ສະຫລຸບບັນຫາໜ້າສົນໃຈທົ່ວໂລກປະຈຳວັນທີ 29 ກໍລະກົດ 2020
- ຈຳນວນຜູ້ຕິດເຊື້ອ COVID-19 ໃນຫລາຍປະເທດຍັງເພີ່ມສູງຂຶ້ນ ເຖິງວ່າພວກເຂົາຈະກະກຽມເພື່ອຮັບມືການລະບາດຢ່າງດີຈົນຮອດປັດຈຸບັນນີ້.
ປະເທດເຢຍລະມັນລາຍງານຜູ້ຕິດເຊື້ອໃໝ່ 3.611 ຄົນໃນອາທິດຜ່ານມາ. ຂະນະທີ່ຜູ້ນຳຂອງໜ່ວຍງານສາທາລະນະສຸກຂອງປະເທດໄດ້ວິພາກວິຈານວ່າ: ຊາວເຢຍລະມັນລະເລີຍທີ່ຈະປະຕິບັດຕາມມາດຕະການ Social Distancing.
ປະເທດຈີນລາຍງານຜູ້ຕິດເຊື້ອໃໝ່ 64 ຄົນໃນວັນທີ 28 ກໍລະກົດຜ່ານມາ ຖືເປັນຈຳນວນສູງທີ່ສຸດນັບແຕ່ເດືອນມີນາ 2020 ໂດຍສູນກາງການລະບາດໃນປັດຈຸບັນຢູ່ Xinjiang. ນອກຈາກນີ້ ຍັງມີຄວາມກັງວົນວ່າໄວຣັສຈະແຜ່ລະບາດໄປສູ່ພື້ນທີ່ທີ່ຊາວອຸຍກູອາໄສຢູ່.
- ຜູ້ຖືຫຸ້ນຂອງ McDonald ຕ່າງກໍຕ້ອງເຮັດໜ້າບູດ ເມື່ອພວກເຂົາໄດ້ຜະເຊີນກັບການລາຍງານຜົນກຳໄລທີ່ບໍ່ຄ່ອຍດີໃນຮອບ 13 ປີຂອງບໍລິສັດ.
ມີການກ່າວໂທດຢ່າງໜັກວ່າ: ມາດຕະການ Lockdowns ໄດ້ສົ່ງຜົນກະທົບຕໍ່ທຸລະກິດໃນຕະຫລາດຫລັກຊັບຂອງອາເມລິກາ. ຂະນະທີ່ Chris Kempczinski ຜູ້ບໍລິຫານຂອງບໍລິສັດກ່າວວ່າ: ຍອດຂາຍສິນຄ້າທັງແບບ Drive-through (ຜູ້ຊື້ຂັບລົດໄປຊື້ໂດຍບໍ່ລົງຈາກລົດ) ແລະ ແບບ Delivery (ບໍລິສັດໄປສົ່ງຕາມສະຖານທີ່ຕ່າງໆ) ຫລຸດລົງຫລາຍ.
ອີກອັນໜຶ່ງ McDonald ໄດ້ວາງແຜນຈະປິດຮ້ານຄ້າ 200 ກວ່າແຫ່ງຢູ່ອາເມລິກາ ພາຍໃນປີນີ້.
- William Barr ໄອຍະການສູງສຸດຂອງອາເມລິກາ ໄດ້ອອກມາປົກປ້ອງເລື່ອງການປາບປາມກຸ່ມຜູ້ປະທ້ວງທີ່ຕໍ່ຕ້ານການຢຽດເຊື້ອຊາດຢູ່ເມືອງ Portland ລັດ Oregon ແລະ ເມືອງອື່ນໆຂອງອາເມລິກາ.
ໂດຍທ່ານໄດ້ໃຫ້ເຫດຜົນເລື່ອງນີ້ວ່າ: “ກຸ່ມຜູ້ກໍ່ຈະລາຈົນຫົວຮຸນແຮງ ແລະ ພວກນິຍົມອະນາທິປະໄຕໄດ້ເຮັດໃຫ້ການປະທ້ວງຕໍ່ຄວາມອະຍຸຕິທຳທາງເຊື້ອຊາດທີ່ຖືກກົດໝາຍຕ້ອງພັງທະລາຍລົງ”.
ຂະນະດຽວກັນ ສະມາຊິກພັກຝ່າຍ Democrats ໄດ້ຕັ້ງຂໍ້ກ່າວຫາຕໍ່ທ່ານວ່າ: ກຳລັງຍື່ນມືເຂົ້າໄປຊ່ວຍເຫລືອວາລະທາງການເມືອງຂອງປະທານາທິບໍດີ ໂດນັລ ທຣຳ.
- ນະໂຍບາຍທາງການເງິນຂອງທະນາຄານກາງອາເມລິກາ (FED) ໃນຄັ້ງຫລ້າສຸດນີ້ ເລີ່ມຈາກການປະກາດຂະຫຍາຍໄລຍະເວລາຂອງມາດຕະການກູ້ຢືມສຸກເສີນທີ່ອອກແບບມາເພື່ອປົກປ້ອງກອງທຶນໄລຍະສັ້ນ ລວມທັງຕະຫລາດຕາສານໜີ້ ແລະ ສິນເຊື່ອ ເພື່ອທຸລະກິດຂະໜາດກາງ ເຊິ່ງໄດ້ຮັບຜົນກະທົບຈາກການລະບາດຂອງ COVID-19.
ກ່ອນໜ້ານີ້ ມາດຕະການດັ່ງກ່າວຈະໝົດອາຍຸລົງໃນເດືອນກັນຍາ 2020 ແຕ່ຫລ້າສຸດ FED ໄດ້ປະກາດຂະຫຍາຍໄລຍະເວລາອອກໄປອີກ 3 ເດືອນ ເຊິ່ງຈະສິ້ນສຸດໃນທ້າຍປີນີ້ (31 ທັນວາ 2020).
- Pfizer ລາຍງານຜົນກຳໄລໃນໄຕມາດທີ 2 ຫລຸດລົງ 32% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019. ຫົວໜ້າຂອງບໍລິສັດກ່າວຕຳໜິວ່າ: ມາດຕະການຄວບຄຸມການລະບາດຂອງ COVID-19 ໄດ້ເຮັດໃຫ້ຍອດຂາຍຫລຸດລົງຫລາຍ.
ເຖິງຢ່າງໃດກໍຕາມ, ບໍລິສັດໄດ້ມີການແກ້ໄຂຄາດຄະເນລາຍໄດ້ໃນປີ 2020 ຈາກ 4,86 ໝື່ນລ້ານໂດລາ ເປັນ 5,06 ໝື່ນລ້ານໂດລາ ເຊິ່ງເປັນການປະມານໃນກໍລະນີທີ່ປະເທດມີການຫລຸດຜ່ອນມາດຕະການ Lockdowns ລົງ.
ອີກອັນໜຶ່ງ ຄາດຄະເນດັ່ງກ່າວຍັງບໍ່ໄດ້ຄິດລວມເຖິງຜົນກຳໄລທີ່ເປັນໄປໄດ້ຈາກການຂາຍວັກແຊງ COVID-19 ເຊິ່ງບໍລິສັດໄດ້ພັດທະນາຮ່ວມກັບ BoiNTech.
- Peugeot ບໍລິສັດຜູ້ຜະລິດລົດຍົນສັນຊາດຝຣັ່ງ ໄດ້ສະແດງໃຫ້ເຫັນເຖິງຄວາມແຂງແຮງໃນການຟື້ນຕົວຂອງບໍລິສັດ ເຊິ່ງສາມາດສ້າງຜົນກຳໄລໄດ້ເລັກໜ້ອຍໃນໄລຍະເຄິ່ງທຳອິດຂອງປີ 2020 ເຖິງວ່າລາຍໄດ້ຂອງບໍລິສັດຈະຫລຸດລົງ 34,5% ສູ່ລະດັບ 2,95 ໝື່ນລ້ານໂດລາ.
ທາງຝັ່ງຄູ່ແຂ່ງສັນຊາດຍີ່ປຸ່ນຄື Nissan ເບິ່ງຄືວ່າຈະຢູ່ໃນສະຖານະການທີ່ຮ້າຍແຮງກວ່າ ເນື່ອງຈາກບໍລິສັດໄດ້ຄາດຄະເນວ່າຈະຂາດທຶນ 4,5 ພັນລ້ານໂດລາ ພາຍໃນປີນີ້.
- Najib Razak ອະດີດນາຍົກລັດຖະມົນຕີຂອງປະເທດມາເລເຊຍ ໄດ້ຖືກຕັດສິນໂດຍສານອຸທອນແຫ່ງ Kuala Lumpur ວ່າມີຄວາມຜິດໃນ 7 ຂໍ້ຫາກ່ຽວກັບການໃຊ້ອຳນາດໃນທາງທີ່ຜິດ, ການຝ່າຝືນມາດຕະການຄວາມໄວ້ວາງໃຈ ແລະ ການຟອກເງິນ.
ຄະດີນີ້ ຖືເປັນ 1 ໃນ 5 ຂອງຄະດີອາຍາທີ່ມີການກ່ຽວຂ້ອງກັບ Najib Razak ສຳລັບເລື່ອງທີ່ທ່ານມີສ່ວນຮູ້ເຫັນໃນການຫາຍໄປຂອງເງິນຫລາຍພັນລ້ານໂດລາຈາກກອງທຶນແຫ່ງຊາດມາເລເຊຍ ຂະນະທີ່ທ່ານເຂົ້າຮັບຕຳແໜ່ງນັບແຕ່ປີ 2009-2015.
ເຖິງຢ່າງໃດກໍຕາມ Najib Razak ຍັງປະຕິເສດທຸກຂໍ້ກ່າວຫາຂອງທ່ານ. ຂະນະທີ່ສານອຸທອນໄດ້ຕັດສິນໂທດຈຳຄຸກ 12 ປີ ແລະ ປັບໄໝອີກ 49 ລ້ານໂດລາ.