັ້ນໃສ່ 9 ເປົ້າໝາຍ, 6 ແຜນງານ, 26 ໂຄງການ ແລະ 121 ກິດຈະກໍາ, ເຊິ່ງບັນດາໂຄງການ, ກິດຈະກໍາດັ່ງກ່າວ ສ່ວນຫລາຍແມ່ນເນັ້ນໃສ່ການສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນ ແລະ ອົງການຈັດຕັ້ງ ໃຫ້ເປັນລະບົບ, ມີສະຖານທີ່, ອຸປະກອນ, ພາຫານະຮັບໃຊ້ວຽກງານດັ່ງກ່າວ ເພື່ອເຮັດໃຫ້ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຕ້ານການຄ້າມະນຸດໃນ 5 ປີ ຕໍ່ໜ້າມີປະສິດທິພາບກວ່າເກົ່າ.
ຮອງຫົວໜ້າກົມຕໍາຫລວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໃຫ້ຮູ້ວ່າ: ຮ່າງແຜນງານແຫ່ງຊາດ ວ່າດ້ວຍການຕ້ານການຄ້າມະນຸດ ປະກອບມີ 9 ເປົ້າໝາຍຄື: ສ້າງ, ປັບປຸງນິຕິກໍາ, ປຶ້ມຄູ່ມື, ຫລັກສູດການຮຽນ-ການສອນ ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ; ພັດທະນາຊັບພະຍາກອນມະນຸດ ແລະ ກົນໄກປະສານງານທັງພາຍໃນ ແລະ ຕ່າງປະເທດ ທີ່ເຮັດວຽກຕ້ານການຄ້າມະນຸດໃຫ້ມີຄຸນນະພາບດີຂຶ້ນ; ໂຄສະນາປູກຈິດສໍານຶກດ້ວຍຫລາຍຮູບແບບ ໃຫ້ທົ່ວສັງຄົມ ໂດຍສະເພາະແມ່ຍິງ, ເດັກນ້ອຍ, ກຸ່ມສ່ຽງຮັບຮູ້ຜົນຮ້າຍ, ຜົນກະທົບຂອງການຄ້າມະນຸດ, ມີສະຕິປ້ອງກັນຕົວເອງ ແລະ ເປັນເຈົ້າການເຂົ້າຮ່ວມໃນວຽກງານຕ້ານການຄ້າມະນຸດ; ເພີ່ມທະວີໃນການຈັດຕັ້ງປະຕິບັດກົດໝາຍ, ການກໍານົດຕົວຜູ້ຖືກເຄາະຮ້າຍຢ່າງວ່ອງໄວ ແລະ ຊັດເຈນ, ນໍາເອົາຜູ້ກະທໍາຜິດມາລົງໂທດຢ່າງເຂັ້ມງວດ.