11 ນັກເຕະຫວຽດນາມຖືກ FIFA ສັ່ງແບນຍາວ 5 ປີ..!

11 ນັກເຕະຫວຽດນາມຖືກ fifa ສັ່ງແບນຍາວ 5 ປີ..! -                                - 11 ນັກເຕະຫວຽດນາມຖືກ FIFA ສັ່ງແບນຍາວ 5 ປີ..!
11 ນັກເຕະຫວຽດນາມຖືກ fifa ສັ່ງແບນຍາວ 5 ປີ..! - kitchen vibe - 11 ນັກເຕະຫວຽດນາມຖືກ FIFA ສັ່ງແບນຍາວ 5 ປີ..!

ອີງຕາມການລາຍງານຂອງສຳນັກຂ່າວ VN EXPRESS ຂອງຫວຽດນາມໄດ້ໃຫ້ຮູ້ວ່າ: ສະຫະພັນບານເຕະນານາຊາດ ຫຼື (FIFA) ປະກາດລົງໂທດແບນນັກກີລາລະດັບເຍົາວະຊົນຫວຽດນາມ 11 ຄົນຂອງສະໂມສອນດ່ອງທັບ ເອັຟຊີ, ຫຼັງຈາກທີ່ມີສ່ວນພົວພັນລ໋ອກຜົນສະກໍຂອງການແຂ່ງຂັນທົວນາເມັ້ນ U-21 ເນຊັ່ນແນວຄັບ ລະຫວ່າງສະໂມສອນ ດ່ອງທັບ ເອັຟຊີ ສະເໝີກັບ ສະໂມສອນ ວິນລອງ 1-1 ເມື່ອປີ 2019, ໂດຍນັກກີລາທັງ 11 ຄົນໄດ້ວາງເງິນເດີມພັນປະມານ 150 ລ້ານດົງ ພ້ອມກຳໜົດເງື່ອນໄຂຕ່າງໆ.

ເຊິ່ງທາງສະຫະພັນບານເຕະຫວຽດນາມ (VFF) ກໍ່ໄດ້ປະຕິບັດຕາມຄຳສັ່ງຂອງ (FIFA) ຈາກກໍລະນີຮ່ວມກັນຊັກຊວນກຳໜົດຜົນສະກໍການແຂ່ງຂັນ ແລະ ໄດ້ສັ່ງຫ້າມນັກກີລາດັ່ງກ່າວມີສ່ວນກ່ຽວຂ້ອງກັບວົງການກີລາໃນປະເທດ ແລະ ຫ້າມມີສ່ວນກ່ຽວຂ້ອງກັບວົງການບານເຕະໂລກ

ສຳຫຼັບລາຍຊື່ນັກກີລາ 11 ຄົນປະກອບມີ: ຮຸຍ ວານທຽນ ຖືກປັບ 5 ລ້ານດົງ ພ້ອມສັ່ງຫ້າມມີສ່ວນກ່ຽວຂ້ອງກັບວົງການ 5 ປີ, ສ່ວນອີກ 10 ຄົນທີ່ເຫຼືອຖືປັບ 2.5 ລ້ານດົງ ພ້ອມສ່ັງຫ້າມມີສ່ວນກ່ຽວຂ້ອງກັບວົງການບານເຕະເປັນເວລາ 6 ເດືອນປະກອບມີ: ຕັນ ຄອງມິນ,ວູ ມິນຕອງ,ຫງຽນ ນາດຕວງ,ຫງຽນ ອັນພັດ,ເລ ນັດຮຸຍ,ກຽງ ໂຊນາຍ,ທັນ ຮູເງຍ,ເກົາ ທັນຮອຍ,ດວງ ວູລິນ ແລະ ຄາ ທັນໄທ ຖືປັບຄົນລະ 2.5 ລ້ານດົງ

 

11 ນັກເຕະຫວຽດນາມຖືກ fifa ສັ່ງແບນຍາວ 5 ປີ..! - 3 - 11 ນັກເຕະຫວຽດນາມຖືກ FIFA ສັ່ງແບນຍາວ 5 ປີ..!
11 ນັກເຕະຫວຽດນາມຖືກ fifa ສັ່ງແບນຍາວ 5 ປີ..! - 5 - 11 ນັກເຕະຫວຽດນາມຖືກ FIFA ສັ່ງແບນຍາວ 5 ປີ..!
11 ນັກເຕະຫວຽດນາມຖືກ fifa ສັ່ງແບນຍາວ 5 ປີ..! - 4 - 11 ນັກເຕະຫວຽດນາມຖືກ FIFA ສັ່ງແບນຍາວ 5 ປີ..!