ກອງປະຊຸມ ຄຕຟງ ກະກຽມ ຄວາມພ້ອມການປະເມີນຜົນວຽກງານຂອງຕົນ
ກອງປະຊຸມຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ) ສະໄໝສາມັນ ຄັ້ງທີ II ປະຈໍາປີ 2020 ໄດ້ຈັດຂຶ້ນໃນວັນທີ 28 ກໍລະກົດນີ້ ທີ່ຫ້ອງປະຊຸມທະນາຄານແຫ່ງ ສປປ ລາວ (ທຫລ) ຊຶ່ງໄດ້ເນັ້ນໃຫ້ເຫັນຄວາມຄືບໜ້າການກະກຽມຄວາມພ້ອມວຽກງານການປະເມີນຮອບດ້ານຂອງ ສປປ ລາວ ໃນປີ 2000-2021 ໂດຍການໃຫ້ກຽດເປັນປະທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ເພື່ອປຶກສາຫາລືບັນຫາສໍາຄັນຕ່າງໆທີ່ຕິດພັນກັບວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ຂອງ ສປປ ລາວ ໂດຍສະເພາະຄວາມຄືບໜ້າການກະກຽມຄວາມພ້ອມວຽກງານການປະເມີນຮອບດ້ານຂອງ ສປປ ລາວ ໃນປີ 2020-2021 ເປັນຕົ້ນແມ່ນວຽກງານນິຕິ; ວຽກງານຄຸ້ມຄອງ ແລະ ວຽກງານການດຳເນີນຄະດີ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວມີປະສິດທິຜົນ ແລະ ຈະມີການປະເມີນຕົວຈິງຜ່ານທາງວິດິໂອໃນເດືອນສິງຫາ 2020 ເພື່ອຊີ້ແຈງດ້ານນິຕິກໍາ. ທີ່ປະຊຸມຍັງໄດ້ປຶກສາຫາລື ແລະ ຮັບຮອງບາງແຜນວຽກ ໂດຍສ້າງຂະບວນການໃນການເຜີຍແຜ່ເຊື່ອມຊຶມວຽກງານ AML/CFT, ລົງເລິກການຝຶກອົບຮົມດ້ານເຕັກນິກການສືບສວນ-ສອບສວນໃຫ້ເຈົ້າໜ້າທີ່ທີ່ກ່ຽວຂ້ອງ, ດໍາເນີນການຈັດຕັ້ງປະຕິບັດການຫຼຸດຜ່ອນຄວາມສ່ຽງ ແລະ ຮັບປະກັນວຽກງານຮ່ວມມືລະຫວ່າງປະເທດທາງອາຍາ ເພື່ອກະກຽມໃຫ້ການສົ່ງບົດລາຍງານສະບັບທີ 2 ດ້ານປະສິດທິຜົນໃນທ້າຍປີ 2020 ແລະ ຈະມີການປະເມີນຕົວຈິງໃນຕົ້ນປີ 2021.