ການນຳໃຊ້ຂອບເຂດກຫານສັນຈອນໂດຍບໍ່ຖືກຕ້ອງ

Kham Phut

ຂ່າວຮູບພາບ ແລະ ວິດີໂອ

ອີງຕາມດຳລັດວ່າດ້ວຍການປັບໃໝ ແລະມາດຕະການຕ່າງໆ ຕໍ່ຜູ້ລະເມີດລະບຽບກົດໝາຍກ່ຽວກັບການຈະລາຈອນທາງບົກ, ການຂົນສົ່ງທາງບົກ ແລະ ການປົກປັກຮັກສາທາງຫລວງ ໃນມາດຕາ 26 ວ່າດ້ວຍ “ການນຳໃຊ້ຂອບເຂດກຫານສັນຈອນໂດຍບໍ່ຖືກຕ້ອງ” ລະບຸໄວ້ດັ່ງນີ້:

“ບຸກຄົນຜູ້ໃດ ຫາກໄດ້ຕັ້ງລໍ້, ກາງເຕັ້ນເຮັດງານຕ່າງໆ, ວາງເຄື່ອງຂອງ ຫລື ສິນຄ້າທຸກປະເພດເພື່ອຂາຍຢູ່ໃນຖະໜົນ, ບ່າທາງ ແລະທາງຄົນຍ່າງ ຈະຖືກປັບໃໝ 50.000 ກີບ. ເຈົ້າຂອງສຳນັກງານ ຫລື ອາຄານທີ່ຕັ້ງຢູ່ແຄມທາງ ຫາກໄດ້ອະນຸຍາດໃຫ້ມີການກະທຳດັ່ງກ່າວ ກໍຈະຖືກປັບໃໝ 50.000 ກີບເຊັ່ນກັນ”.