ສະຫລຸບບັນຫາໜ້າສົນໃຈທົ່ວໂລກວັນທີ 30 ກໍລະກົດ 2020
- ທະນາຄານກາງອາເມລິກາເຕືອນວ່າພາບລວມເສດຖະກິດຂອງປະເທດນັ້ນຂຶ້ນຢູ່ກັບຄວາມຮຸນແຮງໃນການລະບາດຂອງ COVID-19. ຂະນະທີ່ Jerome Powell ປະທານທະນາຄານກາງ ກ່າວວ່າ: “ການຟື້ນຕົວທີ່ວ່ອງໄວອາດຈະຊ້າລົງນັບແຕ່ໄວຣັສໄດ້ແຜ່ກະຈາຍຫລາຍຂຶ້ນໃນຊ່ວງເດືອນມິຖຸນາຜ່ານມາ”.
ຈາກຜົນກອງປະຊຸມຫລ້າສຸດ FED ຍັງໃຫ້ຄຳໝັ້ນສັນຍາທີ່ຈະຮັກສາດອກເບ້ຍໄວ້ໃກ້ລະດັບ 0% ແລະ ຈະປັບໃຊ້ມາດຕະການຕ່າງໆ ເພື່ອຊ່ວຍສະໜັບສະໜູນເສດຖະກິດຂອງປະເທດ ເຊິ່ງເຮັດໃຫ້ຕະຫລາດຫຸ້ນປັບຂຶ້ນເລັກໜ້ອຍຫລັງຈາກມີຂ່າວອອກມາ.
- ຫລັງຈາກລາຍງານຜົນຂາດທຶນຫລາຍກວ່າການຄາດຄະເນເອົາໄວ້ໃນໄຕມາດທີ 2 Boeing ບໍລິສັດຜູ້ຜະລິດເຮືອບິນຍັກໃຫຍ່ຂອງອາເມລິກາ ໄດ້ປະກາດວ່າ: ເຮືອບິນລຸ້ນ 747 Jumbo Jet ຈະຖືກລຶບອອກຈາກລາຍການຜະລິດເປັນໄລຍະເວລາຢ່າງໜ້ອຍ 2 ປີ.
ນອກຈາກນີ້ ບໍລິສັດຍັງໄດ້ຫລຸດການຜະລິດເຮືອບິນໂດຍສານລຸ້ນ 777 ແລະ 787 ແລະ ຍັງໄດ້ໂຈະແຜນການເພີ່ມກຳລັງຜະລິດເຮືອບິນລຸ້ນ 737 MAX ຫລັງຈາກຖືກລະງັບໃຊ້ງານນັບແຕ່ປີຜ່ານມາ ເນື່ອງຈາກເກີດອຸປະຕິເຫດຕົກເຖິງ 2 ຄັ້ງ ເຮັດໃຫ້ມີຜູ້ເສຍຊີວິດ 346 ຄົນ.
- ຫົວໜ້າຂອງບໍລິສັດທາງດ້ານເຕັກໂນໂລຊີໃຫຍ່ທີ່ສຸດຂອງອາເມລິກາຫລາຍແຫ່ງ ໄດ້ອອກມາປົກປ້ອງທຸລະກິດຂອງພວກເຂົາ ຫລັງຈາກມີການພິຈາລະນາຄະດີຕໍ່ຕ້ານການຜູກຂາດໂດຍສະພາຄອງເກຣດອາເມລິກາ ລວມທັງການປະຕິເສດຂໍ້ກ່າວຫາຂອງບໍລິສັດຂະໜາດນ້ອຍທີ່ວ່າພວກເຂົານັ້ນພະຍາຍາມກຳຈັດຊ່ອງທາງການແຂ່ງຂັນພາຍໃນຕະຫລາດ.
ນອກຈາກນີ້ Jeff Bezos ແຫ່ງ Amazon, Tim Cook ແຫ່ງ Apple, Sundar Pichai ແຫ່ງ Alphabet ແລະ Mark Zuckerberg ແຫ່ງ Facebook ຍັງໄດ້ຕອບຄຳຖາມເພື່ອຫລຸດຂໍ້ສົງໄສກ່ຽວກັບການແຊກແຊງການເລືອກຕັ້ງປະທານາທິບໍດີ, ການຄັດກອງເນື້ອໃນຕ່າງໆ ແລະ ຄວາມກັງວົນດ້ານການເປັນສ່ວນຕົວຂອງຜູ້ບໍລິໂພກ.
ຂະນະດຽວກັນທັງ 4 ບໍລິສັດທີ່ກ່າວມາກຽມລາຍງານຜົນກຳໄລໄຕມາດທີ 2 ໃນວັນທີ 30 ກໍລະກົດນີ້.
- ມະຫາວິທະຍາໄລຮົງກົງປະກາດໄລ່ Benny Tai ອອກຈາກມະຫາວິທະຍາໄລ ເຊິ່ງລາວດຳລົງຕຳແໜ່ງເປັນສາສະດາຈານ ແລະ ຜູ້ສ້າງຕັ້ງ “ຂະບວນການປະຕິວັດຮົ່ມ” (Occupy Central) ໃນຮົງກົງຂຶ້ນມາ.
Benny Tai ເຄີຍຖືກຈັບ ແລະ ຕັດສິນໂທດເມື່ອປີຜ່ານມາ ເນື່ອງຈາກລາວມີສ່ວນຮ່ວມໃນການປະທ້ວງ ເພື່ອແບ່ງແຍກດິນແດນໃນປີ 2014.
ເຈົ້າໜ້າທີ່ຈາກຈີນທີ່ຢູ່ໃນຮົງກົງກ່າວວ່າ: ລາວກຳລັງໄດ້ຮັບລາງວັນຈາກຄວາມຊົ່ວຮ້າຍຂອງລາວເອງ. ຂະນະທີ່ຝ່າຍຄ້ານລັດຖະບານກ່າວວ່າ: ນີ້ຄືຈຸດຈົບຂອງເສລີພາບທາງວິຊາການ.
- ກະຊວງປ້ອງກັນປະເທດອາເມລິກາ (Pentagon) ກ່າວວ່າພວກເຂົາຈະຫລຸດຈຳນວນທະຫານໃນປະເທດເຢຍລະມັນລົງ 11.900 ຄົນ ເຊິ່ງເປັນການຕັດສິນໃຈຂອງປະທານາທິບໍດີ ໂດນັລ ທຣຳ ຜູ້ເຊິ່ງວິພາກວິຈານເຖິງພັນທະມິດ NATO ຂອງລາວວ່າມີການວາງກອງກຳລັງທະຫານທີ່ບໍ່ສົມດູນ ແລະ ຫລາຍເກີນໄປໃນປະເທດເຢຍລະມັນ.
ທະຫານທັງ 11.900 ຄົນນີ້ຈະເດີນທາງໄປປະຈຳການຢູ່ແບນຊິກ, ອິຕາລີ ຫລື ຢູ່ບ່ອນອື່ນໆເຊັ່ນ: ໂປໂລຍ ແລະ ສາທາລະນະລັດບອນຕິກ ແຕ່ຫລາຍກວ່າເຄິ່ງໜຶ່ງຂອງພວກເຂົາຈະກັບໄປປະຈຳການຢູ່ອາເມລິກາ.
- Rio Tinto ບໍລິສັດຜູ້ຂຸດເຈາະແຮ່ເຫລັກໃຫຍ່ທີ່ສຸດໃນໂລກ ລາຍງານຜົນກຳໄລ 4,75 ພັນລ້ານໂດລາໃນໄລຍະ 6 ເດືອນທຳອິດຂອງປີ 2020 ເຊິ່ງດີກວ່າການຄາດຄະເນໄວ້ ເຖິງວ່າຈະຫລຸດລົງ 4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019.
ນອກຈາກນີ້ ບໍລິສັດຍັງຕັດສິນໃຈຈ່າຍເງິນປັນຜົນລະຫວ່າງການ (Interim Dividend) ມູນຄ່າສູງເຖິງ 2,5 ພັນລ້ານໂດລາ ແລະ CEO ຂອງບໍລິສັດໄດ້ອອກມາຂໍໂທດໃນເລື່ອງທີ່ບໍລິສັດໄດ້ທຳລາຍສິ່ງກໍ່ສ້າງອາຍຸ 46.000 ປີຂອງຊາວ aboriginal ເຊິ່ງເປັນຊົນພື້ນເມືອງໃນອະດີດຂອງອົດສະຕຣາລີ.
- Eastman Kodak ບໍລິສັດທີ່ຮູ້ຈັກກັນດີທີ່ສຸດໃນເລື່ອງກ້ອງ ແລະ ຟີມຖ່າຍຮູບ. ນອກຈາກນີ້ ຍັງມີຜະລິດຕະພັນກ່ຽວກັບເຕັກໂນໂລຊີທາງການແພດ ເຊິ່ງພວກເຂົາໄດ້ຮັບເງິນກູ້ຢືມຈາກລັດຖະບານອາເມລິກາ ເປັນຈຳນວນ 765 ລ້ານໂດລາ ເພື່ອຊ່ວຍຜະລິດວັກແຊງປິ່ນປົວ COVID-19.
ໂດຍເງິນກູ້ຄັ້ງນີ້ມາຈາກການບໍລິຫານງານຂອງ ທຣຳ ທີ່ຕ້ອງການຫລຸດການອາໄສ Supplier ທາງດ້ານການຢາຈາກຕ່າງປະເທດ.
ຂະນະດຽວກັນ ລາຍງານຂອງ Moderna Inc ລະບຸວ່າ: ລາຄາເລີ່ມຕົ້ນຂອງວັກແຊງ ເຊິ່ງກຳລັງຢູ່ໃນການທົດລອງໄລຍະທີ 3 ຂອງພວກເຂົາຈະຢູ່ປະມານ 50-60 ໂດລາຕໍ່ 1 ໂດສສຳລັບປະເທດຮັ່ງມີ.